ຂປລ
ຂປລ. ໃນໂອກາດ ສະເຫລີມສະຫລອງ ວັນຜູ້ບໍລິຈາກເລືອດໂລກ ທີ່ຈະຈັດຂຶ້ນໃນວັນທີ 14 ມິຖຸນາ ທີ່ຈະມາເຖິງ ຢູ່ທີ່ສູນການຄ້າລາວໄອເຕັກ (ຕຶກໃໝ່) ນະຄອນຫລວງວຽງຈັນ ແລະ ເມືອງຫລວງພະບາງ ແຂວງຫລວງພະບາງ

ຂປລ. ໃນໂອກາດ ສະເຫລີມສະຫລອງ ວັນຜູ້ບໍລິຈາກເລືອດໂລກ ທີ່ຈະຈັດຂຶ້ນໃນວັນທີ 14 ມິຖຸນາ ທີ່ຈະມາເຖິງ ຢູ່ທີ່ສູນການຄ້າລາວໄອເຕັກ (ຕຶກໃໝ່) ນະຄອນຫລວງວຽງຈັນ ແລະ ເມືອງຫລວງພະບາງ ແຂວງຫລວງພະບາງ, ບໍລິສັດ ພົງສະຫວັນ ປະກັນໄພ ຈະມອບປະກັນໄພອຸບັດເຫດສ່ວນບຸກຄົນ ໃຫ້ແກ່ຜູ້ທີ່ສະໝັກໃຈບໍລິຈາກເລືອດ ຈຳນວນ 1.500 ຄົນທຳອິດ ເຊິ່ງມີວົງເງິນຄຸ້ມຄອງ ລວມສູງສຸດ 7,5 ຕື້ກີບ. ພ້ອມນີ້, ບໍລິສັດຄູ່ຮ່ວມທຸລະກິດຕ່າງໆ ກໍໄດ້ປະກອບສ່ວນສະໜັບສະໜູນບາງກິດ ຈະກຳ ລວມມູນຄ່າ 91 ລ້ານກີບ ແລະ ເຄື່ອງສະໜັບສະໜູນອື່ນໆ ຈໍານວນໜຶ່ງ ເພື່ອ ກຽມມອບໃຫ້ຜູ້ບໍລິຈາກເລືອດແບບສະໝັກໃຈ ໃນກິດຈະກໍາດັ່ງກ່າວ.
ວັນທີ 7 ມິຖຸນາ 2023 ນີ້, ໄດ້ມີພິທີເຊັນບົດບັນທຶກການຮ່ວມມື ຊ່ວຍເຫລືອລ້າ ປະກັນໄພ ອຸບັດເຫດ ສ່ວນບຸກຄົນ ລະຫວ່າງ ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ແລະ ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈໍາກັດ ມີວົງເງິນຄຸ້ມຄອງ 7,5 ຕື້ກີບ ໂດຍ ທ່ານ ນາງ ແສງດາວ ບຸພະກອນຄຳ ປະທານສະພາບໍລິຫານຂອງ ບໍລິສັດ ພົງສະຫວັນ ປະກັນໄພ (ເອພີເອ) ຈຳກັດ, ທັງເປັນປະທານສະມາຄົມປະກັນໄພ ແຫ່ງ ສປປ ລາວ ໄດ້ກ່າວວ່າ: ເນື່ອງໃນໂອກາດ ສະເຫລີມສະຫລອງວັນຜູ້ບໍລິຈາກເລືອດໂລກ ບໍລິສັດ ພົງສະຫວັນ ປະກັນໄພ ຈະມອບປະກັນໄພອຸປະຕິເຫດສ່ວນບຸກຄົນ ໃຫ້ແກ່ຜູ້ທີ່ສະໝັກໃຈບໍລິຈາກເລືອດ ຈຳນວນ 1.500 ຄົນທຳອິດ. ເນື່ອງຈາກຈາກວ່າ ປັດຈຸບັນ, ສປປ ລາວ ຍັງຂາດແຄນເລືອດຈຳນວຍຫລາຍ ແລະ ມີຄວາມຈຳເປັນສຳລັບຫລາຍໆຄົນ ທີ່ຕ້ອງການເລືອດໃນກໍລະນີສຸກເສີນ ແລະ ເພື່ອເປັນການສົ່ງເສີມການບໍລິຈາກເລືອດ ເນື່ອງໃນວັນບໍລິຈາກເລືອດໂລກທີ່ຈະມາເຖິງນີ້, ບໍລິສັດ ພົງສະຫວັນປະກັນໄພ (ເອພີເອ) ໄດ້ເຊີນຊວນບໍລິສັດຄູ່ຮ່ວມທຸລະກິດຕ່າງໆ ເຂົາມາຮ່ວມສະໜັນສະໜູນ ໂດຍມີຫລາຍບໍລິສັດເຂົາຮ່ວມກັບຈະກຳໃນຄັ້ງນີ້ ເຊິ່ງລວມເງິນສະໝັບໜູນໄດ້ເຖິງ 91 ລ້ານກີບ ແລະ ເຄື່ອງສະໜັບສະໜູນອື່ນໆ ທີ່ຈະນໍາໃຊ້ໃນກິດຈະກໍາໃນງານສະເຫລີມ ສະຫລອງວັນຜູ້ບໍລິຈາກເລືອດໂລກ ໃນວັນທີ 14 ມິຖຸນາ 2023 ນີ້.
ໂອກາດນີ້, ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໄດ້ໃຫ້ຮູ້ວ່າ: ການປະກອບສ່ວນຊ່ວຍເຫລືອ ຂອງບໍລິສັດປະກັນໄພ ພົງສະຫວັນ ແລະ ບັນດາບໍລິສັດຄູ່ຮ່ວມທຸລະກິດຕ່າງໆ ໃນຄັ້ງນີ້, ແມ່ນວິທີການປຸກລະດົມໃນຮູບການໜຶ່ງ ທີ່ເປັນນະວັດ ຕະກຳອັນໃໝ່ທີ່ມີສີສັນ ປະກອບສ່ວນເຂົ້າໃນການໃນການເພີ່ມຈຳນວນຜູ້ບໍລິຈາກເລືອດ ໃຫ້ຫລາຍຂຶ້ນ, ທັງເປັນການຊຸກຍູ້ໃຫ້ສະຖາບັນເລືອດແຫ່ງຊາດ ອົງການກາແດງລາວ ສາມາດບັນລຸຕາມຄາດ ໝາຍທີ່ວາງໄວ້ໃນແຜນຍຸດທະສາດ ການປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພ ໃນທົ່ວປະເທດ ແລະ ທັງເປັນຕົວແບບໃຫ້ແກ່ພາກສວ່ນທຸລະກິດອື່ນໆ ໃນການປະກອບສວ່ນຊ່ວຍ ເຫລືອສັງຄົມ.
ໃນປີຜ່ານມາ, ໂຄງການດັ່ງກ່າວ, ແມ່ນໄດ້ຮັບການຕອບຮັບຈາກຜູ້ບໍລິຈາກເລືອດ ເຊິ່ງເປັນການສະແດງໃຫ້ເຫັນຄວາມເປັນຫວ່ງເປັນໄຍ ຂອງພາກສ່ວນຫົວໜ່ວຍທຸລະກິດ ໃນການປະກອບ ສ່ວນໃນວຽກງານມະນຸດສະທຳ ກໍຄື ໃນການເບິ່ງແຍງຜູ້ບໍລິຈາກເລືອດ.
ຂ່າວ: ກິດຕາ
ພາບ: ເກດສະໜາ
KPL