ຊາ​ນົມ​ໄຂ່​ມຸກ(ເຈ້ເຈ້ອຶ້ຄອງ​ໃຈ​ລູກ​ຄ້າຍາວ​ນານ

08/06/2023 09:24
Email Print 468
ຂປລ ມື້ນີ້ຄໍ​ລໍາ​ສົ່ງ​ເສີມທຸລະ​ກິດຈະ​ພາທ່ານ​ຜູ້ອ່ານ ມາ​ຮູ້ຈັກ​ກັບຮ້ານ​ຊາ​ນົມ​ໄຂ່ມຸກໂດ່ງ​ດັງ ແລະ ຄອງໃຈລູກຄ້າ ຍາວນານ 10 ກວ່າປີ ໃນນະຄອນຫລວງວຽງຈັນ ເຊິ່ງປັດຈຸ​ບັນມີ 11 ສາຂ ​ແລະ ກໍາລັງຂະ ຫຍາຍ​ອີກ 1 ສາຂາ ພວມ​ຈະເປີດ​ໃຫ້​ບໍລິການ​ໃນ​ໄວ້ໆນີ້ ນັ້ນ​ກໍ​ຄື ຮ້ານ​ເຈ້​ອຶ້ມຊາ​ນົມ​ໄຂ່​ມຸກ.




ມື້ນີ້ຄໍ​ລໍາ​ສົ່ງ​ເສີມທຸລະ​ກິດຈະ​ພາທ່ານ​ຜູ້ອ່ານ ມາ​ຮູ້ຈັກ​ກັບຮ້ານ​ຊາ​ນົມ​ໄຂ່ມຸກໂດ່ງ​ດັງ ແລະ ຄອງໃຈລູກຄ້າ ຍາວນານ 10 ກວ່າປີ ໃນນະຄອນຫລວງວຽງຈັນ ເຊິ່ງປັດຈຸ​ບັນມີ 11  ສາຂ ​ແລະ ກໍາລັງຂະ ຫຍາຍ​ອີກ 1 ສາຂາ ພວມ​ຈະເປີດ​ໃຫ້​ບໍລິການ​ໃນ​ໄວ້ໆນີ້  ນັ້ນ​ກໍ​ຄື ຮ້ານ​ເຈ້​ອຶ້ມຊາ​ນົມ​ໄຂ່​ມຸກ ດ້ວຍ​ຄວາມ​ແຊບ, ຄວາມ​ຫອມ,ຄວາມ​ຫວານ ທີ່​ເປັນເອກະລັກ​ຂອງ​ທາງ​ຮ້ານ ​ແລະ ​ມີ​ຫລາກ​ຫລາຍ​ເມນູ ​ໃຫ້​ເລືອກ​ກິນ​ຕາກ​ໃຈ​ມັກ ຈຶ່ງ​ເຮັດ​ໃຫ້ຮ້ານ​ນີ້​ເປັນ​ອີກໜຶ່ງຮ້ານ​ຄອງ​ໃຈ ​ຜູ້​ບໍລິ​ໂພ​ກ​ໄດ້​ຢ່າງ​ຍາວ​ນານ.

ນາງ ອໍາພອນ ສີ​ວັນນະ​ ຫລື ທີ່​ຄົນ​ມັກ​ເອີ້ນກັນ​ວ່າ ​ເຈ້​ອຶ້ມ ​ເຈົ້າ​ຂອງ​ຮ້ານເຈ້​ອຶ້ມຊາ​ນົມ​ໄຂ່​ມຸກ ເລົ່າ​ສູ່​ຟັງ​ວ່າ:  ຈຸດ​ເລີ່​ມຕົ້ນ​ອາຊີບ​ນີ້ ​ແມ່ນ​ເຄີຍ​ເຮັດ​ນໍາ​ຜູ້​ເປັນ​ແມ່​ ທີ່​ເມື່ອ​ກ່ອນ​ເພີ່ນ​ໄດ້​ຂາຍ​ເຄື່ອງ​ດື່ມ​ ປະ​ເພດ​ຊາ​​ເຢັນ ຕາມຕະຫລາດ​ທົ່ວ​ໄປຫລາຍ​ປີ​ ຈົນ​ກາຍ​ເປັນ​ອາຊີບຫລັກ​ ເພາະ​ໄດ້​ເຮັດອາຊີບ​ນີ້ຕໍ່ຈາກ​ແມ່​ ​ແຕ່ປີ 2000 ​ເປັນ​ຕົ້ນ​ມາ  ​ແລະ ມີ​ການ​ປັບປຸງ​​ເປັນ​ຜົງຊາ​ໄຂ່​ມຸກ ​ເພື່ອ​ມາ​ປັ່ນ​ເປັນ​ຊາ​ນົມ​​ໄຂ່​ມຸກ, ຊາ​ນົມ​​​ໃຕ້​ຫວັນ​ຄື​ທຸກ​ມື້​ນີ້​ ທີ່​ກໍາລັງ​ໄດ້​ຮັບ​ຄວາມ​ນິຍົມ​ຢ່າງ​ຫລວງຫລາຍ ​ຈົນ​ມີສາ​ຂາ​ ໃນ​ນະ​ຄອນຫລວງ​ເຖິງ 11 ສາຂາ​ແລ້ວ ​ແລະ ກໍາ ລັງ​ຈະ​ເປີດ​​ໃໝ່ອີກ​ໜຶ່ງ​ສາຂາ ​ທີ່​ພວມ​ເປີດ​ໃນ​ໄວ້ໆນີ້  ທັງ​ນີ້​ກໍ​ຕ້ອງ​ຂອບ​ໃຈ​ລູກ​ຄ້າ ທີ່​ໃຫ້ການ​ສະໜັບສະໜູນຕະຫລອດ​ມາ ​ເພື່ອ​ຕອບ​ແທນທາງ​ຮ້າ​ຂອງ​ພວກ​ເຮົາ ກໍ​ຈະ​ມີ​ການ​ພັດ ທະນາ​ປັບປຸງ ພ້ອມ​ດຽວກັນ ກໍ​ຈະ​ຮັກສາ​ມາດຕະຖານ​ລົດ​ຊາດ ​ແລະ ການ​ບໍລິການ​ທີ່​ດີ ​​ໃຫ້​ລູກ​ຄ້າ​ເພິ່ງ​ພໍ​ໃຈ​ຕະຫລອດ​ໄປ  ສໍາລັບ​ເມ​ນູ​ແນະ​ນໍາ​ຂອງ​ຮ້ານ​ແມ່ນ​ ຊາ​ນົມ​​ໃຕ້​ຫວັນ ​ໃສ່ໄຂ່​ມຸກ​ ຫລື ​ເສົາ​ກ້ວຍ ​ເປັນ​ເມ​ນູທີ່​ຄົນ​ນິຍົມ​ທີ່​ສຸດ ບອກ​ເລີຍ​ວ່າ​ແຊບ​ແນ່ນອນ ນອກ​ນີ້ ກໍ​ຍັງ​ມີຊາ​ຂຽວ,ຊາ​ໄທ,ກາ​ເຟ ​ແລະ ອື່ນໆອີກ ​ໂດຍ​ລາຄາ​ເລີ່​ມຕົ້ນ​ແມ່ນ 12 ພັນ​ກີບ​ຂື້ນ​ໄປ.





ນາງ ອໍາພອນ​​ເວົ້ມຕື່ມ​ວ່າ : ສິ່ງ​ທ້າ​ທ້າຍ​ທີ່​ພົບ​ໃນ​ການ​ເຮັດ​ອາຊີບ​ນີ້​ແມ່ນ ການ​ແຂ່ງຂັນ​ເພາະ​ຮ້ານ​ຂາຍ​ຊາ​ນົມ​ໄຂ່​ມຸກ​ ແມ່ນ​ຫລາຍ​ຂຶ້ນ​ ສະ​ນັ້ນ, ຕ້ອງ​ພະຍາຍາມ ​ຮັກສາ​ຄຸນ​ນະພາ​ບ, ຮັກສາ​ເອກະລັກ​ຂອງ​ຮ້ານ​ໄວ້ ​ເພື່ອ​ມັດ​ໃຈ​ລູກ​ຄ້າ​ໃຫ້​ຍາວ​ນານ ​ໂດຍ​ສະ​ເພາະ​ແມ່ນ​ລົດ​ຊາດ ​ແລະ ການ​ບໍລິການ ​ທີ່​ຕ້ອງ​ຄວບ​ຄຸມ​ໃຫ້​ທົ່ວ​ເຖິງ ​ໃນ​ຂະນະ​ດຽວກັນດ ກໍ​ຕ້ອງ​ພັດທະນາ​ຜະລິດ​ຕະພັນ ​ໃຫ້​ດີຂຶ້ນ​ເລື້ອຍໆ, ມີ​ຫລາຍ​ສີສັນ​ຂຶ້ນ​ກວ່າ​ເກົ່ ສຸດ​ທ້າຍກໍ່​ຂໍ​ຂອບ​ໃຈ​ລູກ​ຄ້າ​ທຸກ​ຄົນ ​ທີ່​ມາ​ອຸດໝູນ ​ແນວ​ໃດ​ກໍ​ຂໍ​ຝາກຊາ​ນົມ​ໄຂ່​ມຸກ​ເຈ້​ອຶ້ມ ​ໄວ້​ໃນ​ໃຈ​ທຸກ​ທ່ານ ​​​ເພາະ​ເປັນ​ຜະລິດ​ຕະພັນ​ ຂອງ​ຄົນ​ລາວ​ແທ້ ຈຶ່ງ​ຢາກ​ໃຫ້​ສະໜັບສະ ໜູນກັນ​ເອງ​ ດັ່ງ​ຄໍາ​ເວົ້ນທີ່​ວ່າ ລາວ​ຜະລິດ ລາວ​ໃຊ້ ລາວ​ຈະ​ເລີ​ນ.

ຂຽນໂດຍ: ມາລີດາ


KPL

ຂ່າວອື່ນໆ

    • ພ້ອມກັນປະກອບສ່ວນຊື້ທະນາບັດ ຊ່ວຍແກ້ໄຂວິກິດເສດຖະກິດບົດ-ສາລະຄະດີ

      ພ້ອມກັນປະກອບສ່ວນຊື້ທະນາບັດ ຊ່ວຍແກ້ໄຂວິກິດເສດຖະກິດ

      9/29/2023 12:27:45 PM

      ໃນສະພາບທີ່ເສດຖະກິດມີຄວາຫຍຸ້ງຍາກ, ລັດຖະບານໄດ້ວາງຫລາຍມາດຕະການໃນການແກ້ໄຂ ຊຶ່ງມີທັງມາດຕະການເລັ່ງດ່ວນ ແລະ ມາດຕະການໄລຍະຍາວ.

    • ໂຮງໝໍແຂວງຫລວງພະບາງ ຍົກສູງວຽກບໍລິການຂອງແມ່ ແລະ ເດັກບົດ-ສາລະຄະດີ

      ໂຮງໝໍແຂວງຫລວງພະບາງ ຍົກສູງວຽກບໍລິການຂອງແມ່ ແລະ ເດັກ

      9/28/2023 11:08:54 AM

      *ການໃຫ້ບໍລິການກວດສຸຂະພາບຂອງແມ່ ແລະ ເດັກ ແມ່ນວຽກງານໜຶ່ງ ທີ່ພະນັກງານແພດໝໍ ຢູ່ໂຮງໝໍແຂວງຫລວງພະບາງ ໄດ້ຖືສໍາ ຄັນ ແລະ ໃຫ້ຄວາມດູແລຢ່າງໃກ້ຊິດ ເຊິ່ງແມ່ນການສົ່ງເສີມໂພຊະນາການ ທີ່ດີໃຫ້ເເກ່ເດັກນ້ອຍ ເເລະ ເເມ່ຍິງທຸກຄົນໃນທົ່ວ ແຂວງ ກໍຄື ສປປ ລາວ.

    •  ເຮັດຖືກແລ້ວ ສືບຕໍ່ໄປ ຖອດຖອນບົດຮຽນໄປນໍາບົດ-ສາລະຄະດີ

      ເຮັດຖືກແລ້ວ ສືບຕໍ່ໄປ ຖອດຖອນບົດຮຽນໄປນໍາ

      9/28/2023 11:02:19 AM

      *ຫາງສຽງສັງຄົມ ລ້ວນຊົມເຊີຍພາກສ່ວນກ່ຽວຂ້ອງຂອງລັດ ທີ່ໄດ້ມີຄວາມພະຍາຍາມ ໃນການແກ້ໄຂບັນ ຫາ ຫຍຸ້ງຍາກທາງດ້ານເສດຖະກິດ...ທີ່ມີການຈັດກິດຈະກໍາ ຂາຍອຸປະໂພກ-ບໍລິໂພກ ຫລຸດລາຄາຕາມນະ ໂຍບາຍຂອງຄະນະ 19/ກມສພ, ຢູ່ນະຄອນຫລວງວຽງ ຈັນ ໃນໄລຍະວັນທີ 26-30 ກັນຍາ 2023.

    • ສຶກສາບັນດາຄໍາສັບທີ່ອ່ານສຽງໃກ້ຄຽງກັນບົດ-ສາລະຄະດີ

      ສຶກສາບັນດາຄໍາສັບທີ່ອ່ານສຽງໃກ້ຄຽງກັນ

      9/28/2023 10:57:24 AM

      *ພະຍັນຊະນະໃນພາສາລາວ ມີຈໍານວນໜຶ່ງພື້ນສຽງໃກ້ຄຽງກັນ ເຊິ່ງຈັດຢູ່ໃນຄົນລະກຸ່ມພະຍັນຊະນະ ຫລື ປະເພດອັກສອນ ຕາມຫລັກໄວຍາກອນລາວ.

    • ຊີວິດດີຂຶ້ນເປັນກ້າວໆຍ້ອນຂາຍດອກກ້ວຍໄມ້ ບົດ-ສາລະຄະດີ

      ຊີວິດດີຂຶ້ນເປັນກ້າວໆຍ້ອນຂາຍດອກກ້ວຍໄມ້

      9/28/2023 10:53:21 AM

      *ດອກ​ກ້ວຍ​ໄມ້ ຫລື ດອກເຜີ້ງ ​ແມ່ນ​ໄມ້​ປະດັບ​ທີ່​ຫລາຍ​ຄົນ​ນິຍົມ ຕົບ​ແຕ່ງ​ບ້ານ​, ເຮືອນ ແລະ ສະຖານທີ່ຕ່າງໆ ​ເພາະ​ດອກ​ກ້ວຍ​​ໄມ້ ມີ​ຄວາມ​ທົນ​ທານ ບໍ່​​ຫລົ່ນງ່າຍ ອີກ​ຢ່າງໜຶ່ງ ດອກ​ກ້ວຍ​ໄມ້ ກໍ່​ມີ​ຫລາຍ​ຊະນິດ, ຫລາຍ​ສີສັນ ຈຶ່ງ​ສ້າງ​ຄວາມ​ໂດດ​ເດັ່ນ ​ໄດ້​ເປັນ​ຢ່າງ​ດີ ​ໂດຍ​ສະ​ເພາະ​ແມ່ນ ການ​ຕົບ​ແຕ່ງ ​ເຮືອນ​ພັກ, ຮ້ານ​ອາຫານ, ສະຖານ​ທ່ອງ​ທ່ຽວທາງ​ທໍາ​ມະ​ຊາດ ຍິ່ງ​ເພີ່ມ​ຄວາມໜ້າສົນ​ໃຈ​ໃຫ້​ສະຖານທີ່​ນັ້ນຂຶ້ນ​ຕື່ມ.

ads
ads

Top