ມູນນິທິ ອາໂຄຣນິສ ໄຊເບີ ແລະ ມູນນິທິ ເກື້ອຝັນເດັກ ມອບໂຮງຮຽນໃຫ້ແຂວງສະຫວັນນະເຂດ

12/12/2019 15:35
Email Print 2128
ຂປລ ຂປລ. ມູນນິທິ ອາໂຄຣນິສ ໄຊເບີ (Acronis Cyber Foundation) ຮ່ວມກັບ ມູນນິທິ ເກື້ອຝັນເດັກ (Child’s Dream Foundation) ຈາກປະເທດສະວິດເຊີແລນ ໄດ້ມອບໂຮງຮຽນປະ ຖົມສົມບູນ ບ້ານດົງນາຂາມ ພ້ອມອຸປະກອນຄົບຊຸດ ໃຫ້ອຳນາດການປົກຄອງແຂວງສະຫວັນນະເຂດ ເພື່ອເປັນການປະກອບສ່ວນ ໃນການພັດທະນາການສຶກສາພາຍໃນບ້ານດັ່ງກ່າວ ກໍຄື ແຂວງສະຫວັນນະເຂດ ໃຫ້ນັບມື້ນັບມີຄຸນນະພາບ.

ຂປລ. ມູນນິທິ ອາໂຄຣນິສ ໄຊເບີ (Acronis Cyber Foundation) ຮ່ວມກັບ ມູນນິທິ ເກື້ອຝັນເດັກ (Child’s Dream Foundation) ຈາກປະເທດສະວິດເຊີແລນ ໄດ້ມອບໂຮງຮຽນປະ ຖົມສົມບູນ ບ້ານດົງນາຂາມ ພ້ອມອຸປະກອນຄົບຊຸດ ໃຫ້ອຳນາດການປົກຄອງແຂວງສະຫວັນນະເຂດ ເພື່ອເປັນການປະກອບສ່ວນ ໃນການພັດທະນາການສຶກສາພາຍໃນບ້ານດັ່ງກ່າວ ກໍຄື ແຂວງສະຫວັນນະເຂດ ໃຫ້ນັບມື້ນັບມີຄຸນນະພາບ.

      ພິທີມອບ-ຮັບໂຮງຮຽນດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 10 ທັນວາ 2019 ຕາງໜ້າມອບໂດຍ ທ່ານ ຮານເນສ ມີກາ ເວຍເກ ຜູ້ຕາງໜ້າມູນນິທິ ອາໂຄຣນິສ ໄຊເບີ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ບຸນມີ ລັດຕະນະວົງ ຮອງຫົວໜ້າຂະແໜງບໍລິຫານ ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໂດຍມີຜູ້ຕາງໜ້າຈາກພະແນກທີ່ກ່ຽວຂ້ອງ, ຜູ້ໃຫ້ທຶນ, ຄູ-ອາຈານ, ນັກຮຽນ ແລະ ພໍ່ແມ່ປະຊາຊົນ ບ້ານດົງນາຂາມ ເຂົ້າຮ່ວມ.

      ​ໂອກາດນີ້, ທ່ານ ຮານເນສ ມີກາ ເວຍເກ ກ່າວວ່າ: ຮູ້ສຶກເປັນກຽດ ແລະ ມີຄວາມພາກພູມໃຈທີ່ສຸດທີ່ໄດ້ເປັນສ່ວນໜຶ່ງໃນການຊ່ວຍເຫລືອ ແລະ ປະກອບສ່ວນໃນການພັດທະນາການສຶກສາຢູ່ສປປ ລາວ ໂດຍສະເພາະ ຢູ່ບ້ານດົງນາຂາມ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ, ເຊິ່ງເປັນເຂດຊົນນະບົດ ແລະ ຫ່າງໄກສອກຫລີກ. ໜຶ່ງໃນເປົ້າໝາຍຫລັກຂອງມູນນິທິ ອາໂຄຣນິສ ໄຊເບີ ກໍແມ່ນເພື່ອຊ່ວຍເຫລືອ ແລະ ພັດທະນາການສຶກສາ ເນື່ອງຈາກວ່າ ການສຶກສາເປັນກຸນແຈໄຂສູ່ຄວາມສຳເລັດ ແລະ ເປົ້າໝາຍອື່ນໆ ໃນການດຳລົງຊີວິດຂອງຄົນເຮົາ.

ນີ້ແມ່ນໂຄງການທຳອິດຂອງ ມູນນິທິ ອາໂຄຣນິສ ໄຊເບີ ທີ່ຊ່ວຍເຫລືອສ້າງໂຮງຮຽນ ຢູ່ໃນ ສປປ ລາວ ເຊິ່ງພວກເຮົາເລືອກເອົາໂຮງຮຽນແຫ່ງນີ້ ກໍເພາະວ່າ ເປັນໂຮງຮຽນທີ່ມີຄວາມຕ້ອງການຫລາຍທີ່ສຸດ ເນື່ອງຈາກວ່າເປັນເຂດຫ່າງໄກສອກຫລີກ, ໂຮງຮຽນຫລັງເກົ່າແມ່ນຊຸດໂຊມຫລາຍ, ບໍ່ມີລະບົບໄຟຟ້າ ແລະ ນ້ຳໃຊ້.

      ທ່ານ ຮານເນສ ມີກາ ເວຍເກ ຫວັງວ່າ: ໂຮງຮຽນຫລັງນີ້, ຈະອຳນວຍຄວາມສະດວກ ເຮັດໃຫ້ຄູ-ອາຈານ ແລະ ນ້ອງໆນັກຮຽນ ມ່ວນຊື່ນກັບການຮຽນ-ການສອນຂອງເຂົາເຈົ້າ, ພ້ອມນັ້ນ ອຳນາດການປົກຄອງທ້ອງຖິ່ນ, ຄູອາຈານ, ພໍ່​ແມ່ປະຊາຊົນ ແລະ ນ້ອງໆນັກຮຽນ ຢູ່ບ້ານດົງນາຂາມ ຈະພ້ອມກັນນຳໃຊ້, ຖະນຸຖະໜອມ ແລະ ປົກປັກຮັກສາໂຮງຮຽນດັ່ງກ່າວ ໃຫ້ເກີດປະໂຫຍດສູງສຸດ ແລະ ຍາວນານ.

      ທ່ານ ບຸນມີ ລັດຕະນະວົງ ກ່າວວ່າ: ການຊ່ວຍເຫລືອຄັ້ງນີ້, ເປັນການປະກອບສ່ວນອັນໃຫຍ່ຫລວງ ແລະ ມີຄວາມໝາຍທີ່ສຸດ ຕໍ່ການພັດທະນາການສຶກສາ ກໍຄື ການພັດທະນາຊັບພະຍາກອນມະນຸດ ຢູ່ເມືອງອາດສະພັງທອງ, ເປັນຕົ້ນແມ່ນເດັກນ້ອຍຢູ່ໃນບ້ານດົງນາຂາມ ແລະ ເຂດໃກ້ຄຽງ ໃຫ້ສາມາດໄດ້ເຂົ້າຮຽນໜັງສືຕາມເກນອາຍຸ ແລະ ມີອຸປະກອນການຮຽນທີ່ພຽງພໍ.

      ທ່ານ ອຸທອນ ໄຊຍະສິດ ຜູ້ອຳນວຍການໂຮງຮຽນປະຖົມສົມບູນ ດົງນາຂາມ ກ່າວວ່າ: ມື້ນີ້ທາງໂຮງຮຽນພວກເຮົາຮູ້ສຶກເປັນກຽດ ໃນການຮັບເອົານ້ຳໃຈຊ່ວຍເຫລືອ ຈາກມູນນິທິ ອາໂຄຣນິສ ໄຊເບີ ແລະ ມູນນິທິເກື້ອຝັນເດັກ. ສິ່ງເຫລົ່ານີ້ເປັນຂອງຂວັນອັນລ້ຳຄ່າ, ເຊິ່ງບໍ່ພຽງແຕ່ຊ່ວຍໃຫ້ຄູອາຈານຫລຸດຜ່ອນຄວາມຫຍຸ້ງຍາກ ແລະ ມີກຳລັງໃຈໃນການສິດສອນແລ້ວ ຍັງເປັນການຊ່ວຍດຶງດູດໃຫ້ນ້ອງນັກຮຽນ, ລູກຫລານ ​​ໃຫ້ເອົາໃຈໃສ່ຕໍ່ການຮຽນຫລາຍຂຶ້ນຕື່ມ, ພ້ອມກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງມາຍັງທຸກທ່ານ ທີ່ມີນ້ຳໃຈຊ່ວຍເຫລືອໃນຄັ້ງນີ້ ແລະ ຂໍຈົດຈຳໄວ້ຕະຫລອດໄປ.

      ມູນຄ່າການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານດົງນາຂາມເກືອບ 400 ລ້ານກີບ, ໃນນັ້ນມູນນິທິ ອາໂຄຣນິສ ໄຊເບີ ແລະ ມູນນິທິ ເກື້ອຝັນເດັກ ຊ່ວຍເຫລືອ 350 ລ້ານກີບ ແລະ ສ່ວນທີ່ເຫລືອອີກ 48,3 ລ້ານກີບ ແມ່ນທຶນສົມທົບຂອງຊາວບ້ານ.

ຂ່າວ+ພາບ: ຊາຍຄົນເດີມ 
KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top