ຮອງປະທານປະເທດ ຕ້ອນຮັບ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ

30/07/2025 21:41
Email Print 258
ຂປລ ຂປລ. ໃນວັນທີ 30 ກໍລະກົດ 2025 ນີ້, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ພົນເອກ ເລືອງ ຕາມ ກວາງ ກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມສັນທະວະໄມຕີ ແລະ ເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸ ຂະພາບຜູ້ຕິດຢາເສບຕິດ ທີ່ແຂວງວຽງຈັນ



ຂປລ. ໃນວັນທີ 30 ກໍລະກົດ 2025 ນີ້, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ພົນເອກ ເລືອງ ຕາມ ກວາງ ກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມສັນທະວະໄມຕີ ແລະ ເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸ ຂະພາບຜູ້ຕິດຢາເສບຕິດ ທີ່ແຂວງວຽງຈັນ ແລະ ເຂົ້າຮ່ວມພິທີເປີດນຳໃຊ້ລະບົບ ແລະ ບັດປະຈຳຕົວພົນລະເມືອງ ດີຈິຕອນ ຢູ່ ສປປ ລາວ.

ທ່ານ ບຸນທອງ ຈິດມະນີ ໄດ້ສະແດງຕາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ພົນເອກ ເລືອງ ຕາມ ກວາງ ທີ່ໄດ້ນໍາພາຄະນະເດີນທາງມາຢ້ຽມຍາມ ແລະ ເຮັດວຽກ ຢູ່ ສປປ ລາວໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນການເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງສູນປິ່ນ ປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ແລະ ເຂົ້າຮ່ວມພິທີເປີດນຳໃຊ້ລະບົບ ແລະ ບັດປະຈຳຕົວພົນລະເມືອງ ດີຈິຕອນ ຢູ່ນະຄອນຫລວງວຽງຈັນ ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການຮັດ ແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ໂດຍສະ ເພາະ ເປັນການຮັດແໜ້ນການຮ່ວມມື, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ສອງກະຊວງປ້ອງກັນຄວາມສະຫງົບ ລາວ-ຫຽດນາມ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນຕະຫລອດໄປ, ແນໃສ່ເຮັດໃຫ້ວຽກງານຂອງສອງກະຊວງປ້ອງກັນຄວາມ ສະຫງົບ ລາວ-ຫວຽດນາມ ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ. ພ້ອມນີ້, ທ່ານ ບຸນທອງ ຈິດມະນີ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານຫວຽດນາມ ກໍຄື ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫລືອໃນດ້ານຕ່າງໆແກ່ ສປປ ລາວ ໂດຍສະເພາະ ໂຄງການກໍ່ ສ້າງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ທີ່ແຂວງວຽງຈັນ ແລະ ການເຮັດບັດປະຈຳຕົວພົນລະເມືອງ ດີຈິຕອນ ຢູ່ ສປປ ລາວ.
ທ່ານ ພົນເອກ ເລືອງ ຕາມ ກວາງ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ບຸນທອງ ຈິດມະນີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງລາຍງານຜົນສໍາເລັດຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ກໍຄື ເຂົ້າຮ່ວມ ພິທີມອບ-ຮັບໂຄງການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຢູ່ແຂວງວຽງຈັນ ແລະ ເຂົ້າຮ່ວມພິທີເປີດນຳໃຊ້ລະບົບ ແລະ ບັດປະຈຳຕົວພົນລະເມືອງ ດີຈິຕອນ ຢູ່ນະຄອນຫລວງວຽງຈັນ.

ຂ່າວ: ກິດຕາ
ພາບ: ເກດສະໜາ
KPL

ຂ່າວອື່ນໆ

    • ປະກາດສ້າງຕັ້ງ ອົງຄະນະພັກອົງການກາແດງແຫ່ງຊາດລາວການເມືອງ

      ປະກາດສ້າງຕັ້ງ ອົງຄະນະພັກອົງການກາແດງແຫ່ງຊາດລາວ

      7/31/2025 3:04:39 PM

      ຂປລ. ພິທີປະກາດສ້າງຕັ້ງ ອົງຄະນະພັກອົງການກາແດງແຫ່ງຊາດລາວ ແລະ ບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານພັກອົງການກາແດງແຫ່ງຊາດລາວ ຈັດຂຶ້ນໃນວັນທີ 31 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດ ວັດທະນາທຳ-ສັງຄົມ

    • ນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ ວຽກງານຢູ່ເຂດພິເສດບໍເຕ່ນແດນງາມການເມືອງ

      ນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ ວຽກງານຢູ່ເຂດພິເສດບໍເຕ່ນແດນງາມ

      7/31/2025 2:54:00 PM

      ຂປລ. ວັນທີ 29 ກໍລະກົດ 2025 ຜ່ານ​ມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້​ເຄື່ອນ​ໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ເຂດພິເສດບໍເຕ່ນແດນງາມ ແຂວງຫລວງນໍ້າທາ ໂດຍ​ໄດ້​ຮັບ​ການ​ຕ້ອນຮັບ​ຂອງ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫລວງນ້ຳທາ

    • ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອປ້ອງກັນການໃຊ້ແຮງງານເດັກການເມືອງ

      ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອປ້ອງກັນການໃຊ້ແຮງງານເດັກ

      7/31/2025 2:48:57 PM

      ຂປລ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການປົກປ້ອງເດັກ ເພື່ອປ້ອງກັນການໃຊ້ແຮງງານເດັກ ທີ່ແຂວງຫລວງພະບາງ ລະຫວ່າງ ກະຊວງແຮງງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ອົງການຊ່ວຍເຫລືອເດັກສາກົນ (SCI) ປະຈໍາ ສປປ ລາວ

    • ນາຍົກລັດຖະມົນຕີ ເຄື່ອນໄຫວວຽກງານ ຢູ່ເມືອງຊຽງຮ່ອນ ແລະ ເມືອງໄຊຍະບູລີການເມືອງ

      ນາຍົກລັດຖະມົນຕີ ເຄື່ອນໄຫວວຽກງານ ຢູ່ເມືອງຊຽງຮ່ອນ ແລະ ເມືອງໄຊຍະບູລີ

      7/31/2025 2:25:22 PM

      ຂປລ. ໃນຕອນບ່າຍວັນທີ 30 ກໍລະກົດ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ພ້ອມຄະນະ ໄດ້​ເຄື່ອນ​ໄຫວຢ້ຽມຢາມເມືອງຊຽງຮ່ອນ ແຂວງໄຊຍະບູລີ ​ໂດຍ​ມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາພັກເມືອງ ຊຽງຮ່ອນ, ມີການນໍາຂອງແຂວງ ແລະ ການນໍາຂອງເມືອງໃຫ້ການຕ້ອນຮັບ.

    • ແຈ້ງການກະຊວງການຕ່າງປະເທດ ແຫ່ງ ສປປ ລາວການເມືອງ

      ແຈ້ງການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

      7/30/2025 9:37:24 PM

      ຂປລ. ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີແຫ່ງ ສະຫະພັນ ຣັດເຊຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນໍາພາຄະນະຜູ້ແທນຂັ້ນສູງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນ ທາງໄປຢ້ຽມຢາມ ສະຫະພັນ ຣັດເຊຍ ຢ່າງເປັນທາງການ ແຕ່ວັນທີ 30 ກໍລະກົດ-1 ສິງຫາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ຣັດເຊຍ.

ads
ads

Top