ຍົກລະດັບການນໍາໃຊ້ລະບົບໂປຣແກຣມຕໍ່ບັດ ອະນຸຍາດເຮັດວຽກໃຫ້ຜູ້ອອກແຮງງານຕ່າງປະເທດ

23/04/2024 15:20
Email Print 184
ຂປລ ຂປລ. ກົມຄຸ້ມຄອງແຮງງານ ກະຊວງ ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ (ຮສສ) ຈັດຝຶກອົບຮົມການນໍາໃຊ້ລະບົບໂປຣແກຣມນໍາເຂົ້າ, ອອກບັດ ແລະ ຕໍ່ບັດອະນຸຍາດເຮັດວຽກໃຫ້ ຜູ້ອອກແຮງງານຕ່າງປະເທດ ເຂົ້າມາເຮັດວຽກຢູ່ ສປປ ລາວ ໃນລະຫວ່າງທີ 22 -23 ເມສາ 2024 ເພື່ອເປັນການສຸມໃສ່ ການແກ້ໄຂບັນຫາຕ່າງໆ ທາງດ້ານເສດຖະກິດ ແລະ ສັງຄົມ



ຂປລ. ກົມຄຸ້ມຄອງແຮງງານ ກະຊວງ ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ (ຮສສ) ຈັດຝຶກອົບຮົມການນໍາໃຊ້ລະບົບໂປຣແກຣມນໍາເຂົ້າ
, ອອກບັດ ແລະ ຕໍ່ບັດອະນຸຍາດເຮັດວຽກໃຫ້ ຜູ້ອອກແຮງງານຕ່າງປະເທດ ເຂົ້າມາເຮັດວຽກຢູ່ ສປປ ລາວ ໃນລະຫວ່າງທີ 22 -23 ເມສາ 2024 ເພື່ອເປັນການສຸມໃສ່ ການແກ້ໄຂບັນຫາຕ່າງໆ ທາງດ້ານເສດຖະກິດ ແລະ ສັງຄົມ ໂດຍສະເພາະ ການຂຶ້ນທະບຽນແຮງງານລາວ ແລະ ແຮງງານຕ່າງປະເທດ ທີ່ຕິດພັນກັບວາລະແຫ່ງຊາດ, ບັນຫາການຂາດແຄນແຮງງານ ແລະ ບັນຫາການຄຸ້ມຄອງ ແຮງງານຕ່າງປະເທດ ທີ່ໄດ້ລັ່ງໄຫລເຂົ້າມາເຮັດວຽກຢູ່ ສປປ ລາວ ທັງແບບຖືກຕ້ອງ ແລະ ແບບບໍ່ຖືກຕ້ອງຕາມກົດໝາຍ ​ໂດຍ​ການເປັນປະທານ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງ ຮສສ, ມີບັນດາຫົວໜ້າກົມ, ຮອງກົມ ຄຸ້ມຄອງແຮງງານ, ມີຫົວໜ້າ ແລະ ຮອງຫົວໜ້າພະແນກແຮງງານ ສະຫວັດດີການສັງຄົມແຂວງ, ນະຄອນຫລວງວຽງຈັນ ​ແລະ ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ.

ການຈັດຝຶກອົບຮົມຄັ້ງນີ້, ເພື່ອຄວາມເປັນເອກະພາບ ແລະ ຮັບປະກັນການຈັດຕັ້ງປະຕິບັດ ວຽກງານການອະນຸຍາດນໍາເຂົ້າ, ອອກບັດ ແລະ ຕໍ່ບັດອະນຸຍາດເຮັດວຽກ ໃຫ້ແກ່ແຮງງານຕ່າງປະເທດ ທີ່ເຂົ້າມາເຮັດວຽກຢູ່ ສປປ ລາວ ໃຫ້ມີປະສິດທິພາບ ແລະ ໄດ້ຮັບປະສິດທິຜົນສູງ ໃຫ້ຫັນໄປສູ່ການບໍ ລິການລັດແບບດີຈິຕອນ, ທັງເປັນການເພີ່ມປະສິດທິພາບຂອງການບໍລິການລັດ ໃຫ້ມີຄວາມສະດວກ, ທັນສະໄໝ, ວ່ອງໄວ, ຖືກຕ້ອງ, ໂປ່ງໃສ.



ໂອກາດ​ນີ້, ທ່ານ ພົງໄຊສັກ ອິນຖາລາດ ໄດ້ມີຄຳເຫັນວ່າ: ເພື່ອຄວາມເປັນເອກະພາບ ແລະ ຮັບປະກັນການຈັດຕັ້ງປະຕິບັດວຽກງານການອະນຸຍາດນໍາເຂົ້າ
, ອອກບັດ ແລະ ຕໍ່ບັດອະນຸຍາດເຮັດວຽກໃຫ້ແກ່ແຮງງານຕ່າງປະເທດ ທີ່ເຂົ້າມາເຮັດວຽກຢູ່ ສປປ ລາວ ໃຫ້ມີປະສິດທິພາບ ແລະ ໄດ້ຮັບປະສິດທິຜົນສູງ ໃຫ້ຫັນໄປສູ່ການບໍລິການລັດແບບດີຈິຕອນ, ທັງເປັນການເພີ່ມປະສິດທິພາບ ຂອງການບໍລິການລັດ ໃຫ້ມີຄວາມສະດວກ, ທັນສະໄໝ, ວ່ອງໄວ, ຖືກຕ້ອງ, ໂປ່ງໃສ ແລະ ສອດຄອງຕາມແນວທາງ ນະໂຍບາຍຂອງ ລັດຖະບານ ທີ່ໄດ້ກໍານົດໄວ້ໃນແຕ່ລະໄລຍະ ຈຶ່ງຈໍາເປັນ ຕ້ອງມີການປັບປຸງກົນໄກວຽກງານດັ່ງກ່າວ ໃຫ້ແທດເໝາະກັບສະພາບການໃນແຕ່ລະໄລຍະ ເປັນຕົ້ນ ການລວມສູນ ໃນການອອກບັດອະນຸຍາດ ໃຫ້ແຮງງານຕ່າງປະເທດ ທີ່ເຂົ້າມາເຮັດວຽກຢູ່ ສປປ ລາວ (ກົມຄຸ້ມຄອງແຮງງານ ເປັນຜູ້ອະນຸຍາດອອກບັດ ແລະ ຕໍ່ບັດໃຫ້ແກ່ຜູ້ອອກແຮງງານ ຕ່າງປະເທດທີ່ເຂົ້າມາເຮັດວຽກຢູ່ ສປປ ລາວ). ສໍາລັບການອະນຸຍາດນໍາເຂົ້າ ແຮງງານຕ່າງປະເທດ ແລະ ການເກັບຄ່າທໍານຽມ ແລະ ຄ່າບໍລິການຕ່າງໆ ແມ່ນໃຫ້ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ນະຄອນຫລວງວຽງຈັນ ເປັນຜູ້ເກັບຄືເກົ່າ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ, ການເກັບກໍາ ແລະ ລາຍງານໃຫ້ສູນກາງໄດ້ຮັບຮູ້ກ່ຽວກັບ ຈໍານວນແຮງງານຕ່າງປະເທດ ທີ່ກັບຄືນປະເທດ, ການໃຊ້ມາດຕະການຕໍ່ຜູ້ລະເມີດ ແລະ ບັນຫາອື່ນໆ.

ຂ່າວ: ສົມຫວັງ

ຂໍ້ມູນ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ

KPL

ຂ່າວອື່ນໆ

ads
ads

Top