ລາວ-ຈີນ ແລກປ່ຽນການສົ່ງເສີມການລົງທຶນ
ຂປລ. ເພື່ອຫາລືແລກປ່ຽນປະສົບການ ໃນການສົ່ງ ເສີມການລົງທຶນທັງພາຍໃນ ແລະ ຕ່າງປະເທດ, ສຶກສາແລກປ່ຽນ ການປະຕິບັດນະໂຍບາຍພາສີ-ອາກອນ ແລະ ການປະຕິບັດນະໂຍບາຍ ພັນທະຄ່າທໍານຽມ ໃຫ້ແກ່ບັນດາບໍລິສັດນັກລົງທຶນຂະໜາດນ້ອຍ ແລະ ຂະໜາດໃຫຍ່.
![]()
ການພົບປະຄັ້ງນີ້, ສອງຝ່າຍໄດ້ພ້ອມກັນປຶກສາຫາລືແລກປ່ຽນ ແນວທາງການຈັດຕັ້ງປະຕິບັດນະໂຍບາຍການເງິນສີຂຽວ, ສິນເຊື່ອກາກບອນ, ນະໂຍບາຍການສົ່ງເສີມພັນທະບັດສີຂຽວ ແລະ ອ່ືນໆ ຊຶ່ງຖືເປັນອີກເວທີໜຶ່ງໃນການຊຸກຍູ້ສ່ົງເສີມຜັນຂະຫຍາຍການຮ່ວມມືໃນການລົງທຶນທາງດ້ານການເງິນ ແລະ ສົ່ງເສີມຕະຫລາດຄໍາ ອອກສູ່ຕະຫລາດສາກົນ, ສຶກສາແລກປ່ຽນນະໂຍບາຍການຊ້ື-ຂາຍຄໍາໃນຕະຫລາດສາກົນ, ການຊໍາລະສະສາງຕ່າງໆ ແລະ ສາງຄວາມປອດໄພໃນການເກັບຮັກສາຄໍາ.
ຜົນໄດ້ຮັບໃນການປຶກສາຫາລືແລກປ່ຽນບົດຮຽນຄັ້ງນີ້, ເຫັນວ່າສໍານັກງານສົ່ງເສີມການລົງທຶນ ເປັນອົງການໜຶ່ງທີ່ສໍາຄັນຂອງລັດຖະບານເຂດປົກຄອງພິເສດຮົງກົງ ສປ ຈີນ ທີ່ເຮັດໜ້າທີ່ເປັນຜູ້ຊຸກຍູ້ສົ່ງເສີມນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ທັງເປັນຜູ້ຈັດຕັ້ງປະຕິບັດນະໂຍບາຍຂອງລັດຖະບານ ເພື່ອສ້າງລາຍຮັບ ແລະ ຜົນປະໂຫຍດອັນສູງສຸດໃຫ້ແກ່ລັດຖະບານ ເຂດປົກຄອງພິເສດຮົງກົງ ສປ ຈີນ. ໃນນັ້ນ, ສາມາດສຶກສາໄດ້ວ່າເຂດປົກຄອງພິເສດຮົງກົງ ສປ ຈີນ ເປັນສູນລວມທາງດ້ານການເງິນ ແລະ ການລົງທຶນສາກົນເປັນປະຕູດ່ານໜ້າເຂົ້າສູ່ຕະຫລາດສາກົນ ທີ່ມີບັນດາບໍລິສັດໃຫຍ່ໆຈາກທົ່ວໂລກ ໃຫ້ຄວາມສໍາຄັນໃນການລົງທຶນໃນຂົງເຂດການເງິນ ແລະ ຕະຫລາດຄໍາສາກົນ ແລະ ເຫັນວ່າເປັນບາດກ້າວອັນສໍາຄັນ ໃນການສ້າງຜົນປະໂຫຍດໃຫ້ແກ່ ສປປ ລາວ ແລະ ສາມາດຜັນຂະຫຍາຍການຮ່ວມມື ຊຸກຍູ້ສົ່ງເສີມການລົງທຶນໃນຂະແໜງການເງິນ, ຂະແໜງອຸດສາຫະກໍາຄໍາ, ການເງິນສີຂຽວ, ພັນທະບັດສີຂຽວ, ສິນເຊື່ອກາກບອນ ແລະ ບັນດາຂະແໜງການອື່ນໆ ຢູ່ ສປປ ລາວ ໃນອານະຄົດຂ້າງໜ້າ.ໃນໂອກາດດຽວກັນ, ທ່ານລັດ ຖະມົນຕີກະຊວງການເງິນ ຍັງໄດ້ພົບປະກັບບັນດາສະຖາບັນການເງິນ ສໍາຄັນຂອງເຂດປົກຄອງພິເສດຮົງກົງ ສປ ຈີນ ຈຳນວນໜຶ່ງຕື່ມອີກ.
ຂ່າວ: ກະຊວງການເງິນ
