ປະທານປະເທດແຫ່ງ ສປປ ລາວ ພົບປະ ປະທານສະພາສູງແຫ່ງ ຣາຊະອານາຈັກກໍາປູເຈຍ

23/04/2024 16:15
Email Print 290
ຂປລ ຂປລ. ຕອນເຊົ້າວັນທີ 23 ເມສາ 2024 ນີ້, ທີ່ນະຄອນຫລວງພະນົມເປັນ ຣາຊະອານຈັກກໍາປູເຈຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດອັກຄະມະຫາເສນາບໍດີ ເຕໂຈ ຮຸນ​ເຊນ ປະທານສະພາສູງແຫ່ງຣາຊະ​ອານາຈັກ​ກຳ​ປູ​ເຈຍ ໃນໂອກາດເດີນທາງຢ້ຽມຢາມ ທາງລັດຖະກິດທີ່ຣາຊະອານາຈັກກໍາປູເຈຍ.

ຂປລ. ຕອນເຊົ້າວັນທີ 23 ເມສາ 2024 ນີ້, ທີ່ນະຄອນຫລວງພະນົມເປັນ ຣາຊະອານຈັກກໍາປູເຈຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດອັກຄະມະຫາເສນາບໍດີ ເຕໂຈ ຮຸນ​ເຊນ ປະທານສະພາສູງແຫ່ງຣາຊະອານາຈັກກຳປູເຈຍ ໃນໂອກາດເດີນທາງຢ້ຽມຢາມ ທາງລັດຖະກິດທີ່ຣາຊະອານາຈັກກໍາປູເຈຍ.

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຄັ້ງນີ້ ແລະ ຊົມເຊີຍຢ່າງສຸດໃຈ ມາຍັງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ​ເຊນ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ປະທານສະພາສູງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໃນວັນທີ 3 ເມສາ 2024 ທີ່ຜ່ານມາ ໂດຍໄດ້ຮັບຄະແນນສະໜັບສະໜູນ 62 ຄະແນນ ຈາກຈໍານວນສະມາຊິກສະພາສູງທັງໝົດ 62 ທ່ານ, ​ເຊິ່ງສະພາແຫ່ງຊາດຂອງລາວ ມີຄວາມໜັ້ນໝາຍທີ່ຈະສືບຕໍ່ຮ່ວມມືກັບສະພາສູງກໍາປູເຈຍ ຢ່າງເລິກເຊິ່ງແລະຕໍ່ເນື່ອງ. ພ້ອມນີ້, ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ໃນການພັດທະນາເສດຖະກິດ-ສັງຄົມ ທີ່ລັດຖະ ບານແລະ ປະຊາຊົນກຳປູເຈຍ ຍາດມາໄດ້ຕະຫລອດໄລຍະເວລາຜ່ານມາ ​ເຊິ່ງງເຫັນໄດ້ວ່າ ປະເທດກຳປູເຈຍ ໄດ້ຮັບການພັດທະນາຢ່າງວ່ອງໄວ, ຊີວິດການເປັນຢູ່ຂອງປະຊາຊົນ ກໍນັບມື້ນັບດີຂຶ້ນເປັນກ້າວໆ.

ພ້ອມດຽວກັນນັ້ນ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ໂດຍສະເພາະລະຫວ່າງຂະ ແໜງການນິຕິບັນຍັດຂອງສອງປະເທດ, ສະແດງຄວາມດີໃຈທີ່ອົງການນິຕິບັນຍັດທັງສອງຝ່າຍ ໄດ້ມີການແລກປ່ຽນການຢ້ຽມຢາມ, ໄປມາຫາສູ່ເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ, ທັງຍັງໄດ້ຕີລາຄາສູງຕໍ່ການພົວ ພັນຮ່ວມມືສອງຝ່າຍ ທີ່ໄດ້ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນທັງສອງຊາດ ​ເຊິ່ງສອງປະເທດ ລາວ ແລະ ກໍາປູເຈຍ ມີຄວາມເຫັນອົກເຫັນໃຈກັນ ແລະ ເອື້ອເຟື້ອເຜື່ອແຜ່ຕໍ່ກັນ ສົມກັບວ່າເປັນບ້ານໃກ້ເຮືອນຄຽງ ທີ່ມີມູນເຊື້ອແຫ່ງການພົວພັນອັນດີງາມ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນມາແຕ່ດົນນານ; ສອງຝ່າຍ ຍັງໄດ້ຊົມ​ເຊີຍ​ຄວາມ​ຄືບ​ໜ້າ​ຂອງ ລັດຖະບານສອງປະເທດ ທີ່ໄດ້ມີການລົງນາມໃນເອກະສານທີ່ສໍາຄັນຮ່ວມກັນ ໃນໂອກາດທີ່ ສົມເດັດ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນທ້າຍເດືອນມີນາ 2024 ທີ່ຜ່ານມາ, ພ້ອມທັງສະແດງຄວາມຫວັງຢ່າງຍິ່ງວ່າ ບັນດາການຕົກລົງດັ່ງກ່າວຂອງສອງລັດຖະບານ ຈະໄດ້ຮັບການສືບຕໍ່ຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາ ໂດຍສະເພາະ ແມ່ນການແກ້ໄຂບັນດາ ຈຸດຄົງຄ້າງຂອງເສັ້ນຊາຍແດນ ລາວ-ກໍາປູເຈຍ ທີ່ຍັງເຫລືອ 14% ໃຫ້ສໍາເລັດໂດຍໄວ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ກໍາປູເຈຍ.

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ກໍໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວຂອງ ທ່ານປະທານສະພາແຫ່ງຊາດ ແລະ ການນໍາລັດຖະບານ ແຫ່ງ ສປປ ລາວ ມາຍັງ ສົມເດັດອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ​ເຊນ ເພື່ອນມິດທີ່ສະໜິດສະໜົມ ຂອງປະຊາຊົນລາວ ແລະ ໄດ້ເຊື້ອເຊີນ ສົມເດັດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງສະພາສູງກຳປູເຈຍ ໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາອັນເໝາະສົມ.

ໃນຂະນະດຽວກັນ, ສົມເດັດອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ​ເຊນ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການພົບປະກັບ ທ່ານ ທອງລຸນ ສີສຸລິດ ໃນໂອກາດນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ ໃນຄັ້ງນີ້ ​ເຊິ່ງເປັນການຢ້ຽມ ຢາມທີ່ມີຄວາມໝາຍ ແລະ ປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍ ການພົວພັນຮ່ວມມືຂອງສອງປະເທດ ໃຫ້ແໜ້ນແຟ້ນ ແລະ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ. ພ້ອມນີ້, ຍັງໄດ້ສະແດງຄວາມຂອບໃຈ ຕໍ່ຄວາມຢ້ຽມຢາມຖາມຂ່າວ ແລະ ຄໍາເຊື້ອເຊີນ ຂອງທ່ານປະທານສະພາແຫ່ງຊາດ ແລະ ການນໍາລັດຖະບານ ແຫ່ງ ສປປ ລາວ ແລະ ຈະຈັດຫາເວລາອັນເໝາະສົມເດີນທາງຢ້ຽມຢາມ ສປປ ລາວ ຕາມຄໍາເຊື້ອເຊີນ.

ຂ່າວ: ກົມການຂ່າວ,ກະຊວງການຕ່າງປະເທດ.

ພາບ: ​ເກດສະໜາ

KPL

ຂ່າວອື່ນໆ

    • ກອງພັນໃຫຍ່ 661 ທາບທາມພະນັກງານ ສືບທອດ-ປ່ຽນແທນ ບັນດາກົມກອງການເມືອງ

      ກອງພັນໃຫຍ່ 661 ທາບທາມພະນັກງານ ສືບທອດ-ປ່ຽນແທນ ບັນດາກົມກອງ

      5/3/2024 1:39:18 PM

      ຂປລ. ກອງພັນໃຫຍ່ 661 ເປີດກອງປະຊຸມທາບທາມ ພະນັກງານສືບທອດ-ປ່ຽນແທນ ບັນດາກົມກອງ ທີ່ຂຶ້ນກັບກອງພັນໃຫຍ່ 661 ໃນວັນທີ 2 ພຶດສະພາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳປານ ແພງພັນ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 661, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ກອງພັນນ້ອຍ, 5 ພະແນກການ ພ້ອມດ້ວຍພະນັກງານສະມາຊິກພັກ ເຂົ້າຮ່ວມ.

    • ກອງທັບປະຊາຊົນລາວ ປະກອບສ່ວນ ຮ່ວມສຳພັນສູ້ຮົບ ໃນບັນຮົບດຽນບຽນຟູການເມືອງ

      ກອງທັບປະຊາຊົນລາວ ປະກອບສ່ວນ ຮ່ວມສຳພັນສູ້ຮົບ ໃນບັນຮົບດຽນບຽນຟູ

      5/3/2024 1:31:51 PM

      ຂປລ. ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ແມ່ນໄຊຊະນະຂອງກອງທັບ ແລະ ປະຊາຊົນຫວຽດນາມ, ແຕ່ຍັງແມ່ນໄຊຊະນະລວມ ຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍອ້າຍນ້ອງ ທີ່ໄດ້ຮ່ວມສຳພັນສູ້ຮົບ, ຮ່ວມຂຸມຄອງຕ້ານກັບສັດຕູໂຕດຽວກັນ ເພື່ອປົດປ່ອຍ ຕົນເອງເຊິ່ງໄຊຊະນະດັ່ງກ່າວ

    • ຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຊາວກອມມູນິດຣັດເຊຍ ຢ້ຽມຢາມລາວການເມືອງ

      ຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຊາວກອມມູນິດຣັດເຊຍ ຢ້ຽມຢາມລາວ

      5/3/2024 1:19:40 PM

      ຂປລ. ໃນລະຫວ່າງ ວັນທີ 26-30 ເມສາ 2024 ຜ່ານ​ມາ, ຄະນະຜູ້ແທນຂັ້ນສູງຂອງ ພັກກອມມູນິດຊາວກອມມູນິດຣັດເຊຍ ນໍາໂດຍ ສະຫາຍ ມາລິນໂກວິດຈ໌ ເຊີຣ໌ເກ ອາເລັກຊານໂດຣວິດຈ໌ ປະທານຄະນະບໍລິຫານງານ ສູນກາງພັກກອມມູນິດຊາວ ກອມມູນິດຣັດເຊຍ, ຮອງປະທານສະພານິຕິ ບັນຍັດເຂດ Altai ຂອງຣັດເຊຍ ພ້ອມຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ສປປ ລາວ

    • ຖອດຖອນບົດຮຽນການດຳເນີນກອງປະຊຸມສະໄໝສາມັນຂອງ ສພຂການເມືອງ

      ຖອດຖອນບົດຮຽນການດຳເນີນກອງປະຊຸມສະໄໝສາມັນຂອງ ສພຂ

      5/2/2024 2:44:54 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກຳມາທິການວຽກງານສະມາຊິກສະພາແຫ່ງຊາດ (ກວສຊ) ຈັດກອງປະຊຸມຖອດຖອນບົດຮຽນ ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ແລະ 6 ຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ II ​ເພື່ອເປັນການແລກປ່ຽນບົດຮຽນ, ຄວາມຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອກະພາບກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນ ຂອງສະພາປະຊາ ຊົນຂັ້ນແຂວງ

    • ທູດລາວ ຍື່ນສານຕາຕັ້ງຕໍ່ ອົງການເກືອດຫ້າມອາວຸດເຄມີການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ ອົງການເກືອດຫ້າມອາວຸດເຄມີ

      5/2/2024 2:22:29 PM

      ຂປລ. ວັນທີ 25 ເມສາ 2024 ຜ່ານມາ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ Fernando Arias, ຜູ້ອຳນວຍການໃຫຍ່ອົງການເກືອດຫ້າມອາວຸດເຄມີ ເພື່ອດຳລົງຕໍ່າແໜ່ງຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການເກືອດຫ້າມ ອາວຸດເຄມີ ທີ່ ລາຮາຍ, ປະເທດໂຮນລັງ.

ads
ads

Top