ປະເທດ ຈີເອມເອສ ຫາລືການຊື້-ຂາຍໄຟຟ້າ ໃຫ້ຫລາຍກວ່າເກົ່າ

15/12/2017 14:54
Email Print 1908
ຂປລ ຂປລ. ບັນດາປະເທດອານຸ ພາກພື້ນແມ່ນ້ຳຂອງ ຫລື ຈີ ເອມເອສ ມີ (ກໍາປູເຈຍ, ຈີນ, ລາວ, ມຽນມາ, ໄທ ແລະ ຫວຽດ ນາມ) ແລະ ພາກສ່ວນທີ່ກ່ຽວ ຂ້ອງດ້ານນະໂຍບາຍ ແລະ ການຊື້ -ຂາຍໄຟຟ້າ

ຂປລ. ບັນດາປະເທດອານຸພາກພື້ນແມ່ນ້ຳຂອງ ຫລື ຈີເອມເອສ ມີ (ກໍາປູເຈຍ, ຈີນ, ລາວ, ມຽນມາ, ໄທ ແລະ ຫວຽດນາມ) ແລະ ພາກສ່ວນທີ່ກ່ຽວຂ້ອງດ້ານນະໂຍບາຍ ແລະ ການຊື້-ຂາຍໄຟຟ້າ ໄດ້ພ້ອມກັນ ປຶກສາຫາລື ກ່ຽວກັບບັນດາສິ່ງທ້າທາຍ ແລະ ອຸປະສັກຕ່າງໆ ໃນການສົ່ງເສີມການຊື້-ຂາຍໄຟຟ້າໃນອານຸພາກພື້ນແມ່ນ້ຳຂອງ ໃຫ້ເປີດກວ້າງ ແລະ ຫລາກຫລາຍກວ່າເກົ່າ ເພື່ອເຮັດໃຫ້ການແລກປ່ຽນ ແລະ ການຊື້-ຂາຍໄຟຟ້າ ມີການເຊື່ອມໂຍງກັນດີຂຶ້ນກວ່າເກົ່າໃນຕໍ່ໜ້າ.

         ການປຶກສາຫາລືດັ່ງກ່າວ, ໄດ້ມີຂຶ້ນຢູ່ທີ່ກອງປະຊຸມຄະນະກຳມາທິການ ເພື່ອປະສານງານດ້ານການຄ້າພະລັງງານພາກພື້ນ ຄັ້ງທີ 23 ທີ່ ນະຄອນຫລວງວຽງຈັນ, ໃນວັນທີ 15 ທັນວາ 2017, ຊຶ່ງຈັດໂດຍກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບທະນາຄານພັດທະນາອາຊີ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຄຳໂສ້ ກຸໂພຄຳ ຮອງຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ວັດທະນາພົງ ກຸໂຣວັັດ ຫົວໜ້າສູນນະໂຍບາຍໄຟຟ້າ ຫ້ອງການນະໂຍບາຍ ແລະ ແຜນພະລັງງານໄຟຟ້າ ກະຊວງພະລັງງານ ຣາຊະນາຈັກໄທ ແລະ ທ່ານ ແອນດຣິວ ເຊພຣີສ ຫົວໜ້າພະແນກພັດທະນາພະລັງງານ ທະນາຄານພັດທະນາອາຊີ, ໂດຍມີຜູ້ຮັບຜິດຊອບດ້ານນະໂຍບາຍ ແລະ ການຊື້-ຂາຍໄຟຟ້າ ຈາກປະເທດຈີເອມເອສ, ເອດີບີ, ທະນາຄານໂລກ, ອົງການຊ່ວຍເຫລືອປະເທດ ຝຣັ່ງ ແລະ ອົງການໃຈກາ.

         ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນທົບທວນຄືນ ກ່ຽວກັບຄວາມຄືບໜ້າ ແລະ ຜົນສຳ ເລັດໃນການຈັດຕັ້ງປະຕິບັດ ໃນໄລຍະໜຶ່ງປີຜ່ານມາ, ພ້ອມທັງປຶກສາຫາລື ໃນການປັບປຸງທາງດ້ານມາດຕະຖານ, ຂໍ້ກຳນົດລະບຽບກົດໝາຍ, ຂັ້ນຕອນການຂໍອະນຸມັດ ແລະ ຄ່າຜ່ານສາຍສົ່ງ ຂອງລະບົບສາຍສົ່ງ ໃນການເຊື່ອມໂຍງສຳລັບການແລກປ່ຽນ ແລະ ຊື້-ຂາຍໄຟຟ້າ ຢູ່ໃນອານຸພາກພື້ນແມ່ນ້ຳຂອງ.

         ທ່ານ ຄຳໂສ້ ກຸໂພຄຳ ກ່າວວ່າ: ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້, ກໍເພື່ອປຶກສາຫາລືກ່ຽວກັບແຜນການ ໃນການແລກປ່ຽນ, ຊື້-ຂາຍໄຟຟ້າຮ່ວມກັນ ຢູ່ໃນບັນດາປະເທດອານຸພາກພື້ນແມ່ນ້ຳຂອງ,  ເຊິ່ງພວກເຮົາຈະ ໄດ້ປຶກສາຫາລື ທີ່ເປີດກວ້າງກວ່າເກົ່າ. ໃນປັດຈຸບັນນີ້, ການຊຶ້-ຂາຍໄຟຟ້າມີພຽງແຕ່ລະຫວ່າງສອງປະເທດ ແຕ່ວ່າໃນຕໍ່ໜ້າພວກເຮົາຈະໃຫ້ມີການຊື້-ຂາຍຫລາຍຂຶ້ນກວ່າເກົ່າ ແລະ ສາມາດຊື້-ຂາຍຂ້າມໄປຍັງປະເທດທີສາມໄດ້.

ຈີເອມເອສ ເປັນພາກພື້ນທີ່ມີການຊື້-ຂາຍ ແລະ ແລກປ່ຽນພະລັງງານໄຟຟ້າແຫ່ງໜຶ່ງ ຂອງໂລກ ຖັດຈາກເອີຣົບ ແລະ ອາຟຣິກກາ, ຊຶ່ງແຕ່ລະປະເທດ ລ້ວນແລ້ວມີສາຍສົ່ງເຊື່ອມຕໍ່ກັບປະເທດໃດໜຶ່ງ. ສຳລັບ ສປປ ລາວ ກໍມີສາຍສົ່ງເຊື່ອມຕໍ່ກັບ 5 ປະເທດເພື່ອນບ້ານຄື: ໄທ, ຈີນ,​ ຫວຽດນາມ, ກຳປູເຈຍ ແລະ ມຽນມາ, ຊຶ່ງໃນ ປີ 2016 ສປປ ລາວ ໄດ້ມີການສົ່ງອອກໄຟຟ້າຫລາຍກວ່າ 12 ລ້ານກິໂລວັດໂມງ ທົ່ວພາກພື້ນ, ມີຈຸດເຊື່ອມຕໍ່ໄຟຟ້າ ຮ່ວມມກັນຫລາຍກວ່າ 50 ຈຸດ ແລະ ມີການແລກປ່ຽນພະລັງງານໄຟຟ້າຫລາຍກວ່າ 30 ລ້ານ ກິໂລວັດໂມງ. ຂ່າວ+ພາບ: ສິງຄຳ

KPL

ຂ່າວອື່ນໆ

    • ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າເສດຖະກິດ

      ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

      7/10/2025 11:27:52 AM

      ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ads
ads

Top