ປະທານປະເທດເດີນທາງຢ້ຽມຢາມ ທາງລັດຖະກິດ ຣາຊະອານາຈັກ ກໍາປູເຈຍ

23/04/2024 15:27
Email Print 277
ຂປລ ຂປລ. ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະບາດສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ຈະໄດ້ນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ຣາຊະອານາຈັກກໍາປູເຈຍ ໃນວັນທີ 23 ເມສາ 2024 ທີ່ ນະຄອນຫລວງພະນົມເປັນ



ຂປລ. ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະບາດສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ
, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ຈະໄດ້ນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ຣາຊະອານາຈັກກໍາປູເຈຍ ໃນວັນທີ 23 ເມສາ 2024 ທີ່ ນະຄອນຫລວງພະນົມເປັນ ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ເສີມຂະຫຍາຍການເປັນ ຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ ແລະ ກໍາປູເຈຍ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.



ພິທີສົ່ງຄະນະຜູ້ແທນດັ່ງກ່າວ
, ຈັດຂຶ້ນໃນຕອນເຊົ້າວັນທີ 23 ເມສາ 2024, ທີ່ສະໜາມບິນສາກົນວັດໄຕ ໂດຍມີ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ທ່ານ ມີໄຊ ພົມເຂ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີຜູ້ຕາງໜ້າເອກອັກຄະລັດຖະທູດແຫ່ງ ຣາຊະອານາຈັກ ກໍາປູເຈຍ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

ຂ່າວ-ພາບ: ເກດສະໜາ
KPL

ຂ່າວອື່ນໆ

    • ກອງພັນໃຫຍ່ 661 ທາບທາມພະນັກງານ ສືບທອດ-ປ່ຽນແທນ ບັນດາກົມກອງການເມືອງ

      ກອງພັນໃຫຍ່ 661 ທາບທາມພະນັກງານ ສືບທອດ-ປ່ຽນແທນ ບັນດາກົມກອງ

      5/3/2024 1:39:18 PM

      ຂປລ. ກອງພັນໃຫຍ່ 661 ເປີດກອງປະຊຸມທາບທາມ ພະນັກງານສືບທອດ-ປ່ຽນແທນ ບັນດາກົມກອງ ທີ່ຂຶ້ນກັບກອງພັນໃຫຍ່ 661 ໃນວັນທີ 2 ພຶດສະພາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳປານ ແພງພັນ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 661, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ກອງພັນນ້ອຍ, 5 ພະແນກການ ພ້ອມດ້ວຍພະນັກງານສະມາຊິກພັກ ເຂົ້າຮ່ວມ.

    • ກອງທັບປະຊາຊົນລາວ ປະກອບສ່ວນ ຮ່ວມສຳພັນສູ້ຮົບ ໃນບັນຮົບດຽນບຽນຟູການເມືອງ

      ກອງທັບປະຊາຊົນລາວ ປະກອບສ່ວນ ຮ່ວມສຳພັນສູ້ຮົບ ໃນບັນຮົບດຽນບຽນຟູ

      5/3/2024 1:31:51 PM

      ຂປລ. ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ແມ່ນໄຊຊະນະຂອງກອງທັບ ແລະ ປະຊາຊົນຫວຽດນາມ, ແຕ່ຍັງແມ່ນໄຊຊະນະລວມ ຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍອ້າຍນ້ອງ ທີ່ໄດ້ຮ່ວມສຳພັນສູ້ຮົບ, ຮ່ວມຂຸມຄອງຕ້ານກັບສັດຕູໂຕດຽວກັນ ເພື່ອປົດປ່ອຍ ຕົນເອງເຊິ່ງໄຊຊະນະດັ່ງກ່າວ

    • ຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຊາວກອມມູນິດຣັດເຊຍ ຢ້ຽມຢາມລາວການເມືອງ

      ຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຊາວກອມມູນິດຣັດເຊຍ ຢ້ຽມຢາມລາວ

      5/3/2024 1:19:40 PM

      ຂປລ. ໃນລະຫວ່າງ ວັນທີ 26-30 ເມສາ 2024 ຜ່ານ​ມາ, ຄະນະຜູ້ແທນຂັ້ນສູງຂອງ ພັກກອມມູນິດຊາວກອມມູນິດຣັດເຊຍ ນໍາໂດຍ ສະຫາຍ ມາລິນໂກວິດຈ໌ ເຊີຣ໌ເກ ອາເລັກຊານໂດຣວິດຈ໌ ປະທານຄະນະບໍລິຫານງານ ສູນກາງພັກກອມມູນິດຊາວ ກອມມູນິດຣັດເຊຍ, ຮອງປະທານສະພານິຕິ ບັນຍັດເຂດ Altai ຂອງຣັດເຊຍ ພ້ອມຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ສປປ ລາວ

    • ຖອດຖອນບົດຮຽນການດຳເນີນກອງປະຊຸມສະໄໝສາມັນຂອງ ສພຂການເມືອງ

      ຖອດຖອນບົດຮຽນການດຳເນີນກອງປະຊຸມສະໄໝສາມັນຂອງ ສພຂ

      5/2/2024 2:44:54 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກຳມາທິການວຽກງານສະມາຊິກສະພາແຫ່ງຊາດ (ກວສຊ) ຈັດກອງປະຊຸມຖອດຖອນບົດຮຽນ ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ແລະ 6 ຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ II ​ເພື່ອເປັນການແລກປ່ຽນບົດຮຽນ, ຄວາມຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອກະພາບກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນ ຂອງສະພາປະຊາ ຊົນຂັ້ນແຂວງ

    • ທູດລາວ ຍື່ນສານຕາຕັ້ງຕໍ່ ອົງການເກືອດຫ້າມອາວຸດເຄມີການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ ອົງການເກືອດຫ້າມອາວຸດເຄມີ

      5/2/2024 2:22:29 PM

      ຂປລ. ວັນທີ 25 ເມສາ 2024 ຜ່ານມາ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ Fernando Arias, ຜູ້ອຳນວຍການໃຫຍ່ອົງການເກືອດຫ້າມອາວຸດເຄມີ ເພື່ອດຳລົງຕໍ່າແໜ່ງຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການເກືອດຫ້າມ ອາວຸດເຄມີ ທີ່ ລາຮາຍ, ປະເທດໂຮນລັງ.

ads
ads

Top