ຂໍ່ານັບຮັບຕ້ອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ຄົບຮອບ 63 ປີ

02/04/2024 09:12
Email Print 1047
ຂປລ ເມື່ອຫວນຄືນປະຫວັດສາດກ່ອນນີ້ຫລາຍສິບປີ, ໃນລະຫວ່າງ ວັນທີ 13-17 ສິງຫາ ປີ 1950 ຢູ່ຖານທີ່ໝັ້ນປະຕິວັດ, ກອງປະຊຸມໃຫຍ່ແນວລາວຕໍ່ຕ້ານທົ່ວປະເທດ ໄດ້ໄຂຂຶ້ນຢ່າງເປັນທາງການ; ກອງປະຊຸມໄດ້ຕົກລົງສ້າງຕັ້ງແນວລາວອິດສະຫລະ ແລະ ສ້າງຕັ້ງລັດຖະບານລາວຕໍ່ຕ້ານຂຶ້ນ.

     *ເມື່ອຫວນຄືນປະຫວັດສາດກ່ອນນີ້ຫລາຍສິບປີ, ໃນລະຫວ່າງ ວັນທີ 13-17 ສິງຫາ ປີ 1950 ຢູ່ຖານທີ່ໝັ້ນປະຕິວັດ, ກອງປະຊຸມໃຫຍ່ແນວລາວຕໍ່ຕ້ານທົ່ວປະເທດ ໄດ້ໄຂຂຶ້ນຢ່າງເປັນທາງການ; ກອງປະຊຸມໄດ້ຕົກລົງສ້າງຕັ້ງແນວລາວອິດສະຫລະ ແລະ ສ້າງຕັ້ງລັດຖະບານລາວຕໍ່ຕ້ານຂຶ້ນ ເຊິ່ງປະກອບມີກົງຈັກການຈັດຕັ້ງ 5 ກະຊວງ,  ໃນນັ້ນມີກະຊວງພາຍໃນ ໂດຍແມ່ນ ທ່ານ ພູມີ ວົງວິຈິດ ເປັນລັດຖະເສນາ (ລັດຖະມົນຕີ). ໃນປີ 1954 ໄດ້ມີການເຕົ້າໂຮມສອງແຂວງຄື: ຫົວພັນ ແລະ ຜົ້ງສາລີ ເພື່ອປົກປັກຮັກສາອົງການນຳຂອງພັກ, ອຳນາດການປົກຄອງ ປະຕິວັດຢູ່ສອງແຂວງເຕົ້າໂຮມ ຈຶ່ງໄດ້ຕົກລົງຈັດຕັ້ງ “ກຳລັງປ້ອງກັນ” ຂຶ້ນ.

    ວັນທີ 10 ຕຸລາ 1954, ເນື່ອງໃນໂອກາດສະເຫລີມສະຫລອງວັນປະກາດເອກະລາດ 12 ຕຸລາ ຄົບຮອບ 9 ປີ, ສະເຫລີມສະຫລອງໄຊຊະນະໃຫຍ່ແຫ່ງການຕໍ່ສູ້ຕ້ານພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ຊົມເຊີຍຜົນສຳເລັດການເຕົ້າໂຮມສອງແຂວງ; ປະທານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງ “ຄະນະສັນຕິລາດສູນກາງ” ຢ່າງເປັນທາງການຢູ່ທີ່ບ້ານເລີຍ ຕາແສງເມືອງໂສຍ, ແຂວງຫົວພັນ ເຊິ່ງມີກຳລັງພົນ 35 ສະຫາຍ ໂດຍ ພາຍໃຕ້ການຊີ້ນຳໆພາ ແລະ ບັນຊາໂດຍກົງຂອງທ່ານ ພູມີ ວົງວິຈິດ ເຊິ່ງເຮັດໜ້າທີ່ຕົ້ນຕໍຄື: ປ້ອງກັນຄະນະກຳມະການກວດກາສາກົນ (ອິນເດຍ, ການາດາ ແລະ ໂປໂລຍ) ໃຫ້ມີຄວາມປອດໄພ; ປົກປັກຮັກສາອົງການນຳຂອງພັກ-ລັດ; ສືບ ແລະ ກຳສະພາບເປົ້າໝາຍສັດຕູ, ພວກຕ້ອງໂທດຄະດີອາຍາ; ປຸກລະດົມຂົນຂວາຍ ແລະ ກໍ່ສ້າງຮາກຖານຢູ່ໃນຕົວເມືອງ. ໃນປີ 1954, ເພື່ອເປັນການກະກຽມໃຫ້ແກ່ການປ້ອງກັນຜູ້ນຳທີ່ເຂົ້າຮວມລາວຄັ້ງ ທີ 1, ສູນກາງພັກໄດ້ຕົກລົງປ່ຽນຊື່ “ຄະນະສັນຕິລາດສູນກາງ” ມາເປັນ “ຄະນະປ້ອງກັນພາຍໃນ”  ເພື່ອເຮັດໜ້າທີ່ປ້ອງກັນລັດຖະບານປະສົມ ຄັ້ງທີ 1. ໃນລະຫວ່າງວັນທີ 5-12 ເມສາ 1961, ຄະນະຊີ້ນຳສູນກາງພັກປະຊາຊົນລາວ ໄດ້ເປີດກອງປະຊຸມຄົບຄະນະຂຶ້ນ ທີ່ຄັງໄຂ ແຂວງຊຽງຂວາງ; ກອງປະຊຸມໄດ້ຕົກລົງປ່ຽນຊື່ “ຄະນະປ້ອງກັນພາຍໃນ” ມາເປັນ “ຫ້ອງ ການປ້ອງກັນຄວາມສະຫງົບສູນກາງ” ເຊິ່ງຊີ້ນຳໂດຍທ່ານ ສີສົມພອນ ລໍວັນໄຊ ແລະ ມອບໝາຍໃຫ້ທ່ານ ຊົມຊື່ນ ຄຳພິທູນ ເປັນຜູ້ນຳພາ-ບັນຊາຕົວຈິງ... ດ້ວຍມູນເຊ້ືອອັນສະຫງ່າອົງອາດ ແລະ ພິລະອາດຫານຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ກຳລັງປ້ອງກັນຄວາມສະຫງົບ ໄດ້ຕັ້ງໜ້າສືບຕໍ່ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ຢ່າງເປັນເຈົ້າການ.

    ມາ ໃນວັນທີ 1 ກັນຍາ 2005, ລັດຖະບານໄດ້ຕົກລົງ ແລະ ອອກດຳລັດ ເລກທີ 277/ນຍ ຮັບຮອງເອົາວັນທິ 5 ເມສາ 1961 ເປັນມື້ສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຢ່າງເປັນທາງການ.


KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top