ບໍລິສັດ ເຮີນານຊ່າງຈິວ ເຕັກນິກກະສິກຳ ຈຳກັດ ຈະສົ່ງອອກໝາກມ່ວງ 50 ໂຕນ ທ້າຍເດືອນນີ້

09/02/2023 14:39
Email Print 524
ຂປລ ຂປລ. ບໍລິສັດເຮີນານຊ່າງຈິວ ເຕັກນິກກະສິກຳ ຈຳກັດ ຕັ້ງຢູ່ບ້ານດົງໝາກບ້າ ເມືອງເຊບັ້ງໄຟ ​ແຂວງ​ຄຳ​ມ່ວນ ໃນເນື້ອທີ່ 100 ກວ່າເຮັກຕາ ​ໂດຍມີການຈັດສັນວາງແຜນ ການປູກຕົ້ນໝາກມ່ວງ 5 ສາຍພັນ ຄື: ຂຽວໃຫຍ່, ອໍ້ໜາງ, ນ້ຳດອກໄມ້ຈັກກະພັດ, ງາຊ້າງແດງ ແລະ ໜ່ວງອາທູ ທີ່ພວມໃຫ້ໝາກຢ່າງຫລວງຫລາຍ ເພື່ອລໍຖ້າການເກັບຂາຍ ແລະ ການສົ່ງອອກ ​ເຊິ່ງແນວພັນດັ່ງກ່າວແມ່ນນຳມາຈາກໃຕ້ຫວັນ, ປັດຈຸບັນ ຢູ່ສວນດັ່ງກ່າວ ສາມາດຂະຫຍາຍແນວພັນເອງໄດ້ ໂດຍບໍ່ເພິ່ງການນຳເຂົ້າ.

ຂປລ. ບໍລິສັດເຮີນານຊ່າງຈິວ ເຕັກນິກກະສິກຳ ຈຳກັດ ຕັ້ງຢູ່ບ້ານດົງໝາກບ້າ ເມືອງເຊບັ້ງໄຟ ​ແຂວງ​ຄຳ​ມ່ວນ ໃນເນື້ອທີ່ 100 ກວ່າເຮັກຕາ ​ໂດຍມີການຈັດສັນວາງແຜນ ການປູກຕົ້ນໝາກມ່ວງ 5 ສາຍພັນ ຄື: ຂຽວໃຫຍ່, ອໍ້ໜາງ, ນ້ຳດອກໄມ້ຈັກກະພັດ, ງາຊ້າງແດງ ແລະ ໜ່ວງອາທູ ທີ່ພວມໃຫ້ໝາກຢ່າງຫລວງຫລາຍ ເພື່ອລໍຖ້າການເກັບຂາຍ ແລະ ການສົ່ງອອກ ​ເຊິ່ງແນວພັນດັ່ງກ່າວແມ່ນນຳມາຈາກໃຕ້ຫວັນ, ປັດຈຸບັນ ຢູ່ສວນດັ່ງກ່າວ ສາມາດຂະຫຍາຍແນວພັນເອງໄດ້ ໂດຍບໍ່ເພິ່ງການນຳເຂົ້າ.

ທ່ານ ຈາງຈືຢົງ ຜູ້ຈັດການ ບໍລິສັດເຮີນານຊ່າງຈິວ ເຕັກນິກກະສິກຳ ຈຳກັດ ​ໄດ້​ໃຫ້​ຮູ້​ເມື່ອ​ບໍ່​ດົນ​ນີ້ວ່າ: ບໍລິສັດເຮີນານຊ່າງຈິວ ເຕັກນິກກະສິກຳ ຈຳກັດ ໄດ້ເລີ່ມບຸກເບີກເນື້ອທີ່ 100 ກວ່າເຮັກຕາ ຢູ່ບ້ານດົງໝາກບ້າ ເມືອງເຊບັ້ງໄຟ ໃນປີ 2014 ປີຕໍ່ມາກໍ​ໄດ້ປູກຕົ້ນໝາກມ່ວງ 5 ສາຍພັນ ຈຳນວນ 80 ພັນຕົ້ນ ​ໂດຍປູກເປັນແຖວ ເພື່ອສະດວກໃນການບົວລະບັດໃສ່ຝຸ່ນ, ໄລຍະດຽວກັນນັ້ນ ກໍໄດ້ປູກພືດລົ້ມລຸກ ຕາມຫວ່າງຕົ້ນມ່ວງ ເຊັ່ນ: ມັນ, ຖົ່ວ ແລະ ໝາກໂມ. ທັງນີ້, ກໍເພື່ອເປັນການປັບປຸງດິນ ນຳໃຊ້ດິນໃຫ້ເກີດປະໂຫຍດ. ສິ່ງສຳຄັນຢູ່ລາວອາກາດດີ, ດິນງາມ ແລະ ສັດຕູພືດໂດຍສະເພາະ ແມງໄມ້ບໍ່ຫລາຍ ຖ້າທຽບໃສ່ ສປ ຈີນ.

ທ່ານ ຈາງຈືຢົງ ຍັງ​ໃຫ້​ຮູ້​ອີກວ່າ: ການປູກໝາກມ່ວງ ອາດປະສົບຜົນສຳເລັດໄດ້ສູງ ຖ້າຫາກໄດ້ຮັບໂຄຕາການສົ່ງອອກຈາກ ສປ ຈີນ ຕື່ມອີກ ແລະ ຄາດວ່າ ໃນທ້າຍເດືອນນີ້ ຈະສົ່ງໝາກມ່ວງອອກປະມານ 50 ໂຕນ ແລະ ໃນອະນາຄົດ ບໍລິສັດ ຈະສ້າງຫ້ອງເຢັນ ສຳລັບເກັບມ້ຽນຜົນຜະລິດ ແລະ ເຮືອນຫຸ້ມຫໍ່ເພື່ອການສົ່ງອອກ. ພ້ອມທັງຝາກເຖິງພາກສ່ວນກ່ຽວຂ້ອງ ຊ່ວຍສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ເພື່ອການສົ່ງອອກໃຫ້ຫລາຍຂຶ້ນ.

ຂ່າວ-ພາບ: ມະນີລັດ

KPL

ຂ່າວອື່ນໆ

    • ສູນວັດທະນະທໍາຈີນ ປະຈຳລາວ ປິດຊຸດອົບຮົມມວຍໄທເກັກ ຕະກູນລຸວັດທະນະທຳ-ສັງຄົມ

      ສູນວັດທະນະທໍາຈີນ ປະຈຳລາວ ປິດຊຸດອົບຮົມມວຍໄທເກັກ ຕະກູນລຸ

      9/19/2024 3:04:35 PM

      ຂປລ. ໃນວັນທີ 19 ກັນຍາ 2024 ນີ້, ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຈັດພິທີປິດຊຸດຝຶກອົບຮົມມວຍໄທເກັກຕະກູນລຸ ແລະ ມອບໃບຢັ້ງຢືນ ໃຫ້ນັກຮຽນຈາກໂຮງຮຽນລຽວໂຕວ໌ ທີ່ເຂົ້າຮ່ວມຝຶກອົບຮົມ ທັງໝົດ 16 ຄົນ ພາຍຫລັງ ດຳເນີນມາແຕ່ວັນທີ 14-19 ກັນຍາ 2024 ​ໂດຍມີທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ທ່ານ ຊ້ານຟູລ້ຽງ ເລຂາທິການສະມາຄົມມວຍໄທເກັກຕະກູນລຸ, ທ່ານ ລຸຊ່າງຊິ ຜູ້ສືບທອດຮຸ່ນທີ 5 ມວຍໄທເກັກຕະກູນລຸ, ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນຈາກໂຮງຮຽນລຽວໂຕວ໌ ເຂົ້າຮ່ວມ.

    • ມອບ-ຮັບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມວັດທະນະທຳ-ສັງຄົມ

      ມອບ-ຮັບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

      9/19/2024 2:15:52 PM

      ຂປລ. ພິທີມອບ-ຮັບເຄື່ອງຊ່ວຍເຫລືອບັນເທົາທຸກສຸກເສີມ ໄພນ້ຳຖ້ວມ ຈາກສູນປະສານງານ ການຊ່ວຍ ເຫລືອດ້ານມະນຸດສະທຳອາຊຽນ (AHA Center) ໃຫ້ແກ່ລັດຖະບານ ສປປ ລາວ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ນີ້ຢູ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ, ກ່າວມອບຂອງ ທ່ານ ແອນດູ ມາດານຸກາຮາ ຫົວໜ້າທີມງານ ຜູ້ຕາງໜ້າຈາກສູນປະສານງານ ການຊ່ວຍເຫລືອດ້ານມະນຸດສະທຳອາຊຽນ ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ສະຫວັດດີການສັງຄົມ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນ ກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນ.

    • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປາຖະກະຖາມູນເຊື້ອ 3 ວັນປະຫວັດສາດວັດທະນະທຳ-ສັງຄົມ

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປາຖະກະຖາມູນເຊື້ອ 3 ວັນປະຫວັດສາດ

      9/19/2024 2:07:22 PM

      ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດຕປາຖະກະຖາມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ, ວັນສ້າງຕັ້ງລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 33 ປີ ແລະ ວັນຢຶດອໍານາດທົ່ວປະເທດ ສປປ ລາວ ຄົບຮອບ 49 ປີ ໃນວັນທີ 18 ກັນຍາ 2024 ໂດຍການປາຖະກະຖາຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ, ມີບັນດາຄະນະຫ້ອງ 4 ຫ້ອງ, 2 ກອງພັນ ແລະ ພະນັກງານ-ນັກຮົບທົ່ວໂຮງຮຽນ ເຂົ້າຮ່ວມ.

    • ຮອງລັດຖະມົນຕີ ກະຊວງ ຖວທ ສືບຕໍ່ຮັບເງິນ ຊ່ວຍເຫລືອ ຕ້ານໄພນ້ຳຖ້ວມວັດທະນະທຳ-ສັງຄົມ

      ຮອງລັດຖະມົນຕີ ກະຊວງ ຖວທ ສືບຕໍ່ຮັບເງິນ ຊ່ວຍເຫລືອ ຕ້ານໄພນ້ຳຖ້ວມ

      9/19/2024 2:02:43 PM

      ຂປລ. ໃນວັນທີ 18 ກັນຍາ 2024 ນີ້, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຮັບເງິນ ຊ່ວຍເຫລືອຕ້ານໄພນ້ຳຖ້ວມ ມູນຄ່າ 30 ລ້ານກີບ ຈາກ ສູນວັດທະນະທຳຈີນ ປະຈຳລາວ, ຕາງໜ້າມອບໂດຍ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ , ມີພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມ.

    • ບໍລິສັດ ຊີພີ ອໍ ລາວ ຈໍາກັດ ມອບນໍ້າດື່ມຊ່ວຍຜູ້ປະສົບໄພນໍ້າຖ້ວມວັດທະນະທຳ-ສັງຄົມ

      ບໍລິສັດ ຊີພີ ອໍ ລາວ ຈໍາກັດ ມອບນໍ້າດື່ມຊ່ວຍຜູ້ປະສົບໄພນໍ້າຖ້ວມ

      9/18/2024 5:00:51 PM

      ຂປລ. ບໍລິສັດ ຊີພີ ອໍ ລາວ ຈໍາກັດ ໄດ້ມອບນໍ້າດື່ມໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເພື່ອນໍາໄປມອບຕໍ່ໃຫ້ປະຊາຊົນຜູ້ປະສົບໄພພິບັດ ໄພນໍ້າຖ້ວມ ມູນຄ່າ 10 ລ້ານກີບ ໃນວັນທີ 18 ກັນຍາ 2024 ທີ່ກະຊວງ ຮສສ, ກ່າວມອບ ໂດຍ ທ່ານ ທາຕີ ຈິຣະບັນຈົງຈິດ ຜູ້ອໍານວຍການບໍລິສັດ ຊີພີ ອໍ ລາວ ຈໍາກັດ ປະຈໍາ ສປປ ລາວ ​ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະ ມົນຕີ ກະຊວງ ຮສສ, ປະທານສະພາບໍລິຫານ ກອງທຶນຄຸ້ມຄອງໄພພິບັດ ຂັ້ນສູນກາງ, ມີບັນດາພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

ads
ads

Top