​ ໂມເມ ດາວເດັ່ນນ້ອງໃໝ່ຈາກL-Pop

03/02/2022 11:08
Email Print 31232
ຂປລ ຕ້ອງບອກເລີຍວ່າວົງການບັນເທີງລາວ ໄລຍະຫລັງໆມານີ້ ມີສີສັນຫລາຍຂຶ້ນ ບໍ່ວ່າຈະດ້ານການຮູບເງົາ, ລະຄອນ ຫລື ເພງ ກໍ່ມີຫລາຍໆສິລະປິນ ແລະ ນັກສະແດງເປັນດາວດວງໃໝ່ ປະດັບວົງການ ແລະ ໄດ້ຮັບຄວາມນິຍົມ ຈາກສັງຄົມບໍ່ໜ້ອຍ.



ຕ້ອງບອກເລີຍວ່າວົງການບັນເທີງລາວ ໄລຍະຫລັງໆມານີ້ ມີສີສັນຫລາຍຂຶ້ນ ບໍ່ວ່າຈະດ້ານການຮູບເງົາ, ລະຄອນ ຫລື ເພງ ກໍ່ມີຫລາຍໆສິລະປິນ ແລະ ນັກສະແດງເປັນດາວດວງໃໝ່ ປະດັບວົງການ ແລະ ໄດ້ຮັບຄວາມນິຍົມ ຈາກສັງຄົມບໍ່ໜ້ອຍ. ຄໍລຳບັນເທີງມື້ນີ້ ຂໍພາທ່ານຜູ້ອ່ານມາ ຮູ້ຈັກສາວນ້ອຍ ໄວ ໃສໜຶ່ງໃນສະມາຊິກ Girl Group ນ້ອງໃໝ່ ຊື່:  "ເມທິດາ ວິໄຊໂຍ" ຫລື  ໂມເມ ຊຶ່ງປັດຈຸບັນພວມຝຶກຊ້ອມ ຮ້ອງເພງເຕັ້ນ ແລະ ກຽມອອກຜົນງານເພງ ເປັນສິລະປິນເຕັມໂຕໃນນາມວົງ L-Pop ໄວໆນີ້.

ໂມເມ ແມ່ນສິລະປິນຝຶກຫັດນ້ອງໃໝ່ທີ່ມີຄວາມສາມາດ ຈາກຄ້າຍ NEW GEN ປັດຈຸບັນອາຍຸ 16 ປີ ເປັນນັກຮຽນ, ນັກຮ້ອງ ແລະ ຮັບງານຖ່າຍແບບ ຖ່າຍຣີວິວສິນຄ້າທົ່ວໄປ ໄດ້ເຜີຍໃຫ້ຮູ້ວ່າ: ຕົນເອງ ເປັນຄົນມັກຮ້ອງເພງ ເປັນຊີວິດຈິດໃຈ ເລີ່ມຮ້ອງເພງຕັ້ງແຕ່ຍັງນ້ອຍ ເພື່ອພັດນາໂຕເອງ ທີ່ຈະ ໄດ້ ກ້າວເຂົ້າ ມາເຮັດໃນສິ່ງທີ່ມັກ ແລະ ຈຸດເລີ່ມຕົ້ນເຂົ້າວົງບັນເທີງ ກໍຄືຄ້າຍNEW GEN , ຜູ້ຈັດການຮູ້ຈັກກັບນ້າບ່າວຂອງເມ ເພິ່ນກໍໄດ້ສອບຖາມ ພໍດີເມກໍມັກຮັກ ແລະ ສົນໃຈທາງດ້ານນີ້ຢູ່ແລ້ວ ເລີຍຂໍຮັບໂອກາດດີໆ ເຂົ້າມາເພື່ອຝຶກຝົນຮ້ອງເພງຕື່ມອີກ ກຽມອອກເພງໃໝ່ ແລະ ຮຽນການສະແດງ ເພື່ອພ້ອມ ຮັບໂອກາດ ໃນການສະແດງຮູບເງົາ, ສ່ວນຜົນງານຕອນນີ້ ແມ່ນຖ່າຍແບບ ແລະ ເມມັກໂຄບເວີ ເພງແນວໜ້າຮັກ, ເພງຫວານໆເສົ້າໆ ແລະ ລູກທົ່ງບ້ານນາອີສານ ສ່ວນຜົນງານໃໝ່ ຂໍໃຫ້ຕິດຕາມ ໃນສັງກັດ NEW GEN ໃນໄວໆນີ້ໄດ້ເລີຍ.





ນອກຈາກຮ້ອງເພງແລ້ວ ສາວງາມໜ້າຮັກຜູ້ນີ້ຍັງມີຄວາມສາມາດເຕັ້ນ ແລະ ຟ້ອນ ໄດ້ຢ່າງອ່ອນຊ້ອຍງົດງາມ ຊຶ່ງລາວໄດ້ອະທິບາຍຕື່ມວ່າ:ເມເປັນຄົນທີ່ຍິ້ມງ່າຍ ຫົວງ່າຍ ແລະ ມັກເປີດໃຈ ຮັບຟັງຄົນອ້ອມຂ້າງ ຢູ່ສະເໝີ ກິດຈະກຳຍາມ ວ່າງມັກເປີດເພງຟັງ ແລ້ວຊ້ອມຮ້ອງເພງ ພັດທະນາທັກສະ ຂອງຕົນໄປ ເລື້ອຍໆ ບາງຄັ້ງກໍອອກກຳລັງກາຍ ແລະ ຖ່າຍຮູບ.

ແນວໃດກໍຝາກສະໜັບສະໜູນໄວໜຸ່ມລາວ ແລະ ຄ້າຍ New Gen ແດ່ເດີ ເພາະ ພວກເຂົາເກັບກ່ຽວປະສົບການເພື່ອມາສ້າງມາດຕະຖານ ແລະ ຜະລິດຜົນງານທີ່ມີຄຸນນະພາບອອກສູ່ສັງຄົມໃນປີ 2022.     


ເອົາເປັນວ່າຖ້າຢາກຕິດຕາມຜົນງານນ້ອງກໍສາມາດຕິດຕາມໄດ້ທາງ FB:Methida Vixaiyo, page: New Gen Entertainment,IG: m.mome__

ດຍ:ມາລີດາ

KPL

ຂ່າວອື່ນໆ

    • ​ເຝີ​ແຊບ​ນໍ້າໜຶ່ງ ​ເອກະລັກ​ສະ​ເພາະ​ທີ່​ທ່ານ​ຕ້ອງ​ລອງວາລະສານ-ຂ່າວພາບ

      ​ເຝີ​ແຊບ​ນໍ້າໜຶ່ງ ​ເອກະລັກ​ສະ​ເພາະ​ທີ່​ທ່ານ​ຕ້ອງ​ລອງ

      3/9/2022 2:08:07 PM

      ທຸກ​ມື້​ນີ້, ຮ້ານ​ອາຫານ​ປະ​ເພດ​ເສັ້ນ ໂດຍສະເພາະຮ້ານເຝີ ແມ່ນມີ​ຂາຍ​ທົ່ວ​ໄປ ​ບໍ່ວ່າ​ຈະ​ຢູ່​ເຂດ​ໃດ​​ຕ້ອງ​ມີ​ ເພາະ​ເປັນ​ອາຫານທີ່​ຄົນ​ນິຍົ​ມກິນຫລາຍ ແຕ່ບໍ່ໝາຍຄວາມວ່າ ຮ້ານເຝີທຸກຮ້ານ ຈະຂາຍດີຄືກັນໝົດ ສິ່ງທີ່ສາມາດດຶງດູດລູກຄ້າ ໃຫ້ນິຍົມຊົມຊອບ ແມ່ນຂຶ້ນກັບລົດຊາດ ແລະ ມີ ເອກະລັກສະເພາະ.

    • ຖອດຖອນບົດຮຽນ (ແມ່ນສໍາຄັນ)ວາລະສານ-ຂ່າວພາບ

      ຖອດຖອນບົດຮຽນ (ແມ່ນສໍາຄັນ)

      2/28/2022 3:25:09 PM

      ການຖອດຖອນບົດຮຽນ ຈາກການປະຕິບັດວຽກງານຜ່ານມາ ເພື່ອໃຫ້ເຫັນໄດ້ບັນດາມູນ ເຊື້ອອັນດີທີ່ຕ້ອງສືບຕໍ່ເສີມຂະຫຍາຍ ແລະ ຕັດສິນໃຈແກ້ໄຂໃຫ້ເດັດຂາດ ບັນດາຂອດຄົງຄ້າງ ແມ່ນສິ່ງຈໍາເປັນ ທີ່ຕ້ອງປະຕິບັດຢ່າງກົງໄປກົງມາ-ພາວະວິໄສ.

    • ຕ້ອງຮູ້ເຮົາຢູ່ກຸ່ມຄົນ ປະເພດໃດ?ວາລະສານ-ຂ່າວພາບ

      ຕ້ອງຮູ້ເຮົາຢູ່ກຸ່ມຄົນ ປະເພດໃດ?

      2/28/2022 3:21:24 PM

      *ກ່ອນທີ່ເຮົາຈະຮູ້ປະເມີນ ຫລື ຕີລາຄາຄົນອື່ນວ່າເປັນແນວໃດ, ຈັດຢູ່ກຸ່ມຄົນປະເພດໃດ ນັ້ນ ເຮົາຕ້ອງຮູ້ຈັກຕົນເອງກ່ອນ .

    • ພ້ອມກັນສະຫລອງປີສາມັກຄີມິດຕະພາບ  ລາວ-ຫວຽດນາມ ໃຫ້ມີບັນຍາກາດຟົດຟື້ນວາລະສານ-ຂ່າວພາບ

      ພ້ອມກັນສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃຫ້ມີບັນຍາກາດຟົດຟື້ນ

      2/23/2022 2:48:13 PM

      *ປີ 2022 ນີ້ ເປັນປີທີ່ມີຄວາມໝາຍຄວາມສຳຄັນຍິ່ງຂອງສອງຊາດ ລາວ-ຫວຽດນາມ ເພາະເປັນປີແຫ່ງມິດຕະພາບ ແລະ ການຮ່ວມມື ຊຶ່ງການນຳທັງສອງປະເທດ ໄດ້ເຫັນດີເປັນເອກະພາບກັນ ປະສານສົມທົບຈັດຕັ້ງ ປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ດ້ວຍຫລາຍກິດຈະກຳ ເພື່ອສະເຫລີມສະຫລອງ ວັນສຳຄັນຕ່າງໆຂອງ ລາວ ແລະ ຫວຽດນາມ.

    • ເວົ້າ​ໃຫ້​ໜ້ອຍ ຄິດ​ໃຫ້​ຫລາຍ ລົງມື​ເຮັດ​​ເລື້ອຍໆວາລະສານ-ຂ່າວພາບ

      ເວົ້າ​ໃຫ້​ໜ້ອຍ ຄິດ​ໃຫ້​ຫລາຍ ລົງມື​ເຮັດ​​ເລື້ອຍໆ

      2/14/2022 2:36:13 PM

      ຄຳ​ວ່າ: ​​​“ເຮັດ​ຫລາຍ​ກວ່າ​ເວົ້າ” ​ເປັນຄຳ​ທີ່​ໄດ້​ຍິນ​ມາ​ແຕ່​​ເຫິງ​ນານ ​ແຕ່ໜ້ອຍ​ຄົນ​ທີ່​ຈະ​ເຮັດ​ໄດ້ ບໍ່​ແມ່ນ​ຍ້ອນ​ມັນ​ຍາກ​ ຫລື ລໍາບາກ​ດອກ ​ແຕ່​ຄົນ​ເຮົາ​ມັກ​ລຶ້ງ​ທີ່​ຈະ​ເວົ້າ​ຫລາຍໆ ​ໂດຍ​ບໍ່​ຮູ້​ວ່າ: ການ​ເວົ້າ​ໃຫ້​ໜ້ອຍໆ ຄິດ​ໃຫ້​ຫລາຍໆ ລົງ​ມື​ເຮັດ​ເລື້ອຍໆ ​ເປັນ​ຫົນທາງ​ທີ່​ດີ​ທີ່​ສຸດ​ທີ່ຈະ​ພາ​​ໄປ​ສູ່​ຄວາມ​ສໍາ​ເລັດ.

ads
ads

Top