ຂປລ
ນັກຂ່າວ ໄດ້ຮັບຊາບ ຂໍ້ມູນຈາກ ສະຖາບັນ ຄົ້ນຄວ້າ ການທ່ອງທ່ຽວຈີນ ຫລື ສູນຂໍ້ມູນ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວຈີນວ່າ: ຜ່ານຈາກ ການຄົ້ນຄວ້າ ແລະ ການປະເມີນ ໂດຍສັງລວມ, ຄາດຄະເນວ່າ ໃນປີ 2024 ຈຳນວນ ນັກທ່ອງທ່ຽວ ພາຍໃນ ປະເທດຈີນ ຫລາຍກວ່າ 6 ຕື້ເທື່ອຄົນ, ຈຳນວນນັກທ່ອງທ່ຽວ ທີ່ເຂົ້າ ແລະ ອອກເມືອງ ນັບລວມແລ້ວ ອາດຈະ ຫລາຍກວ່າ 260 ລ້ານເທື່ອຄົນ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ນັກຂ່າວ ໄດ້ຮັບຊາບ ຂໍ້ມູນຈາກ ສະຖາບັນ ຄົ້ນຄວ້າ ການທ່ອງທ່ຽວຈີນ ຫລື ສູນຂໍ້ມູນ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວຈີນວ່າ: ຜ່ານຈາກ ການຄົ້ນຄວ້າ ແລະ ການປະເມີນ ໂດຍສັງລວມ, ຄາດຄະເນວ່າ ໃນປີ 2024 ຈຳນວນ ນັກທ່ອງທ່ຽວ ພາຍໃນ ປະເທດຈີນ ຫລາຍກວ່າ 6 ຕື້ເທື່ອຄົນ, ຈຳນວນນັກທ່ອງທ່ຽວ ທີ່ເຂົ້າ ແລະ ອອກເມືອງ ນັບລວມແລ້ວ ອາດຈະ ຫລາຍກວ່າ 260 ລ້ານເທື່ອຄົນ. ໃນປີ 2023, ຕະຫລາດ ການທ່ອງທ່ຽວ ແລະ ຕ່ອງໂສ້ ການຜະລິດ ດ້ານການທ່ອງທ່ຽວ ໄດ້ຮັບການຟື້ນຟູ ຢ່າງເດັ່ນຊັດ, ຈຳນວນນັກທ່ອງທ່ຽວ ແລະ ລາຍຮັບ ຈາກການທ່ອງທ່ຽວ ພາຍໃນ ປະເທດຈີນ ເພີ່ມຂຶ້ນຫລາຍກວ່າ 1 ເທົ່າ ເມື່ອທຽບໃສ່ປີ 2022, ໄດ້ຟື້ນຟູເຖິງຫລາຍກວ່າ 80% ຂອງປີ 2019; ຈຳນວນນັກທ່ອງທ່ຽວ ທີ່ເຂົ້າ ແລະ ອອກເມືອງ ຫລາຍກວ່າ 190 ລ້ານເທື່ອຄົນ, ເພີ່ມຂຶ້ນ 2,8 ເທົ່າເມື່ອທຽບໃສ່ປີ 2022./.
ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL