ແນວຄິດຊີ້ນຳ ປະທານ ຄຳໄຕ ສີພັນດອນ ໃນການຜະລິດກະສິກຳເປັນສິນຄ້າ

07/02/2024 05:58
Email Print 1201
ຂປລ ປະທານ ຄໍາໄຕ ສີພັນດອນ ບໍ່ພຽງແຕ່ເປັນຜູ້ນໍາທີ່ມີຄວາມສາມາດສູງສົ່ງຮອບດ້ານ, ມີທັດສະນະ ແລະ ວິໄສທັດກວ້າງຂວາງ, ເລິກເຊິ່ງ ແລະ ຍາວໄກເປັນຜູ້ໃຫ້ທິດຊ້ີນໍາທາງຍຸດທະສາດ, ແນວທາງນະໂຍບາຍໃຫຍ່ໆຂອງພັກ ແລະ ຂອງຊາດເທົ່ານັ້ນແຕ່ເພິ່ນຍັງລົງເລິກຊີ້ນໍາບັນຫາລະອຽດ ແລະ ເຮັດຕົວຈິງກ່ຽວກັບການຄົ້ນຄວ້າທົດລອງບັນຫາຕ່າງໆ.

    *ປະທານ ຄໍາໄຕ ສີພັນດອນ ບໍ່ພຽງແຕ່ເປັນຜູ້ນໍາທີ່ມີຄວາມສາມາດສູງສົ່ງຮອບດ້ານ, ມີທັດສະນະ ແລະ ວິໄສທັດກວ້າງຂວາງ, ເລິກເຊິ່ງ ແລະ ຍາວໄກເປັນຜູ້ໃຫ້ທິດຊ້ີນໍາທາງຍຸດທະສາດ, ແນວທາງນະໂຍບາຍໃຫຍ່ໆຂອງພັກ ແລະ ຂອງຊາດເທົ່ານັ້ນແຕ່ເພິ່ນຍັງລົງເລິກຊີ້ນໍາບັນຫາລະອຽດ ແລະ ເຮັດຕົວຈິງກ່ຽວກັບການຄົ້ນຄວ້າທົດລອງບັນຫາຕ່າງໆ ເປັນຕົ້ນແມ່ນການປູກຝັງ ແລະ ລ້ຽງສັດ, ການປະມົງ ແລະ ປ່າໄມ້, ການອອກແບບ, ການກໍ່ສ້າງ, ການບໍລິການ ແລະ ອື່ນໆດ້ວຍສີມືຂອງເພິ່ນເອງ.ຕາມການບອກເລົ່າຜ່ານບົດຂຽນຂອງ ທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໃນປຶ້ມ “ປະທານ ຄຳໄຕ ສີພັນດອນ ໃນຄວາມຊົງຈຳຂອງຜູ້ໃກ້ສິດ” ໂດຍປະທານເຄີຍເນັ້ນເລື້ອຍໆວ່າ: ປະເທດເຮົາມີທ່າແຮງທາງດ້ານຊັບພະຍາກອນທໍາມະຊາດອັນອຸດົມສົມບູນ ແລະ ຮັ່ງມ ເຊັ່ນ: ດິນ, ນໍ້າ, ປ່າໄມ້ ແລະ ແຮ່ ທາດ... ການຂຸດຄົ້ນແຮ່ທາດມັນມີມື້ໝົດໄດ້, ສ່ວນການນໍາໃຊ້ດິນ, ນໍ້າ ແລະ ປ່າໄມ້ ຖ້າຮູ້ໃຊ້ມັນຈະບ່ໍມີມ້ືໝົດຈັກເທື່ອ.

    ໃນຮຸ້ນປັດຈຸບັນຄວນນໍາໃຊ້ຊັບພະຍາກອນອັນອຸດົມຮັ່ງມີເທິງໜ້າດິນນີ້ກ່ອນ ເພື່ອສ້າງຮັ່ງຄູນມີໃຫ້ປະເທດຊາດ, ສ່ວນແຮ່ທາດຢູ່ໃຕ້ດິນຄວນຮັກສາໃຫ້ຮຸ້ນລູກ, ຮຸ້ນຫລານ, ຮຸ້ນເຫລນຕໍ່ໆໄປໃຊ້ຕາມຫລັງ. ໃນໂອກາດໂອ້ລົມຕໍ່ຄະນະພັກແຂວງຈໍາປາສັກປີ 2000 ປະ ທານເນ້ັນວ່າ: ແຂວງຈໍາປາສັກ ເປັນແຂວງທີ່ອຸດົມສົມບູນ ໄປດ້ວຍຊັບພະຍາກອນທໍາມະຊາດ, ດິນ, ນໍ້າ ແລະ ປ່າໄມ້ ໂດຍສະເພາະເມືອງ ປາກຊ່ອງ ເຊິ່ງມີຊື່ສຽງມາແຕ່ບູຮານນະການວ່າເປັນເມືອງແຜ່ນດິນຄໍາ, ແຕ່ເປັນຫຍັງຫລາຍທົດສະວັດມາແລ້ວ, ປະຊາຊົນປາກຊ່ອງຍັງທຸກຍາກ. ແຂວງຕ້ອງເອົາໃຈໃສ່ຂຸດຄົ້ນທ່າແຮງດັ່ງກ່າວ ເພື່ອສ້າງຄວາມຢູ່ດີກິນດີ ແລະ ຮັ່ງມີໃຫ້ປະຊາຊົນ. ປະທານ ຄຳໄຕ ສີພັນດອນ ບໍ່ພຽງແຕ່ເປັນຜູ້ຊີ້ນໍາເທົ່ານັ້ນ, ແຕ່ເພິ່ນຍັງເປັນຜູ້ພາເຮັດຕົວຈິງໃນຫລາຍໆກິດຈະການທີ່ກາຍເປັນໜ່ໍ ແໜງຕົວແບບ. ໃນແຕ່ລະຕົວແບບ ແມ່ນຕິດພັນກັບເງື່ອນໄຂທ່າແຮງ ແລະ ມູນເຊື້ອທີ່ປະຊາຊົນເຄີຍເຮັດ. ແຕ່ໃນນັ້ນ ເພິ່ນໄດ້ເອົາໃຈໃສ່ການນໍາໃຊ້ວິທະຍາສາດ-ເຕັກນິກ ເພື່ອເຮັດໃຫ້ການຜະລິດມີປະສິດທິພາບສູງ.ນອກຈາກກິດຈະກໍາປູກຝັງ ແລະ ລ້ຽງສັດ ການກໍ່ສ້າງພື້ນຖານ ກິດຈະກໍາໂຄງລ່າງ, ເປັນຕົ້ນແມ່ນ: ໂຮງຮຽນ, ໂຮງໝໍ, ກິດຈະກໍາອື່ນໆ ເພື່ອຊ່ວຍເມືອງ ແລະ ບ້ານທຸກຍາກ, ເຂດຫ່າງໄກສອກຫລີກ, ປະທານ ຄຳໄຕ ສີພັນດອນ ຍັງຊ່ວຍສ້າງ ຫລາຍກິດຈະກໍາ ດ້ານການບໍລິການ ຢູ່ແຂວງຈໍາປາສັກ ເປັນຕົ້ນແມ່ນການອອກແບບ ແລະ ຕໍ່ເຮືອໃຫຍ ສາມາດບັນທຸກຄົນໂດຍສານເຖິງ 500 ຄົນ, ການອອກແບບ ແລະ ກໍ່ສ້າງເຮືອນຊານ, ເສັ້ນທາງ ແລະ ຊົນລະປະທານຫລາຍແຫ່ງ. ໃນໄລຍະພັກຜ່ອນບໍານານ ຢູ່ເມືອງໂຂງ ແລະ ເມືອງປາກຊ່ອງ ເຖິງອາຍຸສູງ ແຕ່ປະທານຍາມໃດກໍ່ເສຍສະລະທຸກສິ່ງທຸກຢ່າງ, ອຸທິດສະຕິປັນຍາ ແລະ ກໍາລັງວັງຊາຢ່າງບໍ່ຮູ້ອິດຮູ້ເມື່ອຍສ້າງຫລາຍກິດຈະກໍາທີ່ສໍາຄັນທີ່ເປັນໜໍ່ແໜງໃຫ້ແຂວງຈໍາປາສັກກໍ່ຄືທົ່ວປະເທດໄດ້ໄປຖອດຖອນບົດຮຽນ ແລະ ເພື່ອໄປສືບຕໍ່ຂະຫຍາຍກວ້າງຂວາງອອກໃນທົ່ວປະເທດ.

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top