ຂປລ
ຫ້ອງວ່າການສູນກາງພັກ (ຫສພ) ເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ຫວນຄືນວັນສຳຄັນຂອງພັກ- ຂອງຊາດ ໃນວັນທີ 7 ກັນຍາ 2026 ໂດຍການເປັນປະທານຂອງ ສະຫາຍ ເພັດ ພົມພີພັກ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ມີຮອງຫົວໜ້າຫ້ອງວ່າການສູນກາງພັກ, ພະນັກງານຫລັກແຫລ່ງ, ພ້ອມດ້ວຍສະມາຊິກພັກ-ພະນັກງານພາຍໃນ ຫສພ ເຂົ້າຮ່ວມ.

ຂປລ. ໂອກາດນີ້, ສະຫາຍ ເພັດ ພົມພີພັກ ໄດ້ຍົກໃຫ້ເຫັນເຖິງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ- ສັງຄົມ, ແຜນງົບປະມານ, ແຜນເງິນ ຕາ ໃນໄລຍະ 6 ເດືອນຕົ້ນປີ 2026;ການຮັບຮອງເອົາດ້ານຫລັກການຕ່ໍຮ່າງມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍວຽກງານກ່ໍສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໄລຍະໃໝ່; ຮ່າງມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການຕ້ານ, ສະກັດກັ້ນ, ປ້ອງກັນ ແລະ ແກ້ໄຂພະຍາດອາດຍາສິດ, ສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ແລະ ການຟຸມເຟືອຍໃນກົງຈັກການຈັດຕັ້ງ ແລະ ໃນສັງຄົມ; ສືບຕໍ່ແກ້ໄຂບັນຫາຕ່າງໆທີ່ຍັງຄົງຄ້າງຫ້ຕົກໄປເປັນກ້າວໆ ເປັນຕົ້ນ ບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ຮັບປະກັນບໍ່ໃຫ້ຂາດແຄນນໍ້າມັນເຊື້ອໄຟ ດ້ວຍມາດຕະການຮອງຮັບຕ່າງໆ, ຄຸ້ມຄອງລາຄາສິນຄ້າ, ຄ່າຄອງຊີບ ແລະ ອັດຕາແລກປ່ຽນ, ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ບັນຫາຢາເສບຕິດ, ອາວຸດເຖື່ອນ, ການລັກລອບຂຸດຄົ້ນແຮ່ທາດ, ຂຸດຄ້ົນຊັບພະຍາກອນທໍາມະຊາດອື່ນໆ ທີ່ ຜິດກົດໝາຍ, ສືບຕໍ່ປາບປາມ ແລະ ແກ້ໃຫ້ຕົກບັນຫາສະແກມເມີ, ຄໍເຊັນເຕີ, ປຸ້ນຈີ້ຊີງຊັບ, ອຸບັດເຫດຕາມທ້ອງຖະໜົນ ແລະ ອື່ນໆ.
ໃນໂກາດດຽວກັນ, ສະຫາຍ ຜາຄຳ ອິນແສງ ກຳມະການສູນກາງພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ ກໍໄດ້ເຜີຍແຜ່ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 68/ກມສພ, ລົງວັນທີ 20 ສິງຫາ 2026 (ສະບັບປັບປຸງໃໝ່). ຫລັງຈາກນັ້ນ, ສະຫາຍ ມີໄຊ ພົມເຂ ກຳມະການສຳຮອງສູນກາງພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ ກໍໄດ້ເຜີຍແຜ່ຄຳສັ່ງວ່າດ້ວຍການຈັດຕັ້ງຜັນຂະຫຍາຍຄຳສັ່ງນາຍົກລັດຖະມົນຕີ ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ແລະ ປາຖະກະຖາ 3 ວັນປະຫວັດສາດຂອງຊາດ ຄື: ເອກກະສານກ່ຽວກັບວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991-15/8/2026), ວັນຢຶດອຳນາດຄົບຮອບ 81 ປີ (23/8/1945-23/8/2026) ແລະ ເອກະສານມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການແນວລາວສ້າງຊາດເນື່ອງໃນໂອກາດຄົບຮອບ 76 ປີ (13/8/ 1950-13/8/2026).
ການຈັດຕັ້ງເຜີຍແຜ່ເອກະສານ ແລະ ປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ ຄັ້ງນີ້, ເພື່ອເຮັດໃຫ້ສະມາຊິກພັກ ແລະ ພະນັກງານລັດຖະກອນ ໃນທົ່ວຫ້ອງວ່າການສູນກາງພັກໄດ້ຮັບຮູ້, ກຳແໜ້ນ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງເນື້ອໃນ, ຄວາມໝາຍ ແລະ ຄວາມສຳຄັນຂອງ ເອກະສານສຳຄັນຂອງພັກ-ຂອງຊາດ. ພ້ອມກັນນ້ັນ, ຈະເປັນການສ້າງຄວາມເອກະພາບທາງດ້ານແນວຄິດ, ການຮັບຮູ້ ແລະ ການປະຕິບັດພາຍໃນອົງການຈັດຕັ້ງ ເພື່ອນຳເອົາເນື້ອໃນມະຕິ ແລະ ແນວທາງຕ່າງໆໄປຜັນຂະຫຍາຍ ແລະ ນຳໄປປະຕິ ບັດໃຫ້ເກີດຜົນເປັນຮູບປະທຳ.
ຂ່າວ: ກິດຕາ; ພາບ: ເກດສະໜາ
KPL