ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ

11/01/2023 10:30
Email Print 579
ຂປລ ຂປລ. ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ

ຂປລ.  ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ  ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າວາງ ພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນຕອນເຊົ້າວັນທີ  11 ມັງກອນ 2023 ເນື່ອງໃນໂອກາດ ທີ່ໄດ້ເດີນ ທາງ ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-12 ມັງກອນ 2023 ນີ້.


ການວາງພວງມະລາໃນຄັ້ງນີ້
, ກໍເພື່ອເປັນການສະແດງເຖິງຄວາມເຄົາລົບ ຕໍ່ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ລະບໍ່ຍອມຈຳນົນ ຂອງບັນ ພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.

ຂ່າວ: ກິດຕາ

ພາບ: ເກດສະໝາ

KPL

ຂ່າວອື່ນໆ

    • ສະຫລຸຸບວຽກງານກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ ປີ 2024ການເມືອງ

      ສະຫລຸຸບວຽກງານກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ ປີ 2024

      1/30/2025 1:57:19 PM

      ຂປລ. ກອງປະຊຸມສະຫລຸບ ວຽກງານກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025 ຈັດຂຶ້ນໃນວັນທີ 30 ມັງກອນ 2025 ໂດຍການເປັນປະທານຂອງ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຫົວໜ້າກົມ, ສະຖາບັນ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ທົ່ວປະເທດ ເຂົ້າຮ່ວມ.

    • ກະຊວງພາຍສະຫລຸບການຈັດຕັ້ງປະຕິບັດວຽກງານການເມືອງ

      ກະຊວງພາຍສະຫລຸບການຈັດຕັ້ງປະຕິບັດວຽກງານ

      1/30/2025 1:50:37 PM

      ຂປລ. ກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ທິດທາງແຜນການ ປີ 2025 ຂອງກະຊວງພາຍໃນ ຈັດຂຶ້ນໃນວັນທີ 29 ມັງກອນ 2025 ພາຍ​ໃຕ້ການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ, ມີບັນດາຮອງລັດຖະມົນຕີ, ບັນດາຫົວໜ້າ-ຮອງຫົວໜ້າ ພະແນກພາຍໃນແຂວງ ແລະ ນະຄອນຫລວງວຽງຈັນ, ມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການອ້ອມຂ້າງສູນກາງ ເຂົ້າຮ່ວມ.

    • ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ກຳປູເຈຍການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ກຳປູເຈຍ

      1/29/2025 9:49:28 PM

      ຂປລ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຈາມ ນິມົນ ລັດຖະມົນຕີ ກະຊວງການຄ້າ ແຫ່ງ ຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ໃນວັນທີ28 ມັງກອນ 2025 ທີ່ສຳນັກງານນາຍົກລັດຖະມົນຕີ ໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມຄະນະກຳມະການ ຮ່ວມດ້ານການຄ້າ ລະຫວ່າງ ສປປ ລາວ ແລະ ກຳປູເຈຍ ຄັ້ງທີ 2 ຢູ່ນະຄອນຫລວງວຽງຈັນ.

    • ລາວ-ມົງໂກລີ ສືບຕໍ່ເສີມຂະຫຍາຍ ການຮ່ວມມືສອງຝ່າຍການເມືອງ

      ລາວ-ມົງໂກລີ ສືບຕໍ່ເສີມຂະຫຍາຍ ການຮ່ວມມືສອງຝ່າຍ

      1/29/2025 9:44:23 PM

      ຂປລ. ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ດ້ານການຄ້າເສດຖະກິດ ວິທະຍາສາດ ແລະ ເຕັກນິກ ລະຫວ່າງ ສປປ ລາວ ແລະ ມົງໂກລີ (JC) ຄັ້ງທີ 12 ຈັດຂຶ້ນໃນວັນທີ 27 ມັງກອນ 2025 ຜ່ານມາ ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງ ສາທາລະນະສຸກ, ທ່ານ ເດລເກຣ໌ໄຊຄານ ບໍຣ໌ຄູ ລັດຖະມົນຕີກະຊວງຖະໜົນ ແລະ ການຂົນສົ່ງ ແຫ່ງ ມົງໂກລີ ພ້ອມດ້ວຍຄະນະຜູ້ແທນ ຂອງສອງຝ່າຍ ເຂົ້າຮ່ວມ.

    • ລາວ-ກຳປູເຈຍ ເພີ່ມທະວີການຮ່ວມມືດ້ານການຄ້າການເມືອງ

      ລາວ-ກຳປູເຈຍ ເພີ່ມທະວີການຮ່ວມມືດ້ານການຄ້າ

      1/29/2025 9:35:16 PM

      ຂປລ. ກອງປະຊຸມ ຄັ້ງທີ 2 ຂອງຄະນະກຳມະການຮ່ວມດ້ານການຄ້າ ລະຫວ່າງ ສປປ ລາວ ແລະ ກຳປູເຈຍ (JTC) ຈັດຂຶ້ນໃນວັນທີ 28 ມັງກອນ 2025 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ຈອມ ນິມົນ ລັດຖະມົນຕີກະຊວງການຄ້າ ກຳປູເຈຍ, ມີບັນດາຜູ້ຕາງໜ້າຈາກ ຂະແໜງການກ່ຽວຂ້ອງ ຂອງທັງສອງຝ່າຍເຂົ້າຮ່ວມ.

ads
ads

Top