ທູດລາວ ປະຈຳ ສສ ຫວຽດນາມ ​ຢ້ຽມຢາມ ​ແລະ ເຮັດວຽກ ຢູ່ ແຂວງກາວບັ່ງ ແລະ ແຂວງລາງເຊີນ

22/05/2023 14:37
Email Print 1358
ຂປລ ຂປລ.ໃນວັນທີ 17-18 ພຶດສະພາ 2023 ທີ່ຜ່ານມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກ ຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍ​ຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງກາວບັ່ງ ແລະ ແຂວງລາງເຊີນ ສສ ຫວຽດນາມ

 

ຂປລ.ໃນວັນທີ 17-18ພຶດສະພາ2023 ທີ່ຜ່ານມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກ ຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍ​ຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງກາວບັ່ງ ແລະ ແຂວງລາງເຊີນ ສສ ຫວຽດນາມ ໂດຍໄດ້ພົບປະ ແລະ ປຶກສາຫາລືກັບບັນດາສະຫາຍ ການນຳ ພັກ-ລັດ ຂອງທັງສອງແຂວງ.
  ​​
ສຳລັບ ຢູ່ແຂວງກາວບັງ, ສະຫາຍ ຮວາງ ຊວນ ແອ່ງ ຮອງເລຂາພັກແຂວງ, ປະທານຄະນະ ກໍາມະການປະຊາຊົນແຂວງກາວບັ່ງ (ເຈົ້າແຂວງ)ກໍໄດ້ລາຍງານ​ກ່ຽວກັບສະພາບລວມ ນັບທັງສະພາບ​ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນໄລຍະຜ່ານມາ  ເຊິ່ງແຂວງກາວບັ່ງເປັນແຂວງທີ່ຕັ້ງຢູ່ເຂດພູດອຍມີຊາຍແດນຕິດກັບແຂວງກວາງຊີ ສປ ຈີນ ມີພົນລະເມືອງ 5 ແສນກວ່າຄົນ, ສ່ວນໃຫຍ່ແມ່ນຊົນເຜົ່າໄຕ ແລະ ຊົນເຜົ່ານົງ ກວມເອົາ 78% ບໍ່ມີຊາຍແດນຕິດກັບບັນດາແຂວງຂອງລາວ. ໃນໄລຍະຜ່ານມາເຖີງແມ່ນວ່າແຂວງບໍ່ມີຊາຍແດນຕິດກັບລາວ ແຕ່ລູກຫລານຂອງຊາວແຂວງກາວບັ່ງກໍໄດ້ປະກອບ ສ່ວນເຂົ້າໃນການຊ່ວຍເຫລືອ ການປະຕິວັດລາວ ໂດຍສະເພາະແມ່ນທະຫານອາສາສະໝັກຫວຽດນາມຊ່ວຍລາວໃນປາງສົງຄາມ ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ມີຊັ້ນນາຍພົນ 8 ຄົນ. ແຂວງດັ່ງກ່າວ ມີຄວາມມຸ່ງມາດປາດຖະໜາຢາກຮ່ວມມືກັບບັນດາແຂວງຂອງລາວ ໂດຍສະເພາະແມ່ນແຮກສ່ຽວ ກັບບັນດາແຂວງທີ່ມີພູມສັນຖານໃກ້ຄຽງກັນ. ສະນັ້ນ ຈຶ່ງມີຄວາມເຊື່ອໝັ້ນວ່າ ໃນໄລຍະທີ່​ສະ ຫາຍ​ເອກ​ອັກຄະ​ລັດຖະທູດ​ມາດຳລົງຕຳແໜ່ງຢູ່ ສສ ຫວຽດນາມ ​ຈະເປັນຂົວຕໍ່ໃນການປະສານງານ ລະ ຫວ່າງ​ສອງ​ປະເທດ ໂດຍສະເພາະແມ່ນແຂວງກາວບັ່ງແລະ ບາງທ້ອງຖິ່ນຂອງລາວ​.
   ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈໃນການຕ້ອນຮັບອັນອົບອຸ່ນ ແລະ ເປັນກັນເອງໃນຖານສະຫາຍອ້າຍນ້ອງ ພ້ອມທັງສະແດງຄວາມຊົມເຊີຍໝາກຜົນການ ພັດທະນາເສດຖະ ກິດ-ສັງຄົມໃນໄລຍະຜ່ານມາຂອງແຂວງ ເຊິ່ງບັນດາຜົນສຳເລັດດັ່ງກ່າວ ກໍໄດ້ສະແດງໃຫ້ເຫັນເຖິງການ ວາງແນວທາງທີ່ຖືກຕ້ອງ, ຄວາມສາມາດໃນການຊີ້ນຳ-ນຳພາຂອງອົງ ຄະນະ ພັກ, ອຳນາດການປົກຄອງ ແລະ ການເປັນຈິດໜຶ່ງໃຈດຽວ ຂອງປະຊາຊົນ ແຂວງກາວບັ່ງ. ພ້ອມນັ້ນ ສະຫາຍຍັງໄດ້ຕີລາຄາສູງຕໍ່ສາຍພົວພັນສອງປະເທດລາວ-ຫວຽດນາມ ໂດຍສະເພາະແມ່ນແຂວງກາວບັ່ງ ເຊິ່ງໃນໄລຍະຜ່ານມາໄດ້ມີການປະກອບສ່ວນເຂົ້າໃນການປະຕິວັດຂອງລາວ. ສຳລັບແຜນການ ແລະ ທິດທາງຂອງແຂວງ ທີ່ຢາກມີການຮ່ວມມືກັບບັນດາແຂວງຂອງລາວນັ້ນ ສະຫາຍໄດ້ແນະນຳແຂວງກາວບັ່ງຊອກຫາຄູ່ຮ່ວມ ໂດຍສະ ເພາະແມ່ນແຂວງທີ່ມີພູມສັນຖານຄ້າຍຄືກັນ ເຊັ່ນ: ເປັນເຂດທີ່ໝັ້ນປະຕິວັດ ຫລື ແຂວງທີ່ມີແຫລ່ງທ່ອງທ່ຽວອາດຈະເປັນແຂວງຫົວພັນ ແລະ ແຂວງຫລວງພະບາງຂອງ ສປປ ລາວ ເພື່ອຮ່ວມມືນຳກັນໃນອະນາຄົດອັນໃກ້ນີ້.
   ໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງກາວບັ່ງ ໃນຄັ້ງນີ້,  ວັນທີ 17 ພຶດສະພາ ຄະນະໄດ້ພົບປະ ແລະ ເຮັດວຽກ ກັບສະຫາຍ ເລ ຫາຍ ຮວ່າ ກຳມະການພັກແຂວງ, ເຈົ້າຄອງນະຄອນກາວບັ່ງ, ແຂວງກາວບັ່ງ, ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວແຂວງກາວບັ່ງ ມີການນຳພະ ແນກການຕ່າງປະເທດ, ມີປະທານສະຫະພັນບັນດາອົງການຈັດຕັ້ງ ມິດຕະພາບແຂວງກາວບັ່ງ, ຮອງປະ ທານສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງເຂົ້າຮ່ວມ.
   ໃນການພົບປະຄັ້ງນີ້ ສະມາຄົມມິດຕະພາບຫວຽດນາມ-ລາວແຂວງກາວບັ່ງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການສ້າງຕັ້ງສະມາຄົມ ເລີ່ມແຕ່ປີ 2
013 ມີສະມາຊິກທັງໝົດ 150 ຄົນ, ໃນໄລຍະຜ່ານມາ ໄດ້ຮັບຫລຽນໄຊ ແລະ ການຍ້ອງຍໍຈາກລາວຫລາຍສະຫາຍ ເຊັ່ນ: ຫລຽນໄຊອິດສະຫລະ 44 ສະຫາຍ, ຫລຽນໄຊຊະນະເລີດ 81 ສະຫາຍ, ຫລຽນໄຊພິລິອາດຫານຕ້ານຈັກກະພັດຝຣັ່ງ 5 ສະຫາຍ, ຫລຽນໄຊພິ ລະອາດຫານຕ້ານ ອາເມລິກາ 71 ສະຫາຍ ແລະ ມີ 19 ຊ່ຽວຊານ ບັນດາຂະແໜງການຊ່ວຍລາວ.  ພ້ອມດຽວກັນນັ້ນ ສະຫາຍ ດາມ ວັນ ແອງ ອະດີດຮອງເລຂາພັກແຂວງ, ອະດີດປະທານສະພາປະຊາ ຊົນແຂວງ, ປະທານສະຫະພັນບັນດາອົງການຈັດຕັ້ງ ມິດຕະພາບແຂວງກາວບັ່ງ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງສາຍພົວພັນມິດຕະພາບຫວຽດນາມ-ລາວ ນັບແຕ່ສະໄໝດຶກດຳບັນຈົນສືບທອດມາຮອດປັດຈຸ ບັນໂດຍມີປະທານໂຮ່ຈິມິນຜູ້ຍິ່ງໃຫຍ່, ປະທານໄກສອນ  ພົມວິຫານ ແລະ ປະທານສຸພານຸວົງ ທີ່ແສນເຄົາລົບຮັກເປັນຜູ້ລິເລີ່ມ. ເພື່ອເຮັດໃຫ້ສາຍພົວພັນດັ່ງກ່າວໄດ້ມີຄວາມໝາຍເລິກເຊິ່ງ ແລະ ເຮັດໃຫ້ປະ ຊາຊົນທັງສອງປະເທດ ໄດ້ຮັບຮູ້ກ່ຽວກັບສາຍພົວພັນຂອງແຂວງກາວບັ່ງກັບ ສປປ ລາວ ຫລາຍກວ່າເກົ່ານັ້ນ, ມາຮອດປີ  2022, ສະມາຄົມມິດຕະພາບຫວຽດນາມ-ລາວແຂວງກາວບັ່ງ ຈຶ່ງໄດ້ຂຽນປື້ມ ໃນຫົວຂໍ້“ລູກຫລານຊາວແຂວງກາວບັ່ງ ຊ່ວຍການປະຕິວັດລາວ“. ມາຮອດປັດຈຸບັນແມ່ນກະກຽມພິມຈໍາໜ່າຍ, ພ້ອມດຽວກັນນັ້ນ ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງກາວບັ່ງ ໄດ້ສະເໜີໃຫ້ສະຖານທູດເປັນຂົວຕໍ່ໃນການປະສານງານ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ສະມາຄົມ ພ້ອມທັງຄະນະປະສານງານອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຊ່ວຍການປະຕິວັດລາວ ໄດ້ໄປແລກປ່ຽນ ແລະ ຢ້ຽມຢາມ ສປປ ລາວ, ສະເໜີຂໍຄວາມຮ່ວມມືກັບບາງແຂວງເພື່ອແຮກສ່ຽວນຳກັນ, ສະເໜີໃຫ້ສະຖານທູດຊ່ວຍແປປື້ມທີ່ທາງສະມາຄົມກຳລັງຮຽບຮຽງ ເພື່ອພິມເປັນສອງພາສາທັງລາວ ແລະ ຫວຽດນາມ.
   ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ຕີລາສູງຕໍ່ການນຳແຂວງ ກໍຄືບັນດາອົງການຈັດ ຕັ້ງມິດຕະພາບແຂວງກາວບັ່ງ ທີ່ໄດ້ເອົາໃຈໃສ່ຄົ້ນຄວ້າໃນການເພີ່ມພູນສາຍພົວພັນມິດຕະພາບ ລາວ-ຫວຽດນາມ ເປັນຂໍ້ມູນທີ່ດີໃຫ້ແກ່ປະຊາຊົນສອງຊາດ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມໄດ້ສຶກສາຄົ້ນຄວ້າຮຽນຮູ້ປະຫວັດສາຍພົວພັນລາວ-ຫວຽດນາມ ໃຫ້ເລິກເຊິ່ງກວ່າເກົ່າ,ພ້ອມກັນນັ້ນສະຫາຍເອກອັກຄະລັດຖະທູດ ຍັງໄດ້ຢືນຢັນວ່າຈະຮັບເອົາຄຳສະເໜີຂອງສະມາຄົມ ໄປພິຈາລະນາເພື່ອໃຫ້ບັນລຸຕາມຄວາມມຸ່ງຫວັງ.
   ນອກຈາກນັ້ນ, ຄະນະກໍໄດ້ໄປຢ້ຽມຢາມຄອບຄົວລູກຫລານຂອງທ່ານ ພົນຈັດຕະວາ ຈູເຟືອງເດີ່ຍ ອະດີດຫົວໜ້າຄະນະທະຫານອາສາສະໝັກຊ່ວຍລາວ ເມື່ອປີ 1981-1988.
   ໃນວັນທີ 18 ພຶດສະພາ ຄະນະໄດ້ສືບຕໍ່ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງລາງເຊີນ ເຊິ່ງໄດ້ພົບປະ ແລະ ເຮັດວຽກ ກັບສະຫາຍນາງ ດວານ ທູ ຮ່າ ຄະນະປະຈໍາພັກແຂວງ, ຮອງເຈົ້າ ແຂວງລາງເຊີນ ພ້ອມທັງລາຍງານໃຫ້ຊາບວ່າ ແຂວງເປັນແຂວງນ້ອຍມີພົນລະເມືອງໜ້ອຍ, ຊົນເຜົ່າໄຕ ແລະ ນຸງ ກວມ 75
% ຂອງພົນລະເມືອງ ພ້ອມກັນນັ້ນ ກໍໄດ້ລາຍງານສະພາບເສດຖະກິດ-ສັງຄົມຂອງແຂວງໃນໄລຍະຜ່ານມາໃຫ້ຄະນະຊາບ.
   ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ລາຍງານສະພາບການສະເຫລີມສະຫລອງປີສາມັກຄີມິດຕະພາບ ລະຫວ່າງສອງປະເທດ ລາວ-ຫວຽດນາມ ປີ 2
022 ຄື: ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60ປີ, ວັນເຊັນສົນທິສັນຍາມິດຕະພາບຄົບຮອບ 45 ປີ ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນ ແລະ ການຈະເລີນເຕີບໂຕທາງດ້ານເສດຖະກິດຂອງແຂວງລາງເຊີນ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການເກັບລາຍຮັບຈາກ ການນຳເຂົ້າ-ສົ່ງອອກ ຢູ່ດ່ານສາກົນມິດຕະພາບຂອງແຂວງ ພາຍຫລັງຄວບຄຸມພະຍາດໂຄວິດ-19 ໄດ້ ແລະ ເປີດດ່ານໄປມາຫາສູ່ກັນລະຫວ່າງບັນດາປະ ເທດ, ຫວັງວ່າໃນອະນາຄົດແຂວງລາງເຊີນ ຈະນັບມື້ມີລາຍໄດ້ສູງກວ່າເກົ່າ. ພ້ອມດຽວກັນນັ້ນ ສະຫາຍ ເອກອັກຄະລັດຖະທູດ ຍັງຫວັງຢ່າງຍິ່ງວ່າໃນອະນາຄົດແຂວງລ້າງເຊີນ ຈະເປີດໂອກາດໃຫ້ສິນຄ້າລາວໄດ້ເຂົ້າມາສູ່ຕະຫລາດຂອງແຂວງລາງເຊີນ ແລະ ມີຄວາມເຊື່ອໝັ້ນວ່າ ໃນອະນາຄົດລະຫວ່າງແຂວງລາງເຊິນ ແລະ ບາງແຂວງຂອງລາວ ຈະໄດ້ມີການແຮກສ່ຽວນຳກັນ ເພື່ອພ້ອມກັນແລກປ່ຽນບົດຮຽນ, ປະສົບການໃນການຄຸ້ມຄອງບໍລິຫານລັດ-ຄຸ້ມຄອງສັງຄົມ ໂດຍສະເພາະການຄຸ້ມຄອງດ່ານສາກົນ ທີ່ທາງແຂວງລາງເຊີນມີບົດຮຽນສູງ.

ຂ່າວ,ພາບ: ສະຖານທູດລາວທີ່ຮ່າໂນ້ຍ

 

KPL

ຂ່າວອື່ນໆ

    • ສປປ ລາວ ກະກຽມຄວາມພ້ອມກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31ການເມືອງ

      ສປປ ລາວ ກະກຽມຄວາມພ້ອມກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31

      10/26/2026 11:34:52 AM

      ກົມສິ່ງແວດລ້ອມ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບສະຖາບັນການເຕີບໂຕສີຂຽວໂລກ (GGGI) ແລະ ອົງການພັດທະນາແຫ່ງສະຫະປະຊາຊາດ (ສປຊ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຈັດສຳມະນາກະກຽມຄະນະຜູ້ແທນ ສປປ ລາວ ກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາຂອບວຽກສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 (COP31) ເພື່ອປະສານບຸລິມະສິດ ແລະ ກຳນົດຈຸດຢືນຂອງຊາດໃຫ້ມີຄວາມຊັດເຈນ ແລະ ເປັນເອກະພາບ ໂດຍມີ ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ນາງ ອາຍຊານີ ເມດາກັງໂກດາ ລາເບ ຜູ້ຕາງໜ້າ ສປຊ ປະຈຳ ສປປ ລາວ, ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຕວັກກີ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ຜູ້ຕາງໜ້າສະຖາບັນເຕີບໂຕສີຂຽວສາກົນ (GGGI) ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ, ສະຖານທູດ, ອົງການສາກົນ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມ.

    • ມອບ-ຮັບໜ້າທີ່ຄະນະບໍລິຫານງານສະມາຄົມລາວ-ໄທ ເພື່ອມິດຕະພາບ ຊຸດເກົ່າ ແລະ ຊຸດໃໝ່ການເມືອງ

      ມອບ-ຮັບໜ້າທີ່ຄະນະບໍລິຫານງານສະມາຄົມລາວ-ໄທ ເພື່ອມິດຕະພາບ ຊຸດເກົ່າ ແລະ ຊຸດໃໝ່

      10/26/2026 11:29:08 AM

      ໃນວັນທີ 22 ຕຸລາ 2026, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ຄະນະບໍລິຫານງານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຊຸດເກົ່າ ແລະ ຊຸດໃໝ່ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍຄະນະພັກ, ຄະນະນຳ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ລາວ-ກຳປູເຈຍ ຊຸກຍູ້ການຮ່ວມມືອຳນວຍຄວາມສະດວກແລະ ສົ່ງເສີມການລົງທຶນດ້ານການທ່ອງທ່ຽວສອງປະເທດການເມືອງ

      ລາວ-ກຳປູເຈຍ ຊຸກຍູ້ການຮ່ວມມືອຳນວຍຄວາມສະດວກແລະ ສົ່ງເສີມການລົງທຶນດ້ານການທ່ອງທ່ຽວສອງປະເທດ

      10/26/2026 11:24:21 AM

      ເມື່ອບໍ່ດົນມານີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສົນທະນາວ່າດ້ວຍການອຳນວຍຄວາມສະດວກດ້ານການທ່ອງທ່ຽວຕາມຊາຍແດນ ແລະ ສົ່ງເສີມການລົງທຶນດ້ານການທ່ອງທ່ຽວ ລາວ-ກຳປູເຈຍ ທີ່ແຂວງຊຽງແຕງ ລາຊະອານາຈັກກຳປູເຈຍ.

    • ຮັບຮອງຢ່າງເປັນທາງການຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງລະຫວ່າງ ລັດຖະບານລາວ ແລະ ອົງການ ສປຊ ສຳລັບປີ 2027-2031ການເມືອງ

      ຮັບຮອງຢ່າງເປັນທາງການຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງລະຫວ່າງ ລັດຖະບານລາວ ແລະ ອົງການ ສປຊ ສຳລັບປີ 2027-2031

      10/26/2026 11:19:42 AM

      ພິທີຮັບຮອງຢ່າງເປັນທາງການ ຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ ສຳລັບປີ 2027-2031 ຈັດຂຶ້ນໃນວັນທີ 21 ຕຸລາ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເປັນປະທານຮ່ວມພິທີຂອງ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບາໂຄເດຍ ເບີຄານອບ (Bakhodir Burkhanov) ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ມີຮອງລັດຖະມົນຕີ, ເອກອັກຄະລັດຖະທູດ, ຫົວໜ້າຫ້ອງການກະຊວງ, ຄະນະກົມ, ຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ ແລະ ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ ເຂົ້າຮ່ວມ.

    • ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນຕຸລາ 2026ການເມືອງ

      ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນຕຸລາ 2026

      10/26/2026 11:15:43 AM

      ໃນຕອນແລງວັນທີ 23 ຕຸລາ 2026 ນີ້, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ວ່າ: ກອງ ປະຊຸມດັ່ງກ່າວໄດ້ໄຂຂຶ້ນໃນຕອນເຊ້ົາວັນທີ 22 ຕຸລາ ແລະ ອັດລົງໃນຕອນແລງຂອງວັນທີ 23 ຕຸລາ 2026 ທີ່ສຳນັກງານນາຍົກລັດຖະ ມົນຕີ,

ads
ads

Top