ທ່ານ ຄຳໄຕ ສີພັນດອນ ຖືສຳຄັນການກໍ່ສ້າງພະນັກງານ

06/02/2024 06:22
Email Print 1430
ຂປລ ຕະຫລອດໄລຍະການເຄື່ອນໄຫວປະຕິວັດ ກໍຄືການນຳພາຂະ ບວນການປົກປັກຮັກສາ ແລະ ສ້າງ ສາພັດທະນາເທດຊາດ ປະທານ ຄຳໄຕ ສີພັນດອນ ມີຄວາມເປັນ ຫ່ວງເປັນໄຍ ແລະ ເອົາໃຈໃສ່ເປັນ ພິເສດຕໍ່ວຽກງານສ້າງພັກ-ພະນັກ ງານ, ເປັນຕົ້ນແມ່ນພະນັກງານສືບ ທອດຮຸ້ນຕ່າງໆ.

    *ຕະຫລອດໄລຍະການເຄື່ອນໄຫວປະຕິວັດ ກໍຄືການນຳພາຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາເທດຊາດ ປະທານ ຄຳໄຕ ສີພັນດອນ ມີຄວາມເປັນຫ່ວງເປັນໄຍ ແລະ ເອົາໃຈໃສ່ເປັນພິເສດຕໍ່ວຽກງານສ້າງພັກ-ພະນັກງານ, ເປັນຕົ້ນແມ່ນພະນັກງານສືບທອດຮຸ້ນຕ່າງໆ. ໃນໂອກາດໄປຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາແຂວງໃນແຕ່ລະປີ, ປະທານເຄີຍເນັ້ນໜັກເລື້ອຍໆໃຫ້ຄະນະພັກແຕ່ ລະຂັ້ນເອົາໃຈໃສ່ເປັນພິເສດຕໍ່ວຽກງານປັບປຸງກໍ່ສ້າງພັກ-ພະນັກງານໃຫ້ດີ. ດັ່ງທີ່ ທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃນຖານະທີ່ເຄີຍໃກ້ຊິດຕິດ ແທດຮັບໃຊ້ ປະທານ ຄໍາໄຕ ສີພັນດອນ ໄດ້ຍົກໃຫ້ເຫັນໃນປຶ້ມຂຽນປະທານ ຄຳໄຕ ສີພັນດອນ ໃນຄວາມຊົງຈຳຂອງຜູ້ໃກ້ຊິດໂດຍຍົກໃຫ້ເຫັນທິດຊ້ີນຳປະທານ ຄຳໄຕ ສີພັນດອນ ໃນການກໍ່ສ້າງພະນັກງານວ່າ: “ຢາກສ້າງໜ່ວຍພັກແຂງຮູ້ນໍາພາຮອບດ້ານ, ສໍາຄັນແມ່ນຕ້ອງສ້າງສະມາຊິກພັກໃຫ້ເຂ້ັມແຂງ ແລະ ຕ້ອງເກັ່ງໜ່ວຍ ພັກຈຶ່ງຈະແຂງໄດ້”. ຕໍ່ພະນັກງານການນໍາແຕ່ລະຂັ້ນ, ປະທານ ຄຳໄຕ ສີພັນດອນ ກໍ່ເຄີຍຕັກເຕືອນເລື້ອຍໆວ່າ: ແຕ່ລະຄົນຕ້ອງບຸກບືນສູ້ຊົນຝຶກຝົນຫລ່ໍຫລອມສ້າງຕົນເອງໃຫ້ກ້າວໜ້າເລື້ອຍໆ, ບໍ່ແມ່ນຈະລໍຖ້າໃຫ້ແຕ່ຂັ້ນເທິງ ຫລື ການຈັດຕັ້ງສ້າງຕົນເອງ.

    ປະທານຍາມໃດກໍ່ຢູ່ໃກ້ຊິດຕິດແທດຮັກແພງກັບພະນັກງານດ້ວຍຄວາມຈິງອົກຈິງໃຈ. ປະທານມີວາດຊົງທ່ີເຄ່ັງຂຶມ ແຕ່ເມ່ືອພົບປະໂອ້ລົມກັບພະນັກງານ ວາດຊົງສຽງເວົ້າຂອງເພິ່ນທໍາມະດາເປັນກັນເອງ. ຢູ່ໃກ້ຊິດຕິດແທດກັບປະທານມາຫລາຍປີ, ບໍ່ເຄີຍເຫັນເພິ່ນຄຽດຊັງ ຫລື ອະຄະຕິຕໍ່ພະນັກງານ, ມີບາງເທື່ອເພິ່ນກໍ່ຮ້າຍໃຫ້ພະນັກງານຍ້ອນເຮັດວຽກຊັກຊ້າ ຫລື ບ່ໍຖືກຕ້ອງຕາມການຊີ້ນໍາ, ແຕ່ຮ້າຍແລ້ວກໍ່ແລ້ວ, ຕໍ່ມາກ່ໍຍັງມີຄວາມຮັກແພງ ແລະ ໃຫ້ຄໍາແນະນໍາອົບຮົມຕໍ່ໄປ. ດ້ວຍຄວາມເອົາໃຈໃສ່ສຶກສາອົບຮົມ, ແນະນໍາຕັກເຕືອນຂອງເພິ່ນ, ມີຫລາຍພະນັກງານທີ່ຢູ່ໃກ້ຊິດຕິດແທດເພິ່ນ ໄດ້ກາຍເປັນພະນັກງານຫລັກແຫລ່ງທີ່ສໍາຄັນຢູ່ບັນດາຂະແໜງການ ແລະ ທ້ອງຖິ່ນຕ່າງໆ.ປະທານ ຄຳໄຕ ສີພັນດອນ ມແບບແຜນຢ້ຽມຢາມເຮັດວຽກຢູ່ບັນດາແຂວງ ແລະ ທ້ອງຖິ່ນຕ່າງໆທີ່ກະທັດຮັດງ່າຍດາຍ, ປະຢັດມັດທະຍັດ ແລະ ຮັບປະກັນຄວາມລັບ.

     ປະທານເຄີຍແນະນໍາວ່າ: ການໄປຢ້ຽມຢາມຕ້ອງຮັກສາຄວາມລັບ, ບໍ່ຄວນຈັດພິທີການຕ້ອບຮັບໃຫຍ່ໂຕອຶກກະລຶກນຶກນອງ, ເຮັດໃຫ້ສີ້ນເປືອງເງິນຄໍາ ແລະ ເວລາອັນຈໍາເປັນ. ອັນໃດບໍ່ຈໍາເປັນກໍ່ຕ້ອງຫລຸດຜ່ອນລົງ. ປະທານແນະນໍາໃຫ້ຫຸລດຜ່ອນ ແລະ ຈໍາກັດການລະດົມເອົາພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນ ມາລຽນແຖວຕ້ອນຮັບການນໍາສູນກາງລົງມາຢ້ຽມຢາມ ແລະ ເຮັດວຽກຢູ່ທ້ອງຖິ່ນແຕ່ລະຄັ້ງອັນນີ້ເປັນ ຮູບການຫລາຍກວ່າເຫັນວ່າບໍ່ຈໍາເປັນ. ປະທານຍັງແນະນໍາໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີສົມທົບກັບກະຊວງການຕ່າງປະເທດ ແລະ ແຂວງຕ່າງໆອອກຂໍ້ກໍານົດລະອຽດກ່ຽວກັບລະບຽບແບບແຜນຮັບແຂກພາຍໃນໃຫ້ກະຖັດຫັດ, ງ່າຍດາຍ ແລະ ປະຢັດ ມັດທະຍັດ. ປະທານ ຄໍາໄຕ ສີພັນດອນ ຍາມໃດກໍ່ໃກ້ຊິດຕິດແທດກັບຮາກຖານປະຊ າຊົນ, ປະທານເຄື່ອນໄຫວຢ້ຽມຢາມຫລາຍແຂວງຫລາຍທ້ອງຖິ່ນ, ເປັນຕົ້ນແມ່ນໃນໄລຍະອອກພັກຜ່ອນບໍານານປະທານ ເຄື່ອນໄຫວຢ້ຽມຢາມຫລາຍບ່ອນເພື່ອເບ່ິງສະພາບຕົວຈິງຢູ່ຮາກຖານ. ໃນນັ້ນປະທານໄດ້ພົບເຫັນຢູ່ຫລາຍບ່ອນສະພາບການສຶກສາພົບ ຄວາມຫຍຸ້ງຍາກລໍາບາກ. ມີບາງບ່ອນນັກຮຽນລົ້ນຫ້ອງຮຽນ, ບໍ່ມີບ່ອນສຶກສາຮໍ່າຮຽນ, ດ້ວຍຄວາມເປັນຫ່ວງເປັນໄຍດັ່ງກ່າວ, ປະທານໄດ້ຊ່ວຍສ້າງໂຮງຮຽນຈໍານວນໜຶ່ງໂດຍທີ່ເພິ່ນເປັນຜູ້ອອກແບບ ແລະ ຊີ້ນໍາການກໍ່ສ້າງເອງຢ່າງເປັນລະບົບຄົບຊຸດ. ການກໍ່ສ້າງໂຮງຮຽນແຕ່ລະແຫ່ງ ບໍ່ພຽງແຕ່ໃຊ້ເງິນໜ້ອຍເທົ່ານັ້ນ ແຕ່ຍັງດໍາເນີນກໍ່ສ້າງສໍາເລັດໄວເຊັ່ນ: ໂຮງຮຽນປະຖົມສົມບູນຢູ່ເມືອງໂຂງ, ເມືອງປາກຊ່ອງ ແຂວງຈໍາປາສັກ, ເມືອງນໍ້າບາກ ແຂວງຫລວງພະບາງ. ປະທານເຄີຍຕໍານິຕໍ່ການນໍາໃຊ້ງົບປະມານຢ່າງຫລວງ ຫລາຍ ເພື່ອສ້າງໂຮງຮຽນຫລັງນ້ອຍໆແບບບໍ່ສົມເຫດສົມຜົນ ແລະ ໃຊ້ທັງເວລາເປັນປີຈຶ່ງສ້າງສໍາເລັດ. ປະທານແນະນໍາຂະແໜງການກ່ຽວຂ້ອງຕ້ອງເອົາໃຈໃສ່ກວດກາຄືນເພື່ອນໍາໃຊ້ງົບປະມານໃຫ້ມີປະສິດທິຜົນສູງ.ບັນດາຜົນງານ ແລະ ບົດຮຽນ ຂອງປະທານປະທານ ຄໍາໄຕ ສີພັນດອນ ໄດ້ກາຍເປັນແວ່ນແຍງອັນ ປະເສີດໃຫ້ບັນດາກະຊວງ-ອົງການ, ທ້ອງຖິ່ນຕ່າງໆກໍຄືພະນັກງານ, ສະມາຊິກພັກ ແລະ ປະຊາຊົນຊັ້ນຄົນຕ່າງໆໃນທົ່ວປະເທດໄດ້ສຶກສາຄົ້ນຄວ້າຮໍ່າຮຽນ ແລະ ຫັນໃຫ້ເປັນຂະບວນການຈັດຕັ້ງປະຕິບັດຕົວຈິງໃນຊີວິດ ແລະ ສັງຄົມ.

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top