ນະໂຍບາຍພາສີ ສ.ອາເມລິກາ ຈະເຮັດໃຫ້ລາຄາສິນຄ້າ ເພີ່ມຂຶ້ນ 1,8% ໃນໄລຍະສັ້ນ

30/07/2025 19:13
Email Print 208
ຂປລ ນະໂຍບາຍ ພາສີ ຂອງ ລັດຖະບານ ສ.ອາເມລິກາ ໄດ້ເຮັດໃຫ້ ເສດຖະກິດ ຂອງ ປະເທດນີ້ ມີການເຕີບໂຕຂຶ້ນ ໃນຫລາຍເດືອນ ຕິດຕໍ່ກັນ. ໂດຍ ສື່ ສ.ອາເມລິກາ ໄດ້ຍົກເອົາຂໍ້ມູນ ຈາກ ຜົນການ ຄົ້ນຄວ້າໜຶ່ງ ເຊິ່ງສະແດງ ໃຫ້ເຫັນວ່າ, ນະໂຍບາຍພາສີ ຂອງ ປະເທດນີ້ ຈະເຮັດໃຫ້ ລາຄາ ສິນຄ້າ ເພີ່ມຂຶ້ນ 1,8% ໃນໄລຍະສັ້ນ

ຂປລ. ຕາມແຫລ່ງຂ່າວ ຊີເອັມຈີ: ວັນ​ທີ 29 ກໍ​ລະ​ກົດ​, ນະ​ໂຍ​ບາຍ​ ພາ​ສີ​ ຂອງ​ ລັດ​ຖະ​ບານ​ ສ.ອາ​ເມ​ລິ​ກາ​ ໄດ້​ເຮັດ​ໃຫ້ ​ເສດ​ຖະ​ກິດ​ ຂອງ ປະເທດນີ້​ ມີການເຕີບໂຕຂຶ້ນ ​ໃນຫລາຍ​ເດືອນ ​ຕິດ​ຕໍ່​ກັນ. ໂດຍ ສື່ ສ.ອາເມລິກາ ​ໄດ້​ຍົກ​ເອົາ​ຂໍ້​ມູນ​​ ຈາກ ​ຜົນ​ການ ​ຄົ້ນ​ຄວ້າ​ໜຶ່ງ ເຊິ່ງສະ​ແດງ ​ໃຫ້​ເຫັນ​ວ່າ, ນະ​ໂຍ​ບາຍ​ພາ​ສີ ​ຂອງ ປະເທດນີ້ ​ຈະ​ເຮັດ​ໃຫ້ ລາ​ຄາ​ ສິນ​ຄ້າ ເພີ່ມ​ຂຶ້ນ 1,8% ໃນ​ໄລ​ຍະ​ສັ້ນ, ສິ່ງດັ່ງກ່າວນີ້ ໄດ້ມຸ່ງໄປສູ່ ​ເປົ້າ​ໝາຍ ​ການຄວບ​ຄຸມ ອັດຕາ​ເງິນ​ເຟີ້ 2% ທີ່ ​ທະ​ນາ​ຄານ​ກາງ​ ສ.ອາ​ເມ​ລິ​ກາ​ ໄດ້ກຳ​ນົດ​ໄວ້. ​ໂດຍສະ​ເລ່ຍ​ແລ້ວ ທຸກ​ຄອບ​ຄົວ​​ ໃນ ສ.ອາ​ເມ​ລິ​ກາ​​ ຕ້ອງ​ສູນ​ເສຍເງິນ 2400 ໂດ​ລາ​ສະຫະລັດ ໃນ​ປີ 2025./

 

KPL

ຂ່າວອື່ນໆ

ads
ads

Top