ແຮງງານລາວ ຍັງມີຄວາມຕ້ອງການໄປ ເຮັດວຽກຢູ່ຕ່າງປະເທດ ເພີ່ມຂຶ້ນຕໍ່ເນື່ອງ

24/08/2023 17:15
Email Print 3087
ຂປລ ຂປລ. ປັດຈຸບັນ ແຮງງານລາວ ໃນຂອບເຂດທົ່ວປະເທດ ຍັງມີຄວາມຕ້ອງການຢາກໄປເຮັດວຽກ ຢູ່ຕ່າງປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນແຕ່ລະປີ ເປັນຕົ້ນ ປະເທດໄທ, ສ ເກົາຫລີ ແລະ ຍີ່ປຸ່ນ ເນື່ອງຈາກວ່າ ຕໍາແໜ່ງງານຢູ່ປະເທດດັ່ງກ່າວ, ມີຫລາຍໃຫ້ເລືອກ ແລະ ມີຄວາມສອດຄ່ອງກັບຄວາມຮູ້,


ຂປລ. ປັດຈຸບັນ ແຮງງານລາວ ໃນຂອບເຂດທົ່ວປະເທດ ຍັງມີຄວາມຕ້ອງການຢາກໄປເຮັດວຽກ ຢູ່ຕ່າງປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນແຕ່ລະປີ ເປັນຕົ້ນ ປະເທດໄທ, ສ ເກົາຫລີ ແລະ ຍີ່ປຸ່ນ ເນື່ອງຈາກວ່າ ຕໍາແໜ່ງງານຢູ່ປະເທດດັ່ງກ່າວ,  ມີຫລາຍໃຫ້ເລືອກ ແລະ ມີຄວາມສອດຄ່ອງກັບຄວາມຮູ້, ຄວາມສາມາດຂອງແຮງງານລາວ ເປັນສ່ວນຫລາຍ.  ພ້ອມນີ້, ຄ່າຈ້າງ (ເງິນເດືອນ) ກໍສູງກວ່າ ແລະ ຄ່າຄອງຊີບພຽງພໍກັບລາຍຮັບ ເຊິ່ງເຮັດໃຫ້ແຮງງານ ສາມາດເກັບອອມ ແລະ ສົ່ງເງິນກັບບ້ານໃນແຕ່ລະເດືອນໄດ້.
|   ທ່ານ ບຸນສວນ ໄຊຍະສິນ ຫົວໜ້າພະແນກຈັດຫາງານໄປຕ່າງປະທດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ສຳພາດ ໃນວັນທີ 23 ສິງຫາ 2023 ນີ້ວ່າ: ຜ່ານມາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ(
MOU) ຮ່ວມກັບປະເທດໄທ, ສ ເກົາຫລີ ແລະ ຍີ່ປຸ່ນ. ໃນນັ້ນ, ລາຊະອານາຈັກໄທ ເປັນປະເທດອັນດັບ1 ທີ່ແຮງງານລາວເຂົ້າໄປເຮັດວຽກເປັນຈຳນວນຫລາຍ ເຊິ່ງກົມການຈັດຫາງານ ໄດ້ຈັດສົ່ງແຮງງານລາວໄປໃນລະບົບ ນັບແຕ່ເປີດປະເທດ ໃນເດືອນ ມີນາ 2022 ຫາ ເດືອນມິຖຸນາ 2023 ຈັດສົ່ງໄດ້ທັງໝົດ 96.800 ກ່ວາຄົນ, ຍິງ 53.800 ກວ່າຄົນ. ສຳ ລັບ ການຈັດສົ່ງແຮງງານໄປເຮັດວຽກຢູ່ ສ ເກົາຫລີ ແມ່ນຈັດຕັ້ງປະຕິບັດໂດຍຜ່ານ 2 ລະບົບ ຄື: ລະບົບການອະນຸຍາດຈ້າງງານ(EPS) ແລະ ລະບົບແຮງງານຕາມລະດູການ(SWP), ນັບແຕ່ຕົ້ນປີ 2022 ຫາ ເດືອນມິຖຸນາ 2023 ສາມາດຈັດສົ່ງໄດ້ທັງໝົດ 2.600 ກວ່າຄົນ, ຍິງ 860 ກວ່າຄົນ. ໃນນັ້ນ, ລະບົບການຈ້າງງານ 990 ກວ່າຄົນ, ຍິງ 100 ກວ່າຄົນ ແລະ ລະບົບຕາມລະດູການ 1.670 ກ່ວາຄົນ, ຍິງ 760 ກວ່າຄົນ. ສ່ວນການຈັດສົ່ງແຮງງານລາວໄປປະເທດ ຍີ່ປຸ່ນນັບແຕ່ຕົ້ນປີ 2022 ຫາ ເດືອນມິຖຸນາ 2023 ສາມາດຈັດສົ່ງແຮງງານ ໄດ້ທັງໝົດ 720 ຄົນ, ຍິງ 255 ຄົນ.
   ພາຍຫລັງສົ່ງແຮງງານໄປແລ້ວ ກໍໄດ້ມີການຕິດຕາມ ແລະ ຄຸ້ມຄອງ ແຮງງານຢ່າງເປັນລະ ບົບ ໂດຍໄດ້ແຕ່ງຕັ້ງຜູ້ຊ່ວຍທູດທາງດ້ານແຮງງານ ໄປປະຈຳຢູ່ປະເທດຮັບແຮງງານ ໂດຍສະເພາະປະເທດໄທ ເພື່ອເຮັດໜ້າທີ່ຕິດຕາມ ແລະ ຄຸ້ມຄອງແຮງງານ ໃຫ້ເຮັດວຽກຖືກຕາມກົດໝາຍ ແລະ ປອດໄພ. ນອກນັ້ນ, ຍັງໄດ້ກຳນົດພາລະບົດບາດ ແລະ ໜ້າທີ່ ໃຫ້ບັນດາບໍລິສັດ, ອົງການຈັດສົ່ງ ໂດຍສະເພາະວິສາຫະກິດຈັດຫາງານ ຕ້ອງເຮັດໜ້າທີ່ ໃນການຕິດຕາມຄຸ້ມຄອງ ແຮງງານທີ່ໄດ້ສົ່ງໄປຕາມຫົວໜ່ວຍແຮງງານຕ່າງໆ ໃນກໍລະນີມີບັນຫາໃດໜຶ່ງເກີດຂຶ້ນ ບໍລິສັດຕ້ອງເປັນຜູ້ຮັບຜິດຊອບໃນການແກ້ໄຂບັນຫາດັ່ງກ່າວ ໂດຍການປະທານສົມທົບກັບນາຍຈ້າງ ແລະ ອົງການປົກຄອງທີ່ກ່ຽວຂ້ອງຂອງປະເທດນັ້ນໆ. ສ່ວນປະເທດທີ່ບໍ່ມີຜູ້ຊ່ວຍທູດທາງດ້ານແຮງງານ ເປັນຕົນ ຍີ່ປຸ່ນ ແລະ ສ ເກົາ ຫລີ ແມ່ນອາໄສ ສະຖານທູດລາວ ປະຈຳຢູ່ປະເທດນັ້ນ, ເປັນຜູ້ຊ່ວຍເຮັດໜ້າທີ່ຕິດຕາມ ແລະ ຄຸ້ມຄອງແຮງງານດັ່ງກ່າວ.
 
    ທ່ານ ບຸນສວນ ໄຊຍະສິນ ໃຫ້ຮູ້ອີກວ່າ: ສຳລັບ ແຮງງານລາວທີ່ບໍ່ມີເງື່ອນໄຂ, ບໍ່ມີເງິນສຳ ລັບແລ່ນເອກະສານຕ່າງໆ ລວມເຖິງຄ່າເດີນທາງ ແລະ ອື່ນໆ,  ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ກໍຄື ກົມການຈັດຫາງານ ໄດ້ເຊັນສັນຍາກັບທະນາຄານພັດທະນາລາວ ແລະ ສະຖາບັນປ່ອຍເງິນກູ້ BNK ປ່ອຍເງິນໃຫ້ແຮງງານລາວ ກູ້ຢືມໃນອັດຕາດອກເບ້ຍຕ່ຳ 2% ຕໍ່ເດືອນ ແລະ 1,4-1,7% ຕໍ່ເດືອນ.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

    • ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດວັດທະນະທຳ-ສັງຄົມ

      ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ

      10/21/2026 9:53:28 AM

      ສປປ ລາວ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ ຊຶ່ງກຸ່ມອາຊະຍາກຳໄດ້ມີການເຄື່ອນໄຫວທີ່ເລິກແລບ ແລະ ສັບຊ້ອນຫຼາຍຂຶ້ນ ເນື່ອງຈາກ ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ ໂດຍສະເພາະທີ່ຕັ້ງພູມສັນຖານຂອງປະເທດ, ສາເຫດຫຼັກແມ່ນການໄປອອກແຮງງານຢູ່ຕ່າງປະເທດແບບບໍ່ຖືກຕ້ອງ, ຄວາມບໍ່ເຂົ້າໃຈລະບຽບກົດໝາຍ ແລະ ປັດໄຈຊຸກຍູ້ຈາກເຕັກໂນໂລຊີ-ສື່ສັງຄົມອອນລາຍ.

    • ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງວັດທະນະທຳ-ສັງຄົມ

      ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງ

      10/21/2026 9:14:19 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ໃນອາທິດຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ) ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳຄິດຄຳເຫັນໃຫ້ມີເນື້ອໃນກະທັດຮັດ, ຄົບຖ້ວນ, ສົມບູນ ເພື່ອກ້າວໄປສູ່ການຮັບຮອງ ແລະ ປະກາດໃຊ້.

    • ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນວັດທະນະທຳ-ສັງຄົມ

      ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນ

      10/19/2026 10:03:17 AM

      ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2026 ຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ໂດຍຈະຈັດຫຼາຍກິດຈະກຳທາງສາສະໜາ ແລະ ກິດຈະກຳອື່ນໆປິ່ນອ້ອມ.

    • ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້

      10/16/2026 8:47:45 AM

      ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມ ໄຊ ຈັດຝຶກອົບຮົມ ການກວດສອບ ສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ໃຫ້ວິຊາການສະເພາະ ດ້ານ ຂອງແຂວງເມື່ອມໍ່ໆມາ ນີ້ ໂດຍການເປັນປະທານຂອງ ທ່ານ ວິໄຊ ບຸລະສິນ ຮອງຫົວໜ້າ ພະແນກກະສິກຳ ແລະ ສ່ິງແວດ ລ້ອມ ແຂວງອຸດົມໄຊ ພ້ອມດ້ວຍຜ້ ຕາງໜ້າຈາກສູນປ້ອງກັນພືດ, ກົມ ປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຊ່ຽວຊານຈາກໂຄງການຟາມ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໄຊ, ເມືອງ ແບງ, ເມືອງຮຸນ ແລະ ເມືອງນາໝໍ້ ທີ່ນອນຢູ່ໃນເປົ້າໝາຍເຂົ້າຮ່ວມ.

    • ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະວັດທະນະທຳ-ສັງຄົມ

      ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະ

      10/16/2026 8:42:47 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ຫົງຄຳ ພິມມະສານ ຮອງປະທານຄະນະ ກຳມະການປົກຄອງ ແຂວງຊຽງ ຂວາງ ພ້ອມດ້ວຍຄະນະໄດ້ຕ້ອນ ຮັບພະອາຈານໃຫຍ່ ອຳມະຣິນ ບຸນວິເສດ ຮອງຫົວໜ້າຫ້ອງການບໍລິຫານງານສູນກາງ ອົງການພຸດ ທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ຈາກແຂວງຊຽງ ຂວາງ, ແຂວງຫລວງພະບາງ ແລະ ແຂວງຫົວພັນ ເຂົ້າພົບປະ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງວ່າການ ແຂວງ.

ads
ads

Top