ຫວຽດນາມ ສົ່ງອອກເຂົ້າເພີ່ມຂຶ້ນ 5% ໄປສູ່ລະດັບ 1,3 ລ້ານໂຕນ
Email
Print
83
KPL - Asean 2024
ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ຂອງ ຫວຽດນາມ ເປີດເຜີຍວ່າ: ຫວຽດນາມ ສົ່ງອອກເຂົົ້າ 1,3 ລ້ານໂຕນ ໃນໄລຍະ 2 ເດືອນທຳອິດ ຂອງ ປີນີ້ ກວມເອົາ ມູນຄ່າ 599,3 ລ້ານໂດລາ ສະຫະລັດ, ຕົວເລກດັ່ງກ່າວ ເພີ່ມຂຶ້ນ 5%
ຂປລ. ສຳນັກຂ່າວ ອິນໂຟເຄວ ລາຍງານວ່າ: ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ຂອງ ຫວຽດນາມ ເປີດເຜີຍວ່າ: ຫວຽດນາມ ສົ່ງອອກເຂົົ້າ 1,3 ລ້ານໂຕນ ໃນໄລຍະ 2 ເດືອນທຳອິດ ຂອງ ປີນີ້ ກວມເອົາ ມູນຄ່າ 599,3 ລ້ານໂດລາ ສະຫະລັດ, ຕົວເລກດັ່ງກ່າວ ເພີ່ມຂຶ້ນ 5% ໃນແງ່ປະລິມານ ແຕ່ຫລຸດລົງ 11,2% ທາງດ້ານມູນຄ່າ ເມື່ອທຽບໃສ່ລາຍປີ.
ລາຄາສົ່ງອອກເຂົ້າ ໂດຍສະເລ່ຍ ໃນໄລຍະເວລາ ດັ່ງກ່າວ ລວມມີ 464,1 ໂດລາ ສະຫະລັດຕໍ່ໂຕນ, ຫລຸດລົງ 15,4% ເມື່ອທຽບໃສ່ລາຍປີ. ໂດຍ ຟີລິບປິນ ເປັນຕະຫລາດ ສົ່ງອອກເຂົ້າ ທີ່ໃຫຍ່ທີ່ສຸດ ຂອງ ຫວຽດນາມ ກວມເອົາອັດຕາສ່ວນ 47,6% ,ຖັດມາແມ່ນ ຈີນ ແລະ ການາ./
