ຂປລ
*ແຂວງຄຳມ່ວນເປັນອີກແຂວງໜຶ່ງຢູ່ພາກກາງຂອງປະເທດລາວເຮົາ ທັງເປັນແຂວງທີ່ມີແຫລ່ງ ທ່ອງ ທ່ຽວຫລາຍແຫ່ງ ທີ່ໜ້າດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວ, ພັກ ຜ່ອນຍ່ອນອາລົມກໍວ່າໄດ້ ໂດຍລວມທັງໝົດແຫລ່ງທ່ອງທ່ຽວ ທີ່ຖືກພັດທະນາແລ້ວ ແລະ ຍັງບໍ່ ທັນພັດທະນາມີເກືອບ 210 ແຫ່ງ.

*ແຂວງຄຳມ່ວນເປັນອີກແຂວງໜຶ່ງຢູ່ພາກກາງຂອງປະເທດລາວເຮົາ ທັງເປັນແຂວງທີ່ມີແຫລ່ງທ່ອງທ່ຽວຫລາຍແຫ່ງ ທີ່ໜ້າດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວ, ພັກຜ່ອນຍ່ອນອາລົມກໍວ່າໄດ້ ໂດຍລວມທັງໝົດແຫລ່ງທ່ອງທ່ຽວ ທີ່ຖືກພັດທະນາແລ້ວ ແລະ ຍັງບໍ່ທັນພັດທະນາມີເກືອບ 210 ແຫ່ງ. ໃນນັ້ນ, ແຫລ່ງທ່ອງທ່ຽວທຳມະຊາດ 145 ແຫ່ງ, ວັດທະນະທຳ 33 ແຫ່ງ ແລະ ປະຫວັດສາດ 31 ແຫ່ງ.
ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະເທດລາວເມື່ອບໍ່ດົນນີ້ວ່າ: ແຂວງຕົນກໍມີທ່າແຮງຫລາຍດ້ານ ໃນການພັດທະນາເສດຖະກິດ-ສັງຄົມ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍສະເພາະແມ່ນໄດ້ກຳນົດ ເອົາ 3 ທ່າແຮງພື້ນຖານ ໃນການພັດທະນາເສດຖະກິດ-ສັງຄົມຄື: ທ່າແຮງທາງດ້ານກະສິກຳ, ທ່າແຮງທາງດ້ານອຸດສາຫະກຳ ພະລັງງານ-ບໍ່ແຮ່ ແລະ ທ່າແຮງທາງດ້ານການບໍລິການທາງຜ່ານ ແລະ ການທ່ອງທ່ຽວ. ສໍາລັບວຽກງານທ່ອງທ່ຽວ ທັງແຂວງໄດ້ ມີຄຳຂວັນ “ ພະທາດສີໂຄດຕະບອງງາມສະຫງ່າ ລຳພະຫຍາມະຫາໄຊ ກຳແພງໃຫຍ່ພູຄັນນາ ຜາຫີນໜາມໜໍ່ ບໍ່ໄຟຟ້ານ້ຳເທີນສອງ ກອງລໍ-ນາຕານນ້ຳລອດຖ້ຳ ວິລະກຳ 21 ມີນາ 1946”. ໂດຍໃນທົ່ວແຂວງ ມີແຫລ່ງທ່ອງທ່ຽວເກືອບ 210 ແຫ່ງ. ໃນ ນັ້ນ, ແຫລ່ງທ່ອງທ່ຽວທາງທຳມະຊາດ 145 ແຫ່ງ, ແຫລ່ງທ່ອງທ່ຽວທາງວັດທະນະທຳ 33 ແຫ່ງ ແລະ ດ້ານປະຫວັດສາດ 31 ແຫ່ງ, ໄດ້ປະກອບເປັນບັນຊີຮຽກການລົງທຶນ ມີ 23 ແຫ່ງ. ປັດຈຸບັນສະຖານທີ່ທ່ອງທ່ຽວ ທີ່ເອກະຊົນສໍາປະທານແລ້ວ 7 ແຫ່ງຄື: ສະຖານທີ່ທ່ອງທ່ຽວຖໍ້ານາງແອນ, ຂຸນກອງແລງ, ທ່າຝຣັ່ງ, ພູຜາມ່ານ, ຕາດຊຽງລື, ແຫລ່ງທ່ອງທ່ຽວຕາດຟ້າ ເມືອງຄູນຄໍາ, ຂຸນນໍ້າຄໍາດິບ. ພ້ອມນີ້, ຍັງມີບາງແຫ່ງກຳລັງສຶກສາຄວາມເປັນໄປໄດ້ ເພື່ອສະເໜີຂໍອະນຸຍາດສຳປະທານ ໂດຍສຸມໃສ່ ປະຕິບັດ ຕາມສະໂລແກນຂອງການທ່ອງທ່ຽວທີ່ວ່າ "ທ່ອງທ່ຽວດ້ວຍຄວາມສຸກໃຈ ມີຄວາມປອດໄພຮອບດ້ານ”.

ເຈົ້າແຂວງຄຳມ່ວນກ່າວຕື່ມວ່າ: ໃນປີ 2022 ຜ່ານມາ ມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງຕົນທັງໝົດ 362.395 ຄົນ. ໃນນັ້ນ, ນັກທ່ອງທ່ຽວພາຍໃນ 223.854 ຄົນ, ສາມາດສ້າງລາຍຮັບໃຫ້ແກ່ແຂວງ ກໍຄືປະຊາຊົນໄດ້ຫລາຍກວ່າ 251 ຕື້ກີບ. ໃນ ຈຳນວນແຫລ່ງທ່ອງທ່ຽວຫລາຍແຫ່ງນັ້ນ ທັງແຂວງພວກເຮົາ ໄດ້ສະເໜີພູຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກທາງທຳມະຊາດ ແຫ່ງທຳອິດຂອງ ສປປ ລາວ ທາງດ້ານນິຕິກຳແມ່ນມີຄວາມຄືບໜ້າ ຫລາຍກວ່າ 70% ເຊິ່ງຍັງຢູ່ໃນຂັ້ນຕອນການຮອງຮັບຈາກ ສສ ຫວຽດນາມ ໃນການຢັ້ງຢືນຮ່ວມຊາຍແດນ ເປັນມໍລະດົກໂລກ ເພື່ອສົ່ງໄປຍັງທາງອົງການ UNESCO ຮອງຮັບຕາມຂັ້ນຕອນລະບຽບຫລັກການ. ແນວໃດກໍດີ ເພື່ອກຽມພ້ອມຮອງຮັບນັກທ່ອງທ່ຽວ ທັງເປັນການດຶງດູດ ແລະ ໂຄສະນາກ່ຽວກັບການທ່ອງທ່ຽວ ນັບແຕ່ການແພ່ລະບາດ ຂອງເຊື້ອພະຍາດໂຄວິດ-19 ຜ່ອນຄາຍລົງ ທາງແຂວງ ກໍໄດ້ມີການຊຸກຍູ້ປັບປຸງ, ຟື້ນຟູບູລະນະ ແລະ ຍົກລະດັບບັນດາແຫລ່ງທ່ອງທ່ຽວຕ່າງໆ ໄປພ້ອມໆກັບການຝຶກອົບຮົມ ໃຫ້ບັນດາຜູ້ປະກອບການໃນຫົວຂໍ້ຕ່າງໆ ເພື່ອຊຸກຍູ້ສົ່ງເສີມ ໃນການຈັດມາດຕະຖານຄືນໃໝ່ ເປັນຕົ້ນແມ່ນໄດ້ຝຶກອົບຮົມ ໃຫ້ແກ່ພະນັກງານ ເຮັດໜ້າທີ່ດ້ານການບໍລິການ ຢູ່ຮ້ານອາຫານ, ໂຮງແຮມ ແລະ ສະຖານທີ່ທ່ອງທ່ຽວຕ່າງໆ ໃຫ້ມີຄຸນນະພາບຫລາຍຂຶ້ນ; ຢູ່ບັນດາດ່ານ ເຂົ້າ-ອອກເມືອງ ກໍໄດ້ມີການສ້າງເງື່ອນໄຂ ອຳນວຍຄວາມສະດວກ, ປະຕິບັດນະໂຍບາຍ ໃຫ້ແກ່ນັກທ່ອງທ່ຽວ ທີ່ເດີນທາງເຂົ້າມາແບບກຣຸບທົ່ວ, ແບບສ່ວນຕົວ ແລະ ອື່ນໆ ລວມທັງການຕິດຕາມຄຸ້ມຄອງລົດເຊົ່າ, ລົດຕູ້ບໍລິການຕ່າງໆ ໄດ້ມີການກຳນົດລາຄາຄັກແນ່ ໃນການໄປທ່ຽວສະຖານທີ່ຕ່າງໆ. ນອກນັ້ນ ກໍຍັງໄດ້ມີການໂຄສະນາ ດ້ວຍຫລາຍຮູບ-ຫລາຍສີ, ຜະລິດປື້ມແນະນໍາການທ່ອງທ່ຽວ (Guidebook) ແລະ ແຜນທີ່ທ່ອງທ່ຽວ (Tourism map) ໄປພ້ອມກັບການຈັດເທສະການ ໃນງານບຸນປະເພນີປະຈຳປີທ້ອງຖິ່ນ ແລະ ຜ່ານສື່ສັງຄົມຕ່າງໆ.

ນອກຈາກທີ່ກ່າວມານັ້ນແລ້ວ, ພວກເຮົາຍັງໄດ້ສຸມໃສ່ເນັ້ນໜັກການທ່ອງທ່ຽວແບບວົງຈອນ (THE LOOP) ໂດຍເລີ່ມຈາກເມືອງທ່າແຂກ, ມະຫາໄຊ, ຍົມມະລາດ, ນາກາຍ, ຄູນຄຳ, ຫີນບູນ ແລະ ກັບມາເມືອງທ່າແຂກ ມີໄລຍະທາງເຂົ້າຫາແຫລ່ງທ່ອງທ່ຽວໃນແຕ່ລະຈຸດ ທັງໝົດປະມານ 450 ກິໂລແມັດ ເຊິ່ງຜ່ານມາທາງຜູ້ປະກອບການ ກໍໄດ້ມີການຈັດໂປຣໂມຊັ້ນ ໃນແຕ່ລະໄລຍະ, ພ້ອມທັງການສົ່ງຕໍ່ ນັກທ່ອງທ່ຽວເຊິ່ງກັນ ແລະ ກັນ ແບບມີສ່ວນຮ່ວມ ຂອງບັນດາແຫລ່ງທ່ອງທ່ຽວ ພາຍໃນ ແຂວງມາເປັນໄລຍະໆ. ແນວໃດກໍດີປັດຈຸບັນນີ້ ເຫັນວ່າການທ່ອງທ່ຽວຢູ່ແຂວງຄຳມ່ວນ ມີບັນຍາກາດຟົດຟື້ນ ໂດຍມີທັງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ກໍເລີ່ມມາທ່ຽວໃນແຕ່ລະມື້ ຢ່າງຫລວງຫລາຍ ແລະ ຄາດວ່າໝົດປີນີ້ ຈະມີນັກທ່ອງ ທ່ຽວເພີ່ມຂຶ້ນ ຫລາຍກວ່າປີຜ່ານມາ. ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນກ່າວ.
ຂຽນໂດຍ: ຢາຕົ້ງ
KPL