ຂປລ
* ເກືອບ 3 ປີ ທີ່ບໍ່ໄດ້ຈັດມະຫາກໍາບຸນຊ້າງ ຍ້ອນການລະບາດຂອງພະຍາດໂຄວິດນັ້ນເອງ ມາປີນີ້ ແຂວງໄຊຍະບູລີ ໄດ້ເປີດມະຫາກໍາບຸນຊ້າງ ຄັ້ງທີ 16 ປະຈໍາປີ 2023 ຢ່າງເປັນທາງການ ລະຫວ່າງວັນທີ 13-20 ກຸມພານີ້ທີ່ເດີ່ນສະໜາມ ຫລວງເທສະບານແຂວງ.

ພາບປະກອບ
* ເກືອບ 3 ປີ ທີ່ບໍ່ໄດ້ຈັດມະຫາກໍາບຸນຊ້າງ ຍ້ອນການລະບາດຂອງພະຍາດໂຄວິດນັ້ນເອງ ມາປີນີ້ ແຂວງໄຊຍະບູລີ ໄດ້ເປີດມະຫາກໍາບຸນຊ້າງ ຄັ້ງທີ 16 ປະຈໍາປີ 2023 ຢ່າງເປັນທາງການ ລະຫວ່າງວັນທີ 13-20 ກຸມພານີ້ທີ່ເດີ່ນສະໜາມ ຫລວງເທສະບານແຂວງ ເຊິ່ງເຫັນຕະຫລອດໄລຍະ 8 ວັນນັ້ນ ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດບໍ່ຕໍ່າກວ່າ 10 ພັນກວ່າຄົນ ເຂົ້າຮ່ວມງານຄັ້ງນີ້ ອັນໄດ້ປະກອບສ່ວນ ພັດທະນາເສດຖະກິດ-ສັງຄົມ, ຍົກສູງບົດບາດການ ທ່ອງ ທ່ຽວແບບອະນຸລັກ.
ສໍາລັບງານເປີດແມ່ນເລີ່ມຕົ້ນດ້ວຍຂະບວນແຫ່ທຸງຊາດທຸງທິວ, ຂະບວນປ້າຍງານມະຫາກໍາບຸນຊ້າງປະຈໍາປີ 2023, ໂລໂກບຸນຊ້າງ ສັນຍະລັກງານມະຫາກໍາບຸນຊ້າງ, ຂະບວນພາຂວັນຊ້າງ ແລະ ເຖົ້າແກ່ແນວໂຮມ, ຂະບວນ 8 ຊົນເຜົ່າ ທີ່ ເປັນສັນຍະລັກຂອງແຂວງໄຊຍະບູລີ ຈໍານວນ 80 ຄົນ, ຂະບວນແຫ່ຊ້າງ 75 ເຊືອກປະສານສຽງເປົ່າສະໄນ, ຂະບວນຊ້າງເສິກ, ຂະບວນຊ້າງທ່ອງທ່ຽວ, ຊ້າງລໍາລຽງ ແລະ ຊ້າງລໍາລຽງອາຫານການກິນ. ນອກຈາກນີ້, ຍັງມີຂະບວນແຫ່ກ້ອນ ກໍາລັງຈາກ 11 ເມືອງ, ກ້ອນກໍາລັງຈາກພະແນກການຕ່າງໆ, ຂະບວນຟ້ອນບັດສະລ໋ອບ 1.400 ຄົນ, ຕໍ່ດ້ວຍການບາສີສູ່ຂວັນຊ້າງ, ຊົມການສະແດງໂດດຈ້ອງ ຈາກກອງພັນທະຫານອາກາດ ກະຊວງປ້ອງກັນປະເທດ, ກິດຈະກໍາອະນຸລັກ ຊ້າງ, ຊ້າງແຕ້ມ ຮູບ, ຊ້າງຕີກອັບ, ບໍລິການຂີ່ຊ້າງ, ຊົມການສະແດງກິດຈະກໍາຂອງຊ້າງ, ຊົມຊ້າງອາບນໍ້າ ແລະອື່ນໆ.

ພາບປະກອບ
ສຳລັບການຈັດມະຫາກຳບຸນ ຊ້າງ ແມ່ນເລີ່ມມາແຕ່ ປີ 2007 ຢູ່ ເມືອງປາກລາຍ, ຄັ້ງທີ 2 ຈັດຂຶ້ນທີ່ ເມືອງຫົງສາ ເມື່ອປີ 2008, ຄັ້ງທີ 3 ຈັດຂຶ້ນທີ່ເມືອງໄຊຍະບູລີ ເມື່ອ ປີ 2009, ຄັ້ງທີ 4 ຈັດຂຶ້ນທີ່ເມືອງ ຫົງສາ ເມ່ືອປີ 2010,ຄັ້ງທີ 5 ຈັດຂຶ້ນທີ່ ເມືອງປາກລາຍ ເມື່ອປີ 2011, ຄັ້ງທີ 6 ຈັດຂຶ້ນທີ່ເມືອງໄຊ ຍະບູລີ ເມື່ອປີ 2012. ຈາກຄັ້ງທີ 6 ເປັນຕົ້ນມາ ເມືອງໄຊຍະບູລີ ໄດ້ເປັນເມືອງຕົວແທນຂອງແຂວງ ຈັດມະຫາກຳບຸນຊ້າງ ຕະຫລອດມາທຸກໆປີ ຈົນຮອດປັດຈຸບັນນີ້ ກໍ່ ເນື່ອງຈາກວ່າ ມີຄວາມພ້ອມດ້ານສະຖານທີ່ ແລະ ສິ່ງອຳນວຍຄວາມສຳດວກ.
ເຖິງແນວໃດກໍດີ ການຈັດງານ ທຸກຄັ້ງແມ່ນແນໃສສົ່ງເສີມການທ່ອງທ່ຽວ ຕິດພັນກັບນະບາຍໂຍບາຍຂອງພັກ-ລັດຄື: ການປົກປັກຮັກສາ ແລະ ອະນຸລັກສິ່ງແວດລ້ອມ, ທໍາມະຊາດ, ແຫລ່ງນໍ້າ, ສັດປ່າ ໃຫ້ໄປຕາມທິດຍືນຍົງສີຂຽວ. ດັ່ງທີ່ ຮູ້ນໍາກັນ ອົງການອະນຸລັກຊ້າງສາກົນລາຍງານວ່າ ສປປ ລາວ ແມ່ນໜຶ່ງໃນຈໍານວນຫລາຍປະເທດ ໃນໂລກທີ່ມີຄວາມອຸດົມສົມບູນທີ່ສຸດ ຈາກອະດີດທີ່ເຄີຍຮັບຮູ້ວ່າ ປະເທດລ້ານຊ້າງ ກັບຄວາມໝາຍງ່າຍໆຄື “ລາວໃນອະດີດມີຊ້າງ ນັບ ລ້ານໂຕ ຈົນຂະໜານນາມວ່າປະເທດຊ້າງ”. ມາເຖິງປັດຈຸບັນນີ້ ສປປ ລາວ ຍັງມີຊ້າງຫລົງເຫລືອຢູ່ພຽງ 700 ກວ່າໂຕທົ່ວປະເທດ ໃນນັ້ນຊ້າງປ່າມີປະມານ 300 ກວ່າໂຕ ແລະ ຊ້າງບ້ານ ມີປະມານ 400 ກວ່າໂຕ.
ຈາກຈຳນວນຊ້າງທີ່ຫລຸດລົງໃນແຕ່ລະປີນັ້ນ ມີຄວາມຈຳເປັນ ຢ່າງຍິ່ງທີ່ທຸກພາກສ່ວນໃນສັງຄົມ ຕ້ອງໄດ້ຮ່ວມແຮງ, ຮ່ວມໃຈກັນເຂົ້າ ໃນການອະນຸລັກຊ້າງໃຫ້ຢູ່ຄູ່ ກັບປະເທດລາວເຮົາຕະຫລອດໄປ ຊຶ່ງການອະນຸລັກສົ່ງເສີມນັ້ນ ແນ່ນອນ ແມ່ນຕ້ອງຕິດພັນ ກັບການທ່ອງທ່ຽວ, ວັດທະນະທຳ ແລະ ວິຖີການດຳລົງຊີວິດ ຂອງປະຊາຊົນສະແດງ ໃຫ້ທົ່ວສັງຄົມເຫັນຄວາມສຳຄັນ ຂອງວຽກງານອະນຸລັກ ໂດຍສະເພາະສັດປ່າທີ່ໃກ້ຈະສູນພັນ.
KPL