ອາເມລິກາແອລາຍ ຈະປັບຫລຸດພະນັກງານຄັ້ງໃຫຍ່

26/08/2020 12:33
Email Print 461
ຂປລ ສາຍ​ການບິນ ​ອາ​ເມ​ລິ​ກາ ​ແອ​ລາຍ ຈະ​ປັບ​ຫລຸດ ​ພະນັກງານ 30% ຫລື 40.000ຕຳ​ແໜ່​ງ ​ໃນ​ເດືອນ​ຕຸລາ ​ໂດຍ 19.000ຕຳ​ແໜ່​ງ ຈະ​ຖືກ​ເລີກ​ຈ້າງ ​ໂດຍ​ບໍ່​ສະໝັກ​ໃຈ ​​ເວັ້ນ​ແຕ່ ​ລັດຖະບານ ຈະ​ໃຫ້​ຄວາມ​ຊ່ວຍ​ເຫລືອ ​ກ່ຽວ​ກັບ ການ​ຈ້າງ ​ພະ ນັກງານ ​ເນື່ອງ​ຈາກ ການລະບາດ ​ໂຄ​ວິດ-19 ຍັງ​ຄົງ​ມີ​ຜົນ​ ຕໍ່​ການ​ເດີນທາງ ທາງ​ອາກາດ.

ຂປລ.ຕາມ​ແຫ​ລ່ງຂ່າວ​ຈາກ​ ວໍ​ຊີງ​ຕັນ,ວັນ​ທີ26​ສິງຫາ​ນີ້, ສາຍ​ການບິນ ​ອາ​ເມ​ລິ​ກາ ​ແອ​ລາຍ ຈະ​ປັບ​ຫລຸດ ​ພະນັກງານ 30% ຫລື 40.000 ຕຳ​ແໜ່​ງ ​ໃນ​ເດືອນ​ຕຸລາ ​ໂດຍ 19.000 ຕຳ​ແໜ່​ງ ຈະ​ຖືກ​ເລີກ​ຈ້າງ ​ໂດຍ​ບໍ່​ສະໝັກ​ໃຈ ​​ເວັ້ນ​ແຕ່ ​ລັດຖະບານ ຈະ​ໃຫ້​ຄວາມ​ຊ່ວຍ​ເຫລືອ ​ກ່ຽວ​ກັບ ການ​ຈ້າງ ​ພະນັກງານ ​ເນື່ອງ​ຈາກ ການລະບາດ ​ໂຄ​ວິດ-19 ຍັງ​ຄົງ​ມີ​ຜົນ​ ຕໍ່​ການ​ເດີນທາງ ທາງ​ອາກາດ. ສາຍ​ການບິນ​ຕ່າງໆ ​ໄດ້​ຮັບ​ເງິນ ​ໄດ້​ຮັບ​ເງິນ​ ສະໜັບ ສະໜູນ ຕາມ​ມາດ​ຕະການ​ ກະ​ຕຸ້ນ​ ເສດຖະກິດ​ ຂອງ​ລັດຖະບານ ສ.ອາ​ເມ​ລິ​ກາ ຈຳນວນ 25 ຕື້​ໂດ​ລາ​ ສະຫະລັດ ​ເພື່ອ​ຊ່ວຍ​​ເຫລືອ ການຈ່າຍ​ ເງິນ​ເດືອນ ​ແລະ ຮັກສາ​ຕຳ​ແໜ່​ງ ​ໄປ​ຈົນ​ເຖິງ ​ເດືອນ​ກັນຍານີ້ ​ແຕ່​​ເມື່ອ​ເງິນ​ໝົດ​ລົງ ​ໂດຍ​ທີ່​ການ​ເດີນທາງ ​ຍັງ​ບໍ່​ມີ​ການ​ຟື້ນ​ຕົວ ບັນດາ​ສາຍ​ການບິນ​ ​ແລະ ສະຫະພາບ ​​ແຮງ​ງານ ຈຶ່ງ​ຮ້ອງ​ຂໍ​ ເງິນ​ອີກ 25 ຕື້​ໂດ​ລາ ​ສະຫະລັດ ທີ່ພວມ​ຢູ່​​ ໃນຂັ້ນຕອນ​ ການ​ເຈລະຈາ​ ທັງ​ສອງ​ຝ່າຍ.ການ​ປັບ​ຫລຸດ ​ຕຳ​ແໜ່​ງງານ​ ຕາມ​ແຜນ​ ຂອງ​ອາ​ເມ​ລິ​ກາ ​ແອ​ລາຍ ປະກອບ​ດ້ວຍ  ພະນັກງານ​​ ໃນ​ຕຳ​ແໜ່​ງ ບໍລິຫານ 1.500ຕຳ​ແໜ່​ງ ​ແລະ ພະນັກງານ ສະຫະພາບ ​ແຮງ​ງານ 17.500 ຕຳ​ແໜ່​ງ ລວມມີ​ ພະນັກງານ ​ນັກ​ບິນ 1.600 ຕຳ​ແໜ່​ງ ​ແລະ ພະນັກງານ ຕ້ອນຮັບ​ ເທິງ​ເຮືອບິນ​ອີກ 8.100 ຕຳ​ແໜ່​ງ ​ໂດຍ​ຈຳນວນ​ ຕຳ​ແໜ່​ງ ທີ່​ປັບ​ຫລຸດ​ລົງ ຍັງ​ຕ່ຳ​ກວ່າ ​ເພດານ 25.000 ຕຳ​ແໜ່​ງ ທີ່ ອາ​ເມ​ລິ​ກາ ​ແອ​ລາຍ ຕັ້ງ​ເປົ້າ​ໄວ້ ​ເມື່ອ​ເດືອນ​ກ່ອນ ​ເນື່ອງ​ຈາກ ​ພະນັກງານ ​ບາງ​ສ່ວນ​ ອອກ​ບຳນານ ກ່ອນ​ອາຍຸ​ກຳນົດ ​​ແລະ ລາ​ອອກ.

ຮຽບຮຽງ​ຂ່າວ​ໂດຍ​ ສະ​ໄຫວ

KPL

ຂ່າວອື່ນໆ

    • ຍອດຜູ້ເສຍຊີວິດ ລົດໄຟຕຳກັນ ຢູ່ ອິນໂດເນເຊຍ ເພີ່ມຂຶ້ນເປັນ 16 ຄົນຂ່າວຕ່າງປະເທດ

      ຍອດຜູ້ເສຍຊີວິດ ລົດໄຟຕຳກັນ ຢູ່ ອິນໂດເນເຊຍ ເພີ່ມຂຶ້ນເປັນ 16 ຄົນ

      4/30/2026 5:33:08 PM

      ທາງການ ອິນໂດເນເຊຍ ເປີດເຜີຍວ່າ: ຍອດຜູ້ເສຍຊີວິດຈາກ ເຫດການ ລົດໄຟຕຳກັນ ໃກ້ກັບ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເພີ່ມຂຶ້ນ ເປັນ 16 ຄົນ, ໂດຍທັງໝົດ ເປັນແມ່ຍິງ ແລະ ໄດ້ຮັບບາດເຈັບ 90 ຄົນ.

    • ສປ ຈີນ ຈະປະຕິບັດນະໂຍບາຍຍົກເວັ້ນພາສີ ຢ່າງຮອບດ້ານຕໍ່ 53 ປະເທດໃນອາຟຣິກາຂ່າວຕ່າງປະເທດ

      ສປ ຈີນ ຈະປະຕິບັດນະໂຍບາຍຍົກເວັ້ນພາສີ ຢ່າງຮອບດ້ານຕໍ່ 53 ປະເທດໃນອາຟຣິກາ

      4/30/2026 5:30:00 PM

      ເລີ່ມແຕ່ ​ວັນ​ທີ 1 ພຶດ​ສະ​ພາ 2026 ​ເປັນ​ຕົ້ນ​ໄປ, ນະ​ໂຍ​ບາຍ ​ຍົກ​ເວັ້ນ​ພ​າ​ສີ​ ຢ່າງ​ຮອບ​ດ້ານ​ທີ່​ ສປ ຈີນ ​ຈະ​ປະ​ຕິ​ບັດ​ຕໍ່ 53 ປະ​ເທດ ​ອາ​ຟ​ຣິ​ກາ​ ທີ່ໄດ້​ສ້າງ​​ຕັ້ງສາຍ​ພົວ​ພັນ ​ທາງ​ການ​ທູດ​ກັບ ສປ ​ຈີນ​ ຈະ​ມີ​ຜົນ​ບັງ​ຄັບ​ໃຊ້ ​ຢ່າງ​ເປັນ​ທາງ​ການ, ເສດ​ຖະ​ກິດ​ ອາ​ຟ​ຣິ​ກາ ​ກໍ​ຈະ​ມີ​ຄວາມ​ໝັ້ນ​ທ່ຽງ ແລະ ຄາດ​ຄະ​ເນ​ ໄດ້​ຫລາຍ​ຂຶ້ນ.

    • ສສ ຫວຽດນາມ ຊຸກຍູ້ການເຊື່ອມໂຍງ-ຮ່ວມສຳພັນເສດຖະກິດ ລະຫວ່າງ ອາຊຽນ-ອີຢູຂ່າວຕ່າງປະເທດ

      ສສ ຫວຽດນາມ ຊຸກຍູ້ການເຊື່ອມໂຍງ-ຮ່ວມສຳພັນເສດຖະກິດ ລະຫວ່າງ ອາຊຽນ-ອີຢູ

      4/30/2026 5:29:57 PM

      ດ້ວຍ​ງົບ​ປະ​ມານ​ປະ​ມານ 23,4 ລ້ານໂດລາສະຫະລັດ ໃນ​ໄລ​ຍະ 2025–2029, SCOPE Trade ແມ່ນ​ຂໍ້​ລິ​ເລີ່ມ​ຈຸດ​ສຸມ ​ໃນ​ບ້ວງ​ເງິນ​ເຊື່ອມ​ຕໍ່​ ແບບ​ຍືນ​ຍົງ​ ລະ​ຫວ່າງ ອາ​ຊຽນ - EU, ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ ເສດ​ຖະ​ກິດ ອາ​ຊຽນ ແລະ ເພີ່ມ​ທະ​ວີ​ ການ​ຮ່ວມ​ສຳ​ພັນ ​ເສດ​ຖະ​ກິດ ​ລະ​ຫວ່າງ​ສອງ​ພາກ​ພື້ນ.

    • ໂຄງການກໍ່ສ້າງເສັ້ນທາງລົດໄຟແຄມທະເລຕາເວັນອອກມາເລເຊຍສຳເລັດ 93%ຂ່າວຕ່າງປະເທດ

      ໂຄງການກໍ່ສ້າງເສັ້ນທາງລົດໄຟແຄມທະເລຕາເວັນອອກມາເລເຊຍສຳເລັດ 93%

      4/30/2026 5:29:55 PM

      ທ່ານ ເຢ້ຊ້ຽວ​ຢາງ ຮອງຜູ້​ອຳ​ນວ​ຍການ​ໃຫຍ່ ​ໂຄງ​ການກໍ່ສ້າງ​ເສັ້ນ​ທາງລົດ​ໄຟ ​ແຄມ​ທະ​ເລ​ຕາ​ເວັນ​ອອກ​ ມາ​ເລ​ເຊຍ ເຊິ່ງ​ຮັບ​ເໝົາກໍ່​ສ້າງ​ ໂດຍ​ບໍ​ລິ​ສັດ​ການ​ກໍ່​ສ້າງ​ຄົມ​ມະ​ນາ​ຄົມ​ຈີນ ​ຫຸ້ນ​ສ່ວນ​ຈຳ​ກັດ ໄດ້​ຢືນ​ຢັນ​ຢູ່​ນະ​ຄອນຫລວງ​ ກົວ​ລາ​ລຳ​ເປີ​ ຂອງ​ມາ​ເລ​ເຊຍ​ວ່າ: ນັບ​ມາ​ຮອດ​ທ້າຍ​ເດືອນ​ມີ​ນາ​ປີ​ນີ້, ​ໂດຍ​ລວມ​ແລ້ວ ໂຄງ​ການ​ດັ່ງ​ກ່າວ​ໄດ້​ສຳ​ເລັດ​ ການກໍ່​ສ້າງ 93% ເຊິ່ງ​ຢູ່​ໃນ​ໄລ​ຍະ​ສຳ​ຄັນຂອງ​ໂຄງ​ການ​ເພື່ອ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ.

    • ຣັດເຊຍ ຮຽກຮ້ອງສ້າງໂລກປອດອາວຸດນິວເຄຼຍຂ່າວຕ່າງປະເທດ

      ຣັດເຊຍ ຮຽກຮ້ອງສ້າງໂລກປອດອາວຸດນິວເຄຼຍ

      4/30/2026 5:29:52 PM

      ທ່ານ ວາລາດີເມຍ ປູຕິນ(Vladimir Putin), ປ​ະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ຢັ້ງ​ຢືນ​ວ່າ: ດ້ວຍ​ຖາ​ນະ ​ເປັນ​ປະ​ເທດ ​ເຂົ້າ​ຮ່ວມ​ ທີ່​ມີ​ຄວາມ​ຮັບ​ຜິ​ດ​ຊອບ ​ຕໍ່​ສົນ​ທິ​ສັນ​ຍາ ​ແຜ່​ຂະ​ຫຍາຍອາ​ວຸດ​ນິ​ວ​ເຄຼຍ (NPT), ຣັດ​ເຊຍ ຍາມ​ໃດ​ກໍ​ປະ​ຕິ​ບັດ ​ບັນ​ດາ​ຂໍ້​ກຳ​ນົດ ແລະ ເນື້ອ​ໃນ​ຈິດ​ໃຈ ​ຂອງ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ ​ຢ່າງ​ເຂັ້ມ​ງວດ.

ads
ads

Top