ຫັນປ່ຽນການຜະລິດແບບເກົ່າ ມາເປັນສິນຄ້າ ພາຄອບຄົວພົ້ນທຸກ

19/09/2023 10:00
Email Print 917
ຂປລ ໃນເມື່ອກ່ອນການພັດທະນາພື້ນຖານໂຄງລ່າງ, ຖະໜົນຫົນທາງໄປສູ່ເຂດຊົນນະນົດ ເຫັນວ່າຍັງບໍ່ທົ່ວເຖິງເຮັດໃຫ້ການພັດທະນາຊີວິດການເປັນຢູ່, ການຜະລິດ ແລະ ອື່ນໆ ຂອງປະຊາຊົນຍັງພົບຄວາມຫຍຸ້ງຍາກ. ເຖິງຜະລິດໄດ້ຫລາຍກໍ່ບໍ່ມີພໍ່ຄ້າແມ່ຄ້າເຂົ້າໄປ ຮັບຊື້ ຫລື ເອົາມາຂາຍຢູ່ຕະຫລາດໄດ້.

*ໃນເມື່ອກ່ອນການພັດທະນາພື້ນຖານໂຄງລ່າງ, ຖະໜົນຫົນທາງໄປສູ່ເຂດຊົນນະນົດ ເຫັນວ່າຍັງບໍ່ທົ່ວເຖິງເຮັດໃຫ້ການພັດທະນາຊີວິດການເປັນຢູ່, ການຜະລິດ ແລະ ອື່ນໆຂອງປະຊາຊົນຍັງພົບຄວາມຫຍຸ້ງຍາກ. ເຖິງຜະລິດໄດ້ຫລາຍກໍ່ບໍ່ມີພໍ່ຄ້າແມ່ຄ້າເຂົ້າໄປ ຮັບຊື້ ຫລື ເອົາມາຂາຍຢູ່ຕະຫລາດໄດ້. ແນວໃດກໍ່ດີພາຍໃຕ້ການນຳພາຂອງພັກໃນການນຳພາປະຕິບັດແຜນພັດທະນາແຕ່ລະໄລຍະເຮັດໃຫ້ປະເທດ ຊາດໄດ້ຮັບການພັດທະນາໃນແຕ່ລະດ້ານ, ຊີວິດການເປັນຢູ່ຂອງປະຊາຊົນກໍນັບມື້ດີຂຶ້ນໂດຍສະເພາະແມ່ນປະຊາ ຊົນຢູ່ ເຂດຊົນນະບົດພູດອຍ. ສະນັ້ນ ເພື່ອໃຫ້ເຫັນການພັດທະນາດັ່ງກ່າວ, ຄໍລຳພັດທະນາອາຊີບມື້ນີ້ຂໍພາທ່ານໄປຮູ້ ກັບຄອບຄົວໜຶ່ງທີ່ຫັນການຜະລິດກະສິກຳແບບດັ່ງເດີມສູ່ການຜະລິດຮູບແບບໃໝ່ ເພື່ອເປັນສິນຄ້າໃນທີ່ສຸດກໍ່ເຮັດ ໃຫ້ຖານະ ຄອບຄົວມີ ການພັດທະ ນາກ້າວສູ່ການຫລຸດພົ້ນອອກຈາກ ຄວາມທຸກຍາກໂດຍພື້ນຖານ.ທ່ານ ຫວາ ມົວ ລີ ຢູ່ບ້ານນາຫວ່າງ ເມືອງຮຸນແຂວງອຸດົມໄຊ ເລົ່າສູ່ຟັງວ່າ: ໃນເມື່ອກ່ອນຄອບຄົວຕົນແມ່ນຢູ່ບ້ານໜຶ່ງໃນເມືອງຊຽງຄໍ້ ແຂວງຫົວພັນ ແລະ ເປັນຄູສອນແຕ່ປີ 1983-1989 ປະຕິ ບັດຕາມແນວທາງນະໂຍບາຍຂອງພັກລັດ ໃນການສ້າງເສດຖະກິດຄອບຄົວ ຈຶ່ງໄດ້ຂໍອອກຈາກການເປັນຄູສອນເພື່ອສ້າງເສດຖະກິດຄອບຄົວ ດ້ວຍການປະກອບອາຊີບປູກຝັງ-ລ້ຽງສັດ. ໂດຍອີງໃສ່ບົດຮຽນທີ່ໄດ້ ໃນໄລຍະຍັງເປັນຄູສອນ ທີ່ເວລາພັກແລ້ງໃນແຕ່ລະປີ ໄດ້ເຂົ້າຮັບຟັງການເຜີຍແຜ່ແນວທາງນະໂຍບາຍຂອງພັກໃຫ້ແກ່ພະນັກງານຄູພວກເຮົາ, ໂດຍສະເພາະການແມ່ນການຜະລິດກະສິກຳເປັນສິນຄ້າຂາຍຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດ. ດັ່ງນັ້ນ, ຫລັງໄດ້ອອກຈາກຄູສອນປີ 1989 ແລ້ວ ຈຶ່ງໄດ້ມາຊອກ ພື້ນທີ່ ທຳການຜະລິດ ໂດຍໄດ້ມາເບິ່ງຢູ່ເມືອງຮຸນ ແຂວງອຸດົມໄຊ ເຫັນວ່າເໝາະສົມແກ່ການຜະລິດກະສິກຳການປູກ-ການລ້ຽງ ຈຶ່ງໄດ້ພາຄອບຄົວມາຢູ່ເມືອງດັ່ງກ່າວ ເພື່ອປະກອບອາຊີບຜະລິດກະ ສິກຳມາຈົນຮອດປັດຈຸບັນນີ້. ການມາຢູ່ເມືອງຮຸນນີ້, ຄອບຄົວໄດ້ ຊື້ດິນທຳການຜະລິດ ໂດຍສະເພາະແມ່ນດິນປູກສາລີ ມີ 20 ເຮັກຕາ, ສວນໝາກລຳໄຍປະມານ 1 ເຮັກຕາ, ດິນນາ 1 ເຮັກຕາ, ດິນສວນຢາງພາລາ 10  ເຮັກຕາ. ໃນນີ້, ປູກຢາງໄດ້ 6.000 ຕົ້ນ (ຂີດຢາງແລ້ວ) ໂດຍໄດ້ເອົາ ໃຫ້ປະຊາຊົນຂີດແບ່ງປັນເຄິ່ງ, ສະເລ່ຍລາຍຮັບລວມປີໜຶ່ງໄດ້ກວ່າ 180 ລ້ານກີບ ເອົາມາຫານເຄິ່ງກັນໄດ້ກວ່າ 90 ລ້ານກີບຕໍ່ປີ. ຂະນະທີ່ການປູກສາລີກໍ່ໄດ້ເອົາ ເນື້ອທີ່ດິນໃຫ້ປະຊາຊົນຜູ້ທີ່ບໍ່ມີດິນປູກສາລີປູກ ໂດຍເຮົາຕອບສະໜອງແນວພັນ, ໄຖໃຫ້ເຂົາເຈົ້າ ຫລັງຈາກຂາຍຜົນຜະລິດກໍ່ແບ່ງປັນເຄິ່ງກັນ. ພາຍຫລັງຂາຍຜົນຜະລິດສາລີ ແລະ ແບ່ງປັນ, ຫັກຄ່າຕ່າງໆແລ້ວ ກໍ່ຍັງເຫລືອກວ່າ 120 ລ້ານຕໍ່ປີ. ສະເລ່ຍລາຍຮັບຈາກການຂາຍຢາງພາລາ, ສາລີ, ຂາຍໝາກລຳໄຍໃນແຕ່ລະປີ ຄອບຄົວຕົນກໍ່ມີ ລາຍຮັບ ຫລາຍກວ່າ 200 ລ້ານກີບ. ການຜະລິດ ສາລີຂາຍແມ່ນມີຄວາມສະດວກສະບາຍຫລາຍ ມີແຕ່ໃຊ້ພາຫະນະຜະລິດເຊັ່ນວ່າ: ໄຖ, ປູກສາລີ ແລະ ແກ່ສາລີລ້ວນແຕ່ໃຊ້ແຕ່ພາຫະນະໂດຍບໍ່ໄດ້ໃຊ້ແຮງງານຄົນ ຄືເມື່ອກ່ອນຢູ່ຊົນນະບົດ ທີ່ໃຊ້ແຮງງານຄົນປູກ, ເປ້, ໃຊ້ແຮງ ງານມ້າ, ງົວ, ຄວາຍແກ່. ທ່ານ ຫວາ ມົວ ລີ ກ່າວ.  ທ່ານ ຫວາ ມົວ ລີ ຍັງກ່າວຕື່ມວ່າ: ປັດຈຸບັນຕົນກໍ່ມີອາຍຸ 70 ປີແລ້ວ ບວກໃສ່ເຫື່ອແຮງກໍ່ຫລຸດລົງ ຈຶ່ງໄດ້ຫັນມາລ້ຽງປາ, ໄກ່ລາດ, ລ້ຽງງົວ ເຊິ່ງ ການລ້ຽງງົວແມ່ນຫາກໍ່ເລີ່ມລ້ຽງໂດຍມີງົວ 20 ກວ່າໂຕ, ມີສວນຫຍ້າ ລ້ຽງງົວ 5 ເຮັກຕາ. ຂະນະທີ່ພາຍຫລັງ ເກັບກ່ຽວເຂົ້ານາປີສຳເລັດ ກໍ່ໄດ້ເອົາເຄື່ອງຈັກໄປອັດເຟືອງມາໄວ້ໃຫ້ງົວກິນໃນຍາມຂາດເຂີນຫຍ້າ. ແນວໃດກໍ່ດີໂດຍລວມແລ້ວການປະກອບອາຊີບ ກະສິກຳກໍ່ພໍມີຢູ່ມີກິນ, ມີເງິນທ້ອນ ໄວ້ໃຊ້ຈ່າຍບໍ່ຂາດເມື່ອທຽບໃສ່ເມື່ອກ່ອນທີ່ຍັງຢູ່ໃນຊົດນະບົດ. ຜ່ານການ ປະກອບ ອາຊີບນີ້, ປັດຈຸບັນຄອບຄົວ ສາມາດຊື້ໄດ້ພາຫະນະໃຫຍ່-ນ້ອຍຮັບ ໃຫ້ຄອບຄົວ, ມີລົດໄຖໃຫຍ່, ມີເຄື່ອງຢອດເມັດສາລີ, ເຄື່ອງອັດເຟືອງ ແລະ ອື່ນໆຕື່ມອີກ.    

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top