ຄາດຄະເນ ການສໍາຫລວດພົນລະເມືອງ ຄັ້ງທີ V ຈະໃຊ້ງົບປະມານ 22,2 ລ້ານໂດລາ

23/04/2024 15:31
Email Print 191
ຂປລ ຂປລ. ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ທີ່ຈະມາເຖິງນີ້, ລັດຖະບານ ກໍຄື ກະຊວງແຜນການ ແລະ ການລົງທຶນ ແລະ ບັນດາກະຊວງ, ອົງການ, ແຂວງ, ນະຄອນຫລວງ ໃນຂອບເຂດທົ່ວປະເທດ ໄດ້ກຽມຄວາມພ້ອມ ຮອບດ້ານ ເພື່ອກຽມໃຫ້ແກ່ການສຳຫລວດໃນຄັ້ງນີ້ ເຊິ່ງຄາດຄະເນວ່າ ຈະນຳໃຊ້ງົບປະມານ​ເຂົ້າ​ໃນ​ການ​ສຳ​ຫລວດ ທັງໝົດ 22,2 ລ້ານໂດລາສະຫະລັດ.

ຂປລ. ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ທີ່ຈະມາເຖິງນີ້, ລັດຖະບານ ກໍຄື ກະຊວງແຜນການ ແລະ ການລົງທຶນ ແລະ ບັນດາກະຊວງ, ອົງການ, ແຂວງ, ນະຄອນຫລວງ ໃນຂອບເຂດທົ່ວປະເທດ ໄດ້ກຽມຄວາມພ້ອມ ຮອບດ້ານ ເພື່ອກຽມໃຫ້ແກ່ການສຳຫລວດໃນຄັ້ງນີ້ ເຊິ່ງຄາດຄະເນວ່າ ຈະນຳໃຊ້ງົບປະມານ​ເຂົ້າ​ໃນ​ການ​ສຳ​ຫລວດ ທັງໝົດ 22,2 ລ້ານໂດລາສະຫະລັດ.

ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຮອງຫົວໜ້າຄະນະຊີ້ນຳການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສລະດັບຊາດ ​ໄດ້​ໃຫ້​ຮູ້ເມື່ອບໍ່ດົນນີ້ວ່າ: ງົບປະມານທີ່ຈະນຳໃຊ້ເຂົ້າໃນການສຳຫລວດພົນລະເມືອງຄັ້ງນີ້, ຈະໄດ້ນຳໃຊ້ເຂົ້າໃນ ຫລາຍກິດຈະກຳ ເປັນຕົ້ນ ການກະກຽມການສຳຫລວດ, ການເກັບກຳຂໍ້ມູນພາກສະໜາມ, ການກວດແກ້ ແລະ ປຸງແຕ່ງຂໍ້ມູນ ແລະ ການເຜີຍແຜ່ການສຳຫລວດ. ເຖິງຢ່າງໃດກໍຕາມ ງົບປະມານສຳລັບການຕິດຕາມຂອງຄະນະຊີ້ນໍາ ໂດຍສະເພາະການນໍາໃຊ້ ພາຫະນະພິເສດ ແມ່ນບໍ່ໄດ້ກວມຢູ່ໃນງົບປະມານການສໍາຫລວດດັ່ງກ່າວ. ມາຮອດປັດຈຸບັນ, ເຖິງວ່າພວກເຮົາສາມາດກະກຽມທາງດ້ານການຈັດຕັ້ງ ເເລະ ດ້ານວິຊາການ ມີຄວາມຄືບໜ້າດີສົມຄວນ, ແຕ່ກໍຍັງມີສິ່ງທ້າທາຍທາງດ້ານງົບປະມານ ເຊິ່ງເຫັນວ່າຍັງບໍ່ທັນ ພຽງພໍກັບຄວາມຕ້ອງການ ປະມານ 10,8 ລ້ານໂດລາສະຫະລັດ ຫລື ປະມານ 49% ເຊິ່ງຕ້ອງໄດ້ສືບຕໍ່ຄົ້ນຄວ້າລະດົມ ແລະ ນໍາສະເໜີຕໍ່ລັດຖະບານ. ພ້ອມນີ້, ຍັງໄດ້ລະດົມແຫລ່ງທຶນ ຈາກຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ເພື່ອປະກອບສ່ວນ ເຂົ້າໃນການສຳຫລວດ ເຊິ່ງມາຮອດປັດຈຸບັນ ໄດ້ຮັບການຢັ້ງຢືນໃນການປະ ກອບສ່ວນ ຈາກອົງການສະຫະປະຊາຊາດສຳລັບປະຊາກອນ (UNFPA), ອົງການພັດທະນາສາກົນຂອງ ປະເທດສະຫະລັດອາເມລິກາ (USAID), ກະຊວງການຕ່າງປະເທດ ແລະ ການຄ້າປະເທດອົດສະ ຕຣາລີ (DFAT Australia) ແລະ ທະນາຄານໂລກ (Word Bank). ນອກນີ້, ຍັງໄດ້ນຳສະເໜີການຊ່ວຍເຫລືອ ຈາກລັດຖະບານ ສປ ຈີນ ສຳລັບການສະໜັບສະໜູນດ້ານອຸປະກອນ 8.000 ເຄື່ອງ ແລະ ພາຫະນະຈຳນວນໜຶ່ງ ເພື່ອຮັບໃຊ້ການສຳຫລວດພາກສະໜາມ.

ສຳລັບ ບຸກຄະລາກອນ ໃນການເດີນສຳຫລວດພາກສະໜາມ ທີ່ມີປະສົບການຕ້ອງການທັງ ໝົດປະມານ 18.000 ກວ່າຄົນ ເຊິ່ງຈະໄດ້ສືບຕໍ່ກະກຽມໃນການປະສານສົບທົບກັບ ບັນດາຄະນະຊີ້ ນຳຂັ້ນແຂວງ ແລະ ຫ້ອງການສຳຫລວດຂັ້ນແຂວງ ໃນການຈັດຫາບຸກຄະລະກອນ ໃຫ້ຖືກຕາມມາດ ຖານຂອງການສຳຫລວດ.

ຂ່າວ: ທະນູທອງ

KPL

ຂ່າວອື່ນໆ

ads
ads

Top