ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດມີການເຕີບໂຕໄວທີ່ສຸດຢູ່ ອາຊຽນ

12/03/2026 18:03
Email Print 83
KPL - Asean 2024 ເວັບໄຊ Investing.com ໄດ້ຄັດສະເໜີ ຂໍ້ມູນ ຂອງ S&P Global ໂດຍໃຫ້ຮູ້ວ່າ ຂະແໜງ ການຜະລິດ ຂອງ ຫວຽດນາມ ໃນປີ 2026 ເລີ່ມຂຶ້ນ ດ້ວຍການເຕີບໂຕ ຢ່າງແຂງແຮງ ດ້ວຍປະລິມານ ແລະ ໃບສັ່ງຊື້ສິນຄ້າໃໝ່ ໄດ້ເພີ່ມຂຶ້ນ.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ເວັບໄຊ Investing.com ໄດ້ຄັດສະເໜີ ຂໍ້ມູນ ຂອງ S&P Global ໂດຍໃຫ້ຮູ້ວ່າ ຂະແໜງ ການຜະລິດ ຂອງ ຫວຽດນາມ  ໃນປີ 2026 ເລີ່ມຂຶ້ນ ດ້ວຍການເຕີບໂຕ ຢ່າງແຂງແຮງ ດ້ວຍປະລິມານ ແລະ ໃບສັ່ງຊື້ສິນຄ້າໃໝ່ ໄດ້ເພີ່ມຂຶ້ນ.

ໂດຍມີ ຫລາຍອົງການຈັດຕັ້ງ ແລະ ສື່ມວນຊົນສາກົນ ໄດ້ເນັ້ນໜັກວ່າ ຫວຽດນາມ ແມ່ນໜຶ່ງ ໃນບັນດາ ພື້ນຖານ ເສດຖະກິດ ທີ່ມີ ການເຕີບໂຕ ວ່ອງໄວທີ່ສຸດ ຢູ່ ອາຊຽນ ເຊິ່ງ ສະແດງ ໃຫ້ເຫັນ ຈາກ ບັນດາ ການຕີລາຄາຢ່າງຕັ້ງໜ້າ ກ່ຽວກັບ ແງ່ຫວັງ ດ້ານເສດຖະກິດ ຂອງ ຫວຽດນາມ ໃນເດືອນກຸມພາ ຜ່ານມາ.

ໃນຂະນະນັ້ນ, ຫ້ອງວ່າການ ຄົ້ນຄ້ວາ ເສດຖະກິດມະຫາພາກ ອາຊຽນ + 3 (AMRO) ໄດ້ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຈະສືບຕໍ່ ແມ່ນໜຶ່ງ ໃນບັນດາ ພື້ນຖານ ເສດຖະກິດ ເຕີບໂຕໄວທີ່ສຸດ ໃນພາກພື້ນ ຍ້ອນມີທ່າໄດ້ປຽບໃນລະບົບຕ່ອງໂສ້ ການສະໜອງ ທົ່ວໂລກ, ຄວາມສາມາດ ດຶງດູດ ການລົງທຶນ ຈາກຕ່າງປະເທດ (FDI) ແລະ ການພັດທະນາ ຂອງ ການສົ່ງອອກ ເຕັກໂນໂລຢີລະດັບສູງ.

ເວັບໄຊ Seeking Alpha ຖືວ່າ ຫວຽດນາມ ໄດ້ພົ້ນເດັ່ນຂຶ້ນ ແມ່ນໜຶ່ງ ໃນບັນດາ ພື້ນຖານ ເສດຖະກິດ ທີ່ມີການເຕີບໂຕ ໄວທີ່ສຸດ ໃນອາຊຽນ ດ້ວຍກຳລັງ ໜູນຫລັກ ຈາກ ການຜະລິດ ແລະ ສົ່ງອອກ. ການຫັນປ່ຽນໄປສູ່ບັນດາ ຂະແໜງ ເອເລັກໂຕນິກ ແລະ ເຄື່ອງຈັກ ມີການປັບປຸງ ບົດບາດ ຂອງ ຫວຽດນາມ ແລະ ອື່ນໆ./

KPL