ຂປລ
ຂປລ. ກັບມາພໍ້ກັບ ຄໍລຳ “ຊີວິດ-ກົດໝາຍ” ສະບັບມື້ນີ້, ຍັງຂໍພາທ່ານຜູ້ອ່ານໄປຮູ້ກັບປະມວນກົດໝາຍອາຍາຕື່ມອີກ ຊຶ່ງສະບັບມື້ ຂໍສະເໜີໝວດທີ 4 ການກະທຳຜິດຕໍ່ສິດ ແລະ ເສລີພາບຂອງພົນລະເມືອງ, ຕາມມາດ 210 ຫາ ມາດຕາ 212 ເພື່ອໃຫ້ທ່ານຜູ້ອື່ານໄດ້ຮູ້ ແລະ ເຂົ້າໃຈໄປພ້ອມໆກັນຕື່ມ.
ຂປລ. ກັບມາພໍ້ກັບ ຄໍລຳ “ຊີວິດ-ກົດໝາຍ” ສະບັບມື້ນີ້, ຍັງຂໍພາທ່ານຜູ້ອ່ານໄປຮູ້ກັບປະມວນກົດໝາຍອາຍາຕື່ມອີກ ຊຶ່ງສະບັບມື້ ຂໍສະເໜີໝວດທີ 4 ການກະທຳຜິດຕໍ່ສິດ ແລະ ເສລີພາບຂອງພົນລະເມືອງ, ຕາມມາດ 210 ຫາ ມາດຕາ 212 ເພື່ອໃຫ້ທ່ານຜູ້ອື່ານໄດ້ຮູ້ ແລະ ເຂົ້າໃຈໄປພ້ອມໆກັນຕື່ມ.
ມາດຕາ 210 ການດັບສູນເຊື້ອຊາດ: ບຸກຄົນໃດ ໂດຍເຈດຕະນາຫາກໄດ້ຂ້າ, ລ້າງຜານສະມາຊິກຈຳນວນຫລາຍຂອງຊົນຊາດ, ເຜົ່າ, ເຊື້ອຊາດ ຫລື ສາສະໜາໃດໜຶ່ງທັງໝົດ ຫລື ບາງສ່ວນ ຫລື ໄດ້ສ້າງຄວາມເສຍຫາຍຢ່າງຮ້າຍແຮງທາງຮ່າງກາຍ ແລະ ຈິດໃຈຂອງສະມາຊິກຈຳນວນຫລາຍຂອງກຸ່ມ ຫລື ໄດ້ນຳໃຊ້ມາດຕະການບໍ່ໃຫ້ມີການກຳເນີດເດັກ ພາຍໃນກຸ່ມ ເພື່ອຈຸດປະສົງດັບສູນເຊື້ອຊາດ ຈະຖືກລົງໂທດຕັດອິດສະລະພາບສິບປີ ຫາ ຊາວປີ ຫລື ຕັດອິດສະລະພາບຕະຫຼອດຊີວິດ ແລະ ຈະຖືກປັບໃໝແຕ່ 1.000.000.000 ກີບ ຫາ 100.000.000.000 ກີບ ຫລື ປະຫານຊີວິດ. ການກະກຽມໃຫ້ແກ່ການກະທຳຜິດ, ຄວາມພະຍາຍາມກໍ່ການກະທຳຜິດກໍຈະຖືກລົງໂທດ.
ມາດຕາ 211 ການຈັບເປັນຕົວປະກັນ: ບຸກຄົນໃດ ຫາກໄດ້ບັງຄັບ, ຈັບຕົວ, ກັກຂັງບຸກຄົນໃດໜຶ່ງເປັນຕົວປະກັນ ແລະ ຂົ່ມຂູ່ວ່າຈະຂ້າ, ທຸບຕີ ຫລື ສືບຕໍ່ກັກຂັງຜູ້ນີ້ ເພື່ອບັງຄັບຜູ້ອື່ນເຊັ່ນ ບຸກຄົນ ຫລື ການຈັດຕັ້ງ ໃຫ້ກະທຳ ຫລື ບໍ່ກະທຳ ສິ່ງໃດໜຶ່ງ ທີ່ເປັນເງື່ອນໄຂໃຫ້ແກ່ການປ່ອຍຕົວປະກັນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ສິບປີ ຫາ ຊາວປີ ແລະ ຈະຖືກປັບໃໝ ແຕ່ 20.000.000 ກີບ ຫາ 150.000.000 ກີບ.
ມາດຕາ 212 ການທໍລະມານ: ບຸກຄົນໃດ ຫາກມີການກະທຳໃດໜຶ່ງໂດຍເຈດຕະນາ ຈະແມ່ນໃນການປະຕິບັດໜ້າທີ່ທາງການ ຫລື ບໍ່ກໍຕາມ ຊຶ່ງກໍ່ໃຫ້ເກີດຄວາມເຈັບປວດ ຫລື ບວບຊອັນສາຫັດທາງຮ່າງກາຍ ຫລື ຈິດໃຈແກ່ບຸກຄົນອື່ນ ເພື່ອໃຫ້ຜູ້ກ່ຽວ ຫລື ບຸກຄົນທີສາມ ບອກຂໍ້ມູນຂ່າວສານ ຫລື ຮັບສາລະພາບ, ເພື່ອລົງໂທດຜູ້ກ່ຽວນັ້ນ ຍ້ອນການກະທຳຂອງຜູ້ກ່ຽວ ຫລື ຂອງບຸກຄົນທີສາມ ຫລື ຍ້ອນສົງໄສວ່າ ຜູ້ກ່ຽວ ຫລື ບຸກຄົນທີສາມ ໄດ້ມີການກະທຳນັ້ນ ຫລື ຂົ່ມຂູ່ ຫລື ບັງຄັບຜູ້ກ່ຽວ ຫລື ບຸກຄົນທີສາມ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫ້າປີ ຫາ ສິບປີ ແລະ ຈະຖືກປັບ
ໃໝ ແຕ່ 5.000.000 ກີບ ຫາ 20.000.000 ກີບ.
ໃນກໍລະນີການກະທຳຜິດ ຫາກໄດ້ເຮັດໃຫ້ເສຍອົງຄະ, ພິການ ຫລື ເສຍຊີວິດ ຈະຖືກລົງໂທດຕັດອິດ ສະລະພາບ ແຕ່ ສິບປີ ຫາ ສິບຫ້າປີ ແລະ ຈະຖືກປັບໃໝ ແຕ່ 15.000.000 ກີບ ຫາ 50.000.000 ກີບ.
ໃນກໍລະນີການກະທຳຜິດ ຫາກພາໃຫ້ເສຍຊີວິດແຕ່ ສອງຄົນຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສິບຫ້າປີ ຫາ ຊາວປີ ແລະ ຈະຖືກປັບໃໝ ແຕ່ 30.000.000 ກີບ 100.000.000 ກີບ. ຄວາມເຈັບປວດ ຫລື ຄວາມບວບຊາ ທີ່ເນື່ອງມາຈາກການລົງໂທດທີ່ຖືກຕ້ອງຕາມກົດໝາຍ ຫລື ເກີດຂຶ້ນໂດຍບໍ່ເຈດຕະນາຈາກການລົງໂທດດັ່ງກ່າວ ຈະບໍ່ຖືວ່າເປັນການທໍລະມານ.
KPL