ລະບຽບກົດໝາຍໃຫ້ເຂົ້າເຖິງທຸກຄົນ

03/10/2022 15:33
Email Print 791
ຂປລ ພວກເຮົາພວມຫັນເອົາການຄຸ້ມຄອງລັດ ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ຊຶ່ງມາຮອດດຽວນີ້ ມີກົດ ໝາຍທີ່ຖືກປະກາດໃຊ້ແລ້ວມີ 160 ກວ່າສະບັບ, ໃນນັ້ນ ກົດໝາຍໃນຂົງເຂດເສດຖະກິດ ຫລາຍກວ່າໝູ່ມີເຖິງ 70 ກວ່າສະບັບແລ້ວ.


          ພວກເຮົາພວມຫັນເອົາການຄຸ້ມຄອງລັດ ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ຊຶ່ງມາຮອດດຽວນີ້ ມີກົດ ໝາຍທີ່ຖືກປະກາດໃຊ້ແລ້ວມີ 160 ກວ່າສະບັບ, ໃນນັ້ນ ກົດໝາຍ ໃນຂົງເຂດເສດຖະກິດ ຫລາຍກວ່າໝູ່ມີເຖິງ 70 ກວ່າສະບັບແລ້ວ. ເຖິງຢ່າງ ໃດກໍ່ດີ ກໍ່ມີຫລາຍຄໍາຄິດຄໍາເຫັນ ທີ່ເກັບກໍາມາໄດ້ ແລະ ແລກປ່ຽນຕໍ່ ນັ້ນກໍ່ຄື ຈະເຮັດແນວໃດ ໃຫ້ບັນດາກົດໝາຍ ແລະ ນິນິກໍາລຸ່ມກົດໝາຍ ທີ່ປະກາດໃຊ້ແລ້ວນັ້ນ ເຂົ້າຮອດເຂົ້າເຖິງ ທຸກຄົນທົ່ວສັງຄົມ. ມັນເປັນບັ້ງເລກໂຈດ ທີ່ປວດຫົວ, ມັນພົວພັນ ທຸກພາກສ່ວນ. ການສ້າງສະຕິຕື່ນຕົວ ຕໍ່ການປະຕິບັດກົດໝາຍ ຄວນເລີ່ມແຕ່ໄວເດັກ, ເລື່ອງນີ້ພັກ-ລັດເຮົາ ໄດ້ມີຄວາມເອົາໃຈໃສ່ທີ່ສຸດ, ໃນໄລຍະຊຸມປີມໍ່ໆມານີ້ ເນື້ອໃນກົດໝາຍຈໍານວນໜຶ່ງ ໄດ້ຖືກສອດຫ້ອຍ ເຂົ້າໃນລະບົບ ການສິດສອນຮໍ່າຮຽນ, ອັນ ໄດ້ເຮັດໃຫ້ເດັກນ້ອຍ, ເຍົາວະຊົນ, ຊາວໜຸ່ມ...ມີຄວາມຮັບຮູ້ພື້ນຖານກົດໝາຍ ໃນລະດັບໜຶ່ງ ພໍສົມຄວນ.

          ເວົ້າເຖິງລະບຽບກົດໝາຍ ກໍ່ຄືນິນິກໍາຕ່າງໆທີ່ລັດກໍານົດອອກ ແລະ ປະກາດໃຊ້ ມັນແມ່ນເຄື່ອງມືສໍາຄັນ ໃນການຄຸ້ມຄອງລັດ ແລະ ຄຸ້ມຄອງສັງຄົມ. ຄໍາສຸພາສິດບູຮານລາວ ມີວ່າ ບ້ານເຮືອນມີຂື່ມີແປ ນັ້ນໝາຍເຖິງ ມີການຄຸ້ມຄອງ ດ້ວຍກົດລະ ບຽບ ເປັນລະບົບຂອງມັນ.  ມະນຸດ ເປັນສັດປະເສີດທີ່ສັງຄົມ ໝາຍວ່າຢູ່ໂຮມກັນ ເປັນຄອບຄົວ-ສັງຄົມ, ຖ້າຂາດລະບຽບຄຸ້ມຄອງ ຢ່າງລວມສູນ ກໍ່ຈະເກີດຄວາມສັບສົນ ວຸ້ນວາຍຕະຫລອດເວລາ. ຂະໜາດວ່າ ມີລະບຽບກົດໝາຍຄຸ້ມຄອງ, ການສ້າງ ຄວາມສະຫງົບ ໃນສັງຄົມນັ້ນມັນກໍ່ບໍ່ໄດ້ງ່າຍ, ເພາະມັນພົວພັນກັບຄົນໂດຍກົງ. ບົດບາດຕັດສິນ ກໍ່ບໍ່ເດັດຖານໄດ້ວ່າ ເມື່ອຄົນມີລະດັບຄວາມສູງແລ້ວ ຈະບໍ່ເຮັດຜິດກົດໝາຍ, ຫລາຍກໍລະນີ ການກະທໍາຄວາມຜິດ ກໍ່ມີຜູ້ທີ່ມີຄວາມຮູ້ ຄວາມຫລັກ. ຄໍາພາ ສິດບູຮານລາວ ຈຶ່ງມີວ່າ ຮູ້ແລ້ວຕ່າວພາໂລ, ການປະພຶດແບບນີ້ ມີມາແຕ່ບູຮານ ແລະ ຍັງມີຢູ່ (ຮູ້ແລ້ວຕ່າວພາໂລ).

          ບັນຫາຄືວ່າ ຈະເຮັດແນວໃດໃຫ້ກົດໝາຍເຂົ້າເຖິງທຸກຄົນຢ່າງສະເໝີພາບ. ການໂຄສະນາເຜີຍແຜ່ກົດໝາຍ ຈຶ່ງສົມຄວນເຮັດຢ່າງຕໍ່ເນື່ອງ ຫລາຍຮູບແບບ-ວິທີການ ຜ່ານສື່ແບບຕ່າງໆ (ສອດຫ້ອຍຫລັກສູດ ການສິດສອນ-ຮໍ່າຮຽນ, ສິ່ງພິມ ອັນມີ ໜັງສືພິມ, ແຜ່ນພັບ-ໂພສເຕີ...ວິທະຍຸ, ໂທລະພາບ, ໂທລະໂຄ່ງ, ສື່ໃໝ່ ຫລື ອອນລາຍ, ການປາຖະກະຖາ, ການຈັດກິດຈະກໍາຖາມ-ຕອບ, ໂຕ້ເວທີ...ຄວາມຮູ້ ກ່ຽວກັບກົດໝາຍ) ຍົກມາພຽງເທົ່ານີ ກໍ່ເຫັນວ່າມັນພົວພັນ ຫລາຍຂົງເຂດວຽກງານ. ເມື່ອ ເປັນຄືແນວນັ້ນ ຖ້າຫາກວ່າການຈັດຕັ້ງ ເຜີຍແຜ່ບໍ່ແຂງແຮງ, ກົດໝາຍກໍ່ຈະບໍ່ເຂົ້າເຖິງ ທຸກຄົນ ຫລື ກຸ່ມຄົນໃນເປົ້າໝາຍໄດ້. ວຽກງານໂຄສະນາ ກໍ່ຄືວຽກງານອື່ນໆ, ຕິດພັນບັນຫາຄົນ ທີ່ຈະມາເຮັດ ກໍ່ລວມມີເລື່ອງງົບປະມານ ຊຶ່ງມີຄວາມຈໍາເປັນ ແລະ ຄວນບິແບ່ງພໍຄືພໍຄວນ, ຈະລໍຖ້າໃຫ້ມີຫລາຍ ຈຶ່ງລົງມືເຮັດ ຫລື ປ່ອຍປະ ວ່າມັນບໍ່ທັນຈໍາເປັນເທົ່າໃດ ຍິ່ງບໍ່ໄດ້, ເພາະສັງຄົມ ມີຄວາມສະຫງົບປອດໄພ ການພັດທະນາສັງຄົມຈຶ່ງກ້າວໜ້າສີວິໄລ.

          ບົດກ່ອນໆໄດ້ຍົກມາແລກປ່ຽນກ່ຽວກັບບັນຫາອຸບັດເຫດການຈະລາຈອນທາງບົກ ອັນມັກເກີດຈາກຜູ້ຂັບຂີ່ ບໍ່ປະຕິບັດລະບຽບກົດໝາຍ. ການເຜີຍແຜ່ກົດໝາຍກ່ຽວຂ້ອງ ແມ່ນຍັງແມ່ນຄວາມຈໍາເປັນ ທີ່ຄວນສືບຕໍ່ ດ້ວຍຫລາຍຮູບຫລາຍສີ...ເວົ້າສະເພາະ ກົດໝາຍວ່າດ້ວຍ ການຈະລາຈອນທາງບົກ

ມາດຕາ 9  (ປັບປຸງ) ລະບຽບການທົ່ວໄປ ກໍ່ໄດ້ກໍານົດແຈ້ງ: “ໃນການຈະລາຈອນທາງບົກຢູ່ ສປປ ລາວ ໃຫ້ໃຊ້ກໍ້າຂວາ, ຜູ້ນໍາໃຊ້ເສັ້ນທາງ ຕ້ອງໄປຕາມຊ່ອງ ຈະລາຈອນຕາມທິດທາງ ທີ່ກໍານົດ ແລະ ຕ້ອງປະຕິບັດ ຕາມກົດໝາຍສະບັບນີ້ ແລະ ກົດຈະລາຈອນ ຢ່າງເຂັ້ມງວດ. ກົດຈະລາຈອນ ທາງບົກຕ້ອງໄດ້ຈັດເຂົ້າ ໃນຫລັກສູດການຮຽນ - ການສອນ ໃນແຕ່ລະຊັ້ນຮຽນ ລວມທັງລະບົບອະນຸບານ, ສາມັນ ແລະ ວິຊາຊີບ ແລະ    ຈັດຕັ້ງເຜີຍແຜ່ ໃຫ້ທົ່ວສັງຄົມ ໄດ້ຮັບຮູ້ດ້ວຍ ຫລາຍຮູບ ການ”. ສະນັ້ນ, ທຸກພາກສ່ວນກ່ຽວຂ້ອງ ຄວນສືບຕໍ່ຢ່າງແຂງແຮງ ເພື່ອໃຫ້ກົດໝາຍ ທີ່ປະກາດໃຊ້ເປັນທາງການ ເຂົ້າເຖິງທຸກສ່ວນສັງຄົມ.

ການໂຄສະນາເຜີຍແຜ່ກົດໝາຍ ບໍ່ອາດຖືທໍາມະດາ, ຜ່ານມາກໍ່ເຮັດໄດ້ໃນລະດັບດີ ເປັນພື້ນຖານແລ້ວ, ແຕ່ເມື່ອສົມທຽບພຶດຕິກໍາສັງຄົມ ທີ່ຍັງເຫັນການລະເມີດ ລະບຽບກົດໝາຍ ຈຶ່ງສົມຄວນປັບແຜນ, ວິທີ...ໃຫ້ຫລາຍຮູບຫລາຍສີຂຶ້ນອີກ, ທັງສື່ມວນຊົນ ກໍ່ຄືທຸກພາກສ່ວນ ກ່ຽວຂ້ອງໂດຍກົງ ແລະ ທາງອ້ອມອື່ນໆ.

* ຄ້ອງໃໝ່


KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top