ກຳປູເຈຍ-ລາວ-ຫວຽດນາມ ທົບທວນຄືນການຮ່ວມມື ເຂດສາມຫລ່ຽມພັດທະນາ

01/03/2024 14:42
Email Print 1033
ຂປລ ກະຊວງແຜນການ ແລະ ການລົງທຶນ, ຮ່ວມກັບກະຊວງການຕ່າງປະເທດ ແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມ ຄະນະກຳມະການ ປະສານງານຮ່ວມ ເຂດສາມຫລ່ຽມ ພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື.

ຂປລ. ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ຮ່ວມກັບກະຊວງການຕ່າງປະເທດ ແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມ ຄະນະກຳມະການ ປະສານງານຮ່ວມ ເຂດສາມຫລ່ຽມ ພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື. ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ, ປະທານຄະນະກຳມະການ ປະສານງານຮ່ວມ ເຂດສາມຫລ່ຽມ ພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ແຫ່ງສປປ ລາວ, ມີທ່ານນາງ ຈອມ ນິ ມູນ (CHAM Nimul) ລັດຖະມົນຕີ ກະຊວງການຄ້າ, ປະທານຄະນະ ກຳມະການ ປະສານງານຮ່ວມ ເຂດສາມຫລ່ຽມ ພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ແຫ່ງຣາຊະອານາຈັກກຳປູເຈຍ ແລະ ທ່ານ ຫງວຽນ ຈີ ຢຸງ(Nguyen Chi Dung) ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການ ປະສານງານຮ່ວມ ເຂດສາມຫລ່ຽມ ພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ແຫ່ງ ສສ ຫວຽດນາມ. ກອງປະຊຸມຄັ້ງນີ້ ມີຄະນະຜູ້ແທນ ຈາກບັນດາຂະແໜງການ ທີ່ກ່ຽວຂ້ອງຂອງ 3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມ ລວມທັງ ບັນດາແຂວງ ຢູ່ເຂດສາມຫລ່ຽມພັດທະນາ CLV ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ໄດ້ພິຈາລະນາບັນຫາສຳຄັນຕ່າງໆ ຂອງຂອບການຮ່ວມມື CLV ເຊັ່ນ: ໄດ້ທົບທວນຄືນ ການຈັດຕັ້ງປະຕິບັດຜົນ ຂອງກອງປະຊຸມ ຄະນະກຳມະການ ປະສານງານຮ່ວມ ເຂດສາມຫລ່ຽມ ພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 12 ຊຶ່ງໄດ້ຈັດຂຶ້ນໃນເດືອນ ມີນາ 2019 ທີ່ ກໍາປູເຈຍ ແລະ ທົບທວນຜົນຂອງກອງປະຊຸມສຸດຍອດ CLV ຄັ້ງທີ 11 ຜ່ານມາ ໂດຍການ ເປັນປະທານຂອງ ສປປ ລາວໃນປີ 2020 ແລະ ໄດ້ຮັບຮອງ 03 ເອກະສານທີ່ສຳຄັນ ຄື: ບົດລາຍງານການ ທົບທວນຄືນ ແຜນແມ່ບົດ ວ່າດ້ວຍການພັດທະນາເສດຖະກິດ-ສັງຄົມ ຮອດປີ 2020 ແລະ ສະບັບປັບປຸງຮອດປີ 2030; ແຜນປະຕິບັດງານ ວ່າດ້ວຍການເຊື່ອມຈອດດ້ານເສດຖະກິດ CLV ຮອດປີ 2030; ແຜນຈັດຕັ້ງປະຕິບັດ ແຜນພັດທະນາ ການທ່ອງທ່ຽວ ເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ສຳລັບປີ 2020-2025 ແລະ ວິໄສທັດຮອດປີ 2030. ພ້ອມທັງ ໄດ້ຮ່ວມປຶກສາຫາລື ກ່ຽວກັບ ບັນດາເອກະສານ ແລະ ເນື້ອໃນທີ່ສໍາຄັນ ໃນການກະກຽມໃຫ້ແກ່ ກອງປະຊຸມສຸດຍອດ CLV ຄັ້ງທີ 12 ຄາດວ່າຈະຈັດຂຶ້ນ ທີ່ ຣາຊະອານາຈັກກຳປູເຈຍ ໃນທ້າຍປີນີ້.

ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ພິຈາລະນາການ ຈັດຕັ້ງປະຕິບັດກົນໄກ ການຮ່ວມມື ຕ່າງໆ ເປັນຕົ້ນ ແຜນພັດທະນາ ການທ່ອງທ່ຽວ ເຂດສາມຫລ່ຽມ ພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ແລະ ໄດ້ຊຸກຍູ້ພາກສ່ວນກ່ຽວຂ້ອງ ຂອງສາມປະເທດ ໃຫ້ສືບຕໍ່ເຮັດວຽກຮ່ວມກັນ ເພື່ອໃຫ້ສຳເລັດ ບັນດາເອກະສານ ສຳຄັນ ຄື: ຮ່າງບົດສຶກສາແຜນ ພັດທະນາອຸດສາຫະກຳ ຢາງພາລາຢູ່ ເຂດສາມຫລ່ຽມ ພັດທະນາ CLV ແລະ ຮ່າງບົດລາຍງານການທົບທວນຄືນ ແຜນແມ່ບົດ ວ່າດ້ວຍການ ພັດທະນາ ເສດຖະກິດ- ສັງຄົມເຂດສາມຫລ່ຽມ ພັດທະນາ CLV 2010-2020 ແລະ ຮ່າງສະບັບປັບປຸງ 2020-2030, ການຈັດຕັ້ງຜັນຂະຫຍາຍ ສັນຍາວ່າດ້ວຍການສົ່ງເສີມ ແລະ ອຳນວຍຄວາມສະດວກ ທາງດ້ານການຄ້າ ໃນເຂດ CLV DTA ແລະ ການຜັນຂະຫຍາຍ ແຜນປະຕິບັດງານ ວ່າດ້ວຍການເຊື່ອມຈອດເສດຖະກິດ CLV ຮອດປີ 2030.

ໃນກອງປະຊຸມຄັ້ງນີ້ ຍັງມີກິດຈະກຳ ປິ່ນອ້ອມຕ່າງໆເຊັ່ນ: ກອງປະຊຸມສົ່ງເສີມການຄ້າ, ການລົງທຶນ ແລະ ທ່ອງທ່ຽວ, ກອງປະຊຸມເວທີ ປຶກສາຫາລື ຊາວໜຸ່ມ CLV ແລະ ງານວາງສະແດງ ສິນຄ້າ, ການທ່ອງທ່ຽວ ແລະ ງານສິລະປະ.

ກອງປະຊຸມດັ່ງກ່າວ, ແມ່ນເປັນຂີດໝາຍ ອັນສຳຄັນຂອງ ການຮ່ວມມື 3 ປະເທດ ໂດຍສະເພາະ ເປັນເວທີປຶກສາຫາລື ທີ່ສຳຄັນ ໃນການຊຸກຍູ້ ການພັດທະນາ ແລະ ຫລູດຜ່ອນ ຄວາມທຸກຍາກ ຂອງເຂດສາມຫລ່ຽມພັດທະນາ CLV ແນໃສ່ສ້າງການ ຮ່ວມມືໃນຂົງເຂດ ດັ່ງກ່າວ ໃຫ້ກາຍເປັນພາກພື້ນ ການຮ່ວມມື ແຫ່ງສັນຕິພາບ ແລະ ການພັດທະນາຢ່າງແທ້ຈິງ.

ກອງປະຊຸມດັ່ງກ່າວ ໄດ້ປິດລົງດ້ວຍ ຜົນສຳເລັດອັນຈົບງາມ ແລະ ເຫັນດີເປັນເອກະພາບ ທີ່ຈະສືບຕໍ່ຊຸກຍູ້ຂະແໜງການກ່ຽວຂ້ອງ ຂອງສາມປະເທດ ເຮັດວຽກຮ່ວມກັນ ເພື່ອໃຫ້ສຳເລັດ ບັນດາເອກະສານ ສໍາຄັນຕ່າງໆ ແນໃສ່ເປັນການ ກະກຽມໃຫ້ແກ່ກອງປະຊຸມ ສຸດຍອດ ກໍາປູເຈຍ-ລາວ-ຫວຽດນາມ CLV ຄັ້ງທີ 12 ທີ່ຈະຈັດຂຶ້ນ ທີ່ ຣາຊະອານາຈັກ ກຳປູເຈຍ ໃນຕໍ່ໜ້າ.

ພາບ:ຂັນໄຊ

KPL

ຂ່າວອື່ນໆ

    • ປະເທດ ລາຊະອານາຈັກໄທອາຊຽນ ASEAN

      ປະເທດ ລາຊະອານາຈັກໄທ

      12/19/2025 9:33:38 AM

      ປະເທດລາຊະອານາຈັກໄທ (The Kingdom of Thailand) ມີນະຄອນຫລວງຊື່ວ່າ: ບາງກອກ (Bang kok), ຊຶ່ງເປັນປະເທດ ເພື່ອນບ້ານ ຮັກແພງຊ່ວຍເຫລືອ ເຊິ່ງກັນ ແລະ ກັນມາໂດຍຕະຫລອດກັບ ປະເທດລາວ ແລະ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນກັບ ປະເທດ ສປປ ລາວ ເມື່ອວັນທີ 19.12.1950 ເປັນຕົ້ນມາ.

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

ads
ads

Top