ສ.ປຈີນ ຈະເບີກຈ່າຍເງິນ ລ້ຽງດູລູກ 500 ໂດລາ ສະຫະລັດຕໍ່ປີ

30/07/2025 19:13
Email Print 259
ຂປລ ສື່ທາງການ ຂອງ ສປຈີນ ລາຍງານວ່າ: ລັດຖະບານ ຈີນ ໄດ້ສະເໜີ ບ້ວງເງິນອຸດໜູນ ຈໍານວນ 500 ໂດລາສະຫະລັດ ຕໍ່ປີ ສຳລັບ ຜູ້ປົກຄອງ ທີ່ມີລູກອາຍຸຕໍ່າກວ່າ 3 ປີ ທ່າມກາງ ວິກິດປະຊາກອນ. ດັ່ງນັ້ນ ຕ້ອງເລັ່ງຫາວິທີທາງແກ້ໄຂ ບັນຫານີ້.

ຂປລ. ອ້າງຕາມຂ່າວ ປັກກິງ ຂອງ ສປຈີນ, ວັນທີ 29 ກໍລະກົດ, ສື່ທາງການ ຂອງ ສປຈີນ ລາຍງານວ່າ: ລັດຖະບານ ຈີນ ໄດ້ສະເໜີ ບ້ວງເງິນອຸດໜູນ ຈໍານວນ 500 ໂດລາສະຫະລັດ ຕໍ່ປີ ສຳລັບ ຜູ້ປົກຄອງ ທີ່ມີລູກອາຍຸຕໍ່າກວ່າ 3 ປີ ທ່າມກາງ ວິກິດປະຊາກອນ. ດັ່ງນັ້ນ ຕ້ອງເລັ່ງຫາວິທີທາງແກ້ໄຂ ບັນຫານີ້.

ໂດຍ ສຳນັກງານ ໂທລະພາບກາງ ແຫ່ງປະເທດຈີນ (ຊີຊີທີວີ) ລະບຸວ່າ: ບ້ວງເງິນ ອຸດໜູນ ທົ່ວປະເທດ ມີຜົນຢ້ອນຫລັງ ນັບແຕ່ ວັນທີ 1 ມັງກອນ ໃນປີນີ້, ໂດຍອ້າງອິງ ມະຕິ ຂອງ ພັກກອມມູນິດ ແລະ ຄະນະລັດຖະມົນຕີ ຈີນ.

ນະໂຍບາຍດັ່ງກ່າວນີ້ ເພື່ອແນໃສ່ ການພັດທະນາ ຄວາມເປັນຢູ່ ຂອງ ປະຊາຊົນ ໂດຍຜ່ານການ ໃຫ້ເງິນອຸດໜູນ ໂດຍກົງ ໃຫ້ແກ່ຄອບຄົວ ທົ່ວປະເທດ ເພື່ອຊ່ວຍຫລຸດພາລະ ໃນການລ້ຽງດູລູກ.  ເມື່ອປີກາຍນີ້ ອັດຕາການເກີດ ຂອງຈີນ ລວມມີພຽງ 9,54 ລ້ານຄົນ, ຫລຸດລົງເຄິ່ງໜຶ່ງ ເມື່ອທຽບໃສ່ ປີ 2016 ຜ່ານມາ ຊຶ່ງມີ ການປະກາດ ຍົກເລິກນະໂຍບາຍ ລູກຄົນດຽວ ທີ່ ບັງຄັບໃຊ້ມາ ຫລາຍກວ່າ 30 ປີ.  ໃນຂະນະທີ່ ຕົວເລກ ປະຊາກອນ ເມື່ອປີ 2024 ຫລຸດລົງ 1,39ລ້ານຄົນ, ພາຍຫລັງ ສູນເສຍຕຳແໜ່ງ ປະເທດ ທີ່ມີປະຊາກອນ ຫລາຍທີ່ສຸດໃນໂລກ./

KPL

ຂ່າວອື່ນໆ

ads
ads

Top