ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 10

12/06/2026 17:24
ຂປລ ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 10 ໄດ້ໄຂຂຶ້ນຢູ່ ນະຄອນຄຸນມິງ ແຂວງຢຸນນານຂອງ ສປ ຈີນ. ງານ​ຄັ້ງ​ນີ້ ໄດ້ດຶງດູດຜູ້ເຂົ້າຮ່ວມ ຈາກ ຫລາຍກວ່າ 60 ປະເທດ, ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນ

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ວັນທີ 11 ມິຖຸນານີ້, ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 10 ໄດ້ໄຂຂຶ້ນຢູ່ ນະຄອນຄຸນມິງ ແຂວງຢຸນນານຂອງ ສປ ຈີນ. ງານ​ຄັ້ງ​ນີ້ ໄດ້ດຶງດູດຜູ້ເຂົ້າຮ່ວມ ຈາກ ຫລາຍກວ່າ 60 ປະເທດ, ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນ, ​ທັງຂະໜາດ ການຈັດງານ ແລະ ລະດັບສາກົນ ລ້ວນ​ແຕ່ ໄດ້ສ້າງສະຖິຕິສູງສຸດ ໃໝ່,ກວມເອົາທຸກປະເທດ ໃນອາຊີໃຕ້, ມີວິສາຫະກິດ ຈາກ​ປະ​ເທດໃນອາຊີໃຕ້ ປະມານ 560 ແຫ່ງ ເຂົ້າຮ່ວມວາງສະແດງ, ພ້ອມທັງ ຮວມເອົາວິສາຫະກິດຊັ້ນນຳ ເກືອບ 100 ແຫ່ງ ທັງພາຍໃນ ແລະ ຕ່າງປະເທດ ແລະ ວິ​ສາ​ຫະ​ກິດ​ຈັດຊື້ ຫລາຍກວ່າ 1.500 ​ແຫ່ງ. ງານວາງສະແດງຄັ້ງນີ້ ໄດ້ຈັດຫໍ ວາງສະແດງຫົວຂໍ້ 13 ຫໍ, ກວມເອົາ ຂົງເຂດຕ່າງໆ ເຊັ່ນ: ປັນຍາປະດິດ, ພະລັງງານສີຂຽວ, ການຜະລິດແບບທັນສະໄໝ, ການທ່ອງທ່ຽວ ແລະ ການສ້າງ ນະວັດ ຕະກຳ ດ້ານການທ່ອງທ່ຽວ, ກາເຟຊັ້ນດີ ແລະ ອື່ນໆ, ເຊິ່ງຈະຊ່ວຍຊຸກຍູ້ ໃຫ້ການ​ເປີດ​ປະ​ຕູ​ ແລະ​ ການຮ່ວມມື ລະຫວ່າງ ສປ ຈີນ ກັບບັນດາປະເທດ ໃນອາຊີໃຕ້ ແລະ ອາຊີ ຕາເວັນອອກ ສຽງໃຕ້ ໄດ້​ຮັບ​ປະ​ສິດ​ທິ​ຜົນໃໝ່./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top