ແຂວງອັດຕະປື ປະຕິບັດປຜນພັດທະນາຢ່າງມີຈຸດສຸມ

21/02/2024 10:31
Email Print 3151
ຂປລ ອີງຕາມການລາຍງານຂອງທ່ານ ສູນນະຄອນ ແກ້ວວຽງຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ຢູ່ໃນກອງປະຊຸມສະຫລຸບປະຈໍາປີ ວຽກງານແຜນການ ແລະ ການລົງທຶນທົ່ວແຂວງ ທີ່ສໍາເລັດໄປເມື່ອບໍ່ດົນນີ້.

     *ອີງຕາມການລາຍງານຂອງທ່ານ ສູນນະຄອນ ແກ້ວວຽງຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ຢູ່ໃນ ກອງປະຊຸມສະຫລຸບປະຈໍາປີ ວຽກ ງານແຜນການ ແລະ ການລົງທຶນທົ່ວແຂວງ ທີ່ສໍາເລັດໄປເມື່ອບໍ່ດົນນີ້ວ່າ: ປີ 2023 ຜ່ານມາເຖິງ ແມ່ນວ່າການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຍັງສືບຕໍ່ຜະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສີ່ງທ້າທາຍຕ່າງໆ ທີ່ເກີດຈາກຜົນກະທົບທາງກົງ ແລະ ທາງອ້ອມຂອງການຜັນແປສະພາບການຂອງໂລກ-ພາກພື້ນ ແລະ ສະພາບຄວາມບອບບາງຂອງເສດຖະກິດພາຍໃນທີ່ສະສົມມາຫລາຍປີ, ແຕ່ໂດຍລວມບົນຈິດໃຈຊີ້ນຳຂອງຄະນະບໍລິຫານງານພັກແຂວງ, ອົງການປົກຄອງແຂວງ ກໍຄຶຄະນະພັກ-ຄະນະພະແນກແຜນການ ແລະ ການລົງທຶນແຂວງ, ມີຄວາມພະຍາຍາມສູງໃນການຊຸກຍູ້ ແລະ ການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ປະຈຳປີ ກໍ່ຄຶໜ້າທີ່ການເມຶອງ ທີ່ຂັ້ນເທິງໄດ້ມອບໝາຍໃຫ້ຢ່າງເປັນເຈົ້າການເຮັດໃຫ້ວຽກງານແຜນການ ແລະ ການລົງທຶນຂອງແຂວງໄດ້ຮັບການພັດທະນາເປັນກ້າວໆ./

     ສະແດງອອກໃນປີ 2023 ຜ່ານມາການຈັດຕັ້ງປະຕິບັດໂຄງການ ຊ່ວຍເຫລືອທາງການ ເພື່ອການພັດທະນາທີ່ຈັດຕັ້ງປະຕິບັດຢູ່ແຂວງ ອັດຕະປື ມີທັງໝົດ 27 ໂຄງການ, ມູນຄ່າລວມທັງໝົດ 166,74 ຕື້ກີບ, ໃນນັ້ນ, ປະເພດການຊ່ວຍເຫລືອລ້າ 100% ມີຈໍານວນ 25 ໂຄງການ, ມູນຄ່າ 128,06 ຕື້ກີບ ແລະ ປະເພດທຶນສົມທົບລັດຖະບານມີຈໍານວນ 2 ໂຄງການ, ມູນຄ່າ 36,68 ຕື້ກີບ. ໃນນັ້ນ: ທຶນພາຍໃນມູນຄ່າ 4,13 ຕື້ກີບ ແລະ ທຶນຕ່າງປະເທດ ມູນຄ່າ 34,54 ຕື້ກີບ. ສຳລັບວຽກງານຮ່ວມມືສາກົນ ໄດ້ສໍາເລັດພື້ນຖານໃນການປືກສາຫາລືຮ່ວມກັບພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງ, 4 ແຂວງພາກໃຕ້ ແລະ ກະຊວງທີ່ກ່ຽວຂ້ອງ ໃນການກະກຽມໃຫ້ແກ່ ສປປ ລາວ ກໍ່ຄືແຂວງອັດຕະປື ເປັນເຈົ້າພາບຈັດກອງປະຊຸມຄະນະກໍາມະການປະສານງານຮ່ວມເຂດສາມຫລ່ຽມພັດທະນາ ກໍາປູເຈຍ-ລາວ- ຫວຽດນາມ (CLV DTA JCC) ຄັ້ງທີ 13, ໄດ້ສຳເລັດແຜນເຊື່ອມໂຍງເສດຖະກິດ 3 ປະເທດ ເຂດ ສາມຫລ່ຽມພັດທະນາກຳປູເຈຍ- ລາວ-ຫວຽດນາມ, ໄດ້ສຳເລັດປັບປຸງບັນຊີຂໍການຊ່ວຍເຫລືອທາງການ ເພື່ອການພັດທະນາໃນໄລຍະ ປີ 2025-2030 ຈາກສາກົນ ແລະ ຄູ່ຮ່ວມພັດທະນາອື່ນໆ. ພິເສດໄດ້ ສຳເລັດບົດສະຫລຸບການຮ່ວມມື ກັບ ສສ ຫວຽດນາມ ແລະ ສປ ຈີນ ປະຈຳປີ 2023 ແລະ ທິດທາງແຜນ ການຮ່ວມມື ປະຈຳປີ 2024.

    ທ່ານ ສູນນະຄອນ ແກ້ວວຽງຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງອັດຕະປື ໄດ້ໃຫ້ ຮູ້ຕ່ືມວ່າ: ໃນປີ 2024 ທາງພະແນກແຜນການ ແລະ ການລົງທຶນແຂວງຈະສືບຕໍ່ການຮ່ວມມືກັບສາກົນ, ໂດຍການເຊື່ອມຊຶມ ແລະ ເຜີຍແຜ່ບັນດານິຕິກຳທີ່ກ່ຽວຂ້ອງໃຫ້ເຂົ້າສູ່ລວງເລິກກ່ຽວກັບການຂໍ ແລະ ນຳໃຊ້ທຶນຊ່ວຍເຫລືອທາງການເພື່ອການພັດທະນາ, ເອົາໃຈໃສ່ກ່ຽວກັບການຄຸ້ມຄອງ, ຊຸກຍູ້ ແລະ ຕິດຕາມການນຳໃຊ້ທຶນສົມທົບໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ສືບຕໍ່ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງ ຂັ້ນແຂວງ ໃນການສະຫລຸບສັງລວມ ແລະ ສົ່ງບົດລາຍງານການຈັດຕັ້ງປະຕິບັດຕົວຈິງຂອງໂຄງການທີ່ນໍາໃຊ້ທຶນຊ່ວຍເຫລືອທາງການເພື່ອການພັດທະນາ (ODA) ທີ່ຈັດຕັ້ງປະຕິບັດຢູ່ແຂວງອັດຕະປື ປະຈໍາເດືອນ 3, 6 ເດືອນ, 9 ເດືອນ ແລະ ປະຈໍາປີ ໃຫ້ທັນຕາມກໍານົດເວລາ ເພື່ອສະຫລຸບລາຍງານໃຫ້ຂັ້ນເທິງ, ເອົາໃຈໃສ່ສ້າງຂີດຄວາມສາມາດ ແລະ ເປີດໂອກາດໃຫ້ແກພະນັກງານວິຊາການ ເພື່ອພັດທະນາອົງກອນໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝ.

ໂດຍ: ວັດທະນາ

KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top