ຂປລ
ເຈົ້າໜ້າທີ່ ຕຳຫລວດ ປາກິດສະຖານ ລາຍງານວ່າ: ມີຜູ້ເສຍຊີວິດ ຢ່າງໜ້ອຍ 13 ຄົນ ແລະ ບາດເຈັບ 30 ຄົນ ຈາກ ອຸບັດເຫດ ລົດໂດຍສານ ພິກຂວໍ້າ ຢູ່ແຂວງ ບາໂລຈິສະຖານ ທາງພາກ ຕາເວັນຕົກ ສຽງໃຕ້ ຂອງ ປະເທດນີ້.
ຂປລ. ສຳນັກຂ່າວສານ ຫວຽດນາມ, ວັນທີ 11 ເມສາ, ເຈົ້າໜ້າທີ່ ຕຳຫລວດ ປາກິດສະຖານ ລາຍງານວ່າ: ມີຜູ້ເສຍຊີວິດ ຢ່າງໜ້ອຍ 13 ຄົນ ແລະ ບາດເຈັບ 30 ຄົນ ຈາກ ອຸບັດເຫດ ລົດໂດຍສານ ພິກຂວໍ້າ ຢູ່ແຂວງ ບາໂລຈິສະຖານ ທາງພາກ ຕາເວັນຕົກ ສຽງໃຕ້ ຂອງ ປະເທດນີ້. ເຫດການ ດັ່ງກ່າວ ໄດ້ເກີດຂື້ນ ໃນຂະນະທີ່ ລົດບັນທຸກ ຜູ້ສະແຫວງບຸນ ໄປຍັງ ວັດແຫ່ງໜຶ່ງ ແລະ ໄດ້ພິກຂວໍ້າ ລົງຂ້າງທາງ ໃນນະຄອນຮັບ ແຂວງບາໂລຈິສະຖານ. ປັດຈຸບັນ, ເຈົ້າໜ້າທີ່ ພວມເລັ່ງ ຊ່ວຍເຫລືອ ຜູ້ປະສົບເຄາະຮ້າຍ ດັ່ງກ່າວ ແລະ ສືບສວນ ສອບສວນ ຫາ ສາເຫດຕົ້ນຕໍ ທີ່ເກີດຂື້ນໃນຄັ້ງນີ້, /
KPL