ສສ ຫວຽດນາມ ເລີ່ມສຳຫວດປະຊາກອນ-ກຳນົດທິດນະໂຍບາຍພັດທະນາ

02/04/2024 22:53
Email Print 300
ຂປລ ສສ ຫວຽດນາມ ໄດ້ດຳເນີນ ການສຳຫລວດ ປະຊາກອນ ແລະ ເຮືອນຢູ່ ກາງສະໄໝຢູ່ 63/63 ແຂວງ, ນະຄອນ. ໂດຍປະຕິບັດ ເປັນເວລາ 1 ເດືອນ, ແຕ່ວັນທີ 1-30 ເມສານີ້, ໝາກຜົນ ຂອງການສຳຫລວດ ປະຊາກອນ ໄດ້ສະໜອງ ຂໍ້ມູນຂ່າວ ສຳຄັນ ຊ່ວຍຕີລາຄາ ສະພາບການ ພັດທະນາ ປະຊາກອນ ໃນໄລຍະ 5 ປີຜ່ານມາ

ຂປລ.ວິທະຍຸ ກະຈາຍ ສຽງແຫ່ງຊາດ ຫວຽດນາມ, ສສ ຫວຽດນາມ ໄດ້ດຳເນີນ ການສຳຫລວດ ປະຊາກອນ ແລະ ເຮືອນຢູ່ ກາງສະໄໝຢູ່ 63/63 ແຂວງ, ນະຄອນ. ໂດຍປະຕິບັດ ເປັນເວລາ 1 ເດືອນ, ແຕ່ວັນທີ 1-30 ເມສານີ້, ໝາກຜົນ ຂອງການສຳຫລວດ ປະຊາກອນ ໄດ້ສະໜອງ ຂໍ້ມູນຂ່າວ ສຳຄັນ ຊ່ວຍຕີລາຄາ ສະພາບການ ພັດທະນາ ປະຊາກອນ ໃນໄລຍະ 5 ປີຜ່ານມາ, ຕີລາຄາ ຂໍ້ມູນລົງເລິກ ຈຳນວນໜຶ່ງ ກ່ຽວກັບ ປະຊາກອນ ເພື່ອສ້າງ ນະໂຍບາຍ, ສ້າງແຜນ ການປະຊາກອນ ແລະ ເຮືອນຢູ່ ໃນໄລຍະ ຈະມາເຖິງ. ການສຳຫລວດ ປະຊາກອນ ແລະ ເຮືອນຢູ່ກາງ       ສະໄໝ 1 ໃນການສຳຫລວດ 45 ຄັ້ງ, ການສຳຫລວດ ສະຖິຕິ ທົ່ວປະເທດ ໂດຍນາຍົກ ລັດຖະມົນຕີ ກຳນົດ ທີ່ຂໍ້ຕົກລົງ ເລກທີ 03 ລົງວັນທີ 15 ກຸມພາ 2023./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top