ກຕສ ອວຍພອນເນື່ອງໃນວັນສ້າງຕັ້ງ ກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ

02/04/2024 18:51
Email Print 478
ຂປລ ຂປລ. ໃນວັນທີ 1 ເມສາ 2024 ຜ່ານມາ, ສະຫາຍ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ພ້ອມດ້ວຍຮອງລັດຖະມົນຕີ, ຄະນະປະຈໍາພັກ, 3 ອົງການຈັດຕັ້ງມະຫາຊົນ ແລະ ຫ້ອງການກອງເລຂາ ຄະນະກໍາມະການ ຄຸ້ມຄອງອິນເຕີເນັດ ແຫ່ງຊາດ ໄດ້ເຂົ້າອວຍພອນ ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ




ຂປລ. ໃນວັນທີ
1 ເມສາ 2024 ຜ່ານມາ,  ສະຫາຍ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ພ້ອມດ້ວຍຮອງລັດຖະມົນຕີ, ຄະນະປະຈໍາພັກ, 3 ອົງການຈັດຕັ້ງມະຫາຊົນ ແລະ ຫ້ອງການກອງເລຂາ ຄະນະກໍາມະການ ຄຸ້ມຄອງອິນເຕີເນັດ ແຫ່ງຊາດ ໄດ້ເຂົ້າອວຍພອນ ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກໍາມະການ ຄຸ້ມຄອງອິນເຕີເນັດ ແຫ່ງຊາດ ເນື່ອງໃນໂອກາດວັນສ້າງຕັ້ງ ກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ (05 ເມສາ 1961 -05 ເມສາ 2024).

ໂອກາດດັ່ງກ່າວ, ສະຫາຍ ບໍ່ວຽງຄຳ ວົງດາລາ ໄດ້ຕາງໜ້າໃຫ້ແກ່ບັນດາສະມາຊິກພັກ-ພະນັກງານທົ່ວກະຊວງ ກຕສ ສະແດງຄວາມຮູ້ບຸນຄຸນ ແລະ  ອວຍພອນແດ່ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະ ກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ ພ້ອມດ້ວຍຄະນະພັກ-ຄະນະບັນຊາການ ກະຊວງປ້ອງກັນຄວາມສະຫງົບ, ພ້ອມທັງຢື້ຢາມຖາມຂ່າວ ແລະ ສົ່ງນໍ້າໃຈຮັກແພງເຖິງບັນດາ ບັນດາພະນັກງານ-ນັກຮົບ, ນາຍ ແລະ ພົນຕໍາຫລວດ ໃນທົ່ວປະເທດ ທີ່ໄດ້ເສຍສະຫລະປົກປັກຮັກສາ ຄວາມສະຫງົບທົ່ວສັງຄົມ ຈົ່ງມີສຸຂະພາບແຂງແຮງເຂັ້ມແຂງ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ມີຄວາມສະຫງົບ ແລະ ມີຄວາມໝັ້ນຄົງຂອງຊາດ ເຮັດລ້ອນໜ້າທີ່ທີ່ພັກ-ລັດ ມອບໝາຍໃຫ້, ຊຶ່ງເປັນການສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມຂອງຊາດ, ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງທາງດ້ານເສດຖະ ກິດໃນທຸກໆຂົງເຂດວຽກງານ. ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມທີ່ຈະໃຫ້ການສະໜັບສະໜູນ ວິຊາສະເພາະທາງດ້ານເຕັກໂນໂລຊີ ແລະ ການສື່ສານ ເພື່ອຊ່ວຍເຫລືອ, ຊຸກຍູ້ສົ່ງເສີມວຽກງານປ້ອງກັນຄວາມສະຫງົບ ໃຫ້ນັບມື້ນັບເຂັ້ມແຂງ ແລະ ທັນສະໄໝຂຶ້ນເລື້ອຍໆ.

ພ້ອມນັ້ນ, ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ກໍໄດ້ສະແດງຄວາມຂອບໃຈ ພ້ອມທັງໃຫ້ທິດຊີ້ນໍາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ມີຄວາມຕັ້ງໜ້າປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໂດຍສະເພາະ ການຄຸ້ມຄອງການບໍລິການ ແລະ ການນໍາໃຊ້ ໂທລະຄົມມະນາຄົມ ແລະ ອິນເຕີເນັດ, ການປ້ອງກັນການໂຈມຕີທາງໄຊເບີ, ປ້ອງກັນ ແລະ ແກ້ໄຂບັນຫາອາຊະຍາກໍາທາງອິນເຕີເນັດ, ສົ່ງເສີມການນໍາໃຊ້ອິນເຕີເນັດ ແລະ ສື່ສັງຄົມອອນລາຍ ໃນທາງທີ່ຖືກຕ້ອງ ແລະ ເກີດປະໂຫຍດ, ປະກອບສ່ວນ ໃນການສ້າງລະບົບບັດປະຈໍາຕົວເອເລັກໂຕຣນິກ ທີ່ກະ ຊວງ ປກສ ຈະໄດ້ຈັດຕັ້ງປະຕິບັດໃນໄວໆນີ້.

ຂໍ້ມູນ: ກຕສ

ຂ່າວ: ສົມຫວັງ

KPL

ຂ່າວອື່ນໆ

    • ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີວັດທະນະທຳ-ສັງຄົມ

      ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

      3/20/2025 2:33:15 PM

      ຂປລ. ໃນວັນທີ 20 ມີນາ 2025 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດກິດຈະກຳອອກແຮງງານລວມ ປັດກວດ, ເກັບມ້ຽນຂີ້ເຫຍື້ອ ຢູ່ພາຍໃນສຳນັກງານ, ດ້ານໜ້າ ແລະ ດ້ານຫລັງ ຂອງອົງການໄອຍະການປະຊາຊົນສູງສຸດ ເພື່ອຮັບຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (ປປ ລາວ) ຄົບຮອບ 70 ປີ ໂດຍມີບັນດາຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນ ພາຍໃນ ອອປສ ເຂົ້າຮ່ວມຢ່າງເປັນຂະບວນ.

    • ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

      3/19/2025 7:53:25 PM

      ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    • ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນວັດທະນະທຳ-ສັງຄົມ

      ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

      3/19/2025 6:19:09 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ

    • ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024ວັດທະນະທຳ-ສັງຄົມ

      ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

      3/19/2025 1:54:25 PM

      ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025

    • ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້ວັດທະນະທຳ-ສັງຄົມ

      ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

      3/19/2025 1:39:45 PM

      ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

ads
ads

Top