ຍີ່ປຸ່ນ ຈະລະບາຍນໍ້າມັນສຳຮອງອອກ ເພື່ອຮັບມືກັບລາຄານໍ້າມັນ ເພີ່ມຂຶ້ນ
Email
Print
83
KPL - Asean 2024
ທ່ານ ນາຍົກລັດຖະມົນຕີ ຊານາເອະ ທາຄາອິຈິ ປະກາດວ່າ ຍີ່ປຸ່ນ ຈະເລີ່ມ ລະບາຍ ນໍ້າມັນ ອອກຈາກ ສາງສຳຮອງ ຂອງ ປະເທດ ຢ່າງໄວທີ່ສຸດ ໃນວັນທີ 16 ມີນານີ້ ເພື່ອຮັບມື ກັບທ່າອຽງ ການເພີ່ມຂຶ້ນ ຢ່າງຮຸນແຮງ ຂອງ ລາຄາ ນໍ້າມັນ ແອັດຊັງ ແລະ ຜະລິດຕະພັນ ປິໂຕຣລ່ຽມອື່ນໆ
ຂປລ. ສຳນັກຂ່າວ ກ່ຽວໂດ ລາຍງານວ່າ: ທ່ານ ນາຍົກລັດຖະມົນຕີ ຊານາເອະ ທາຄາອິຈິ ປະກາດວ່າ ຍີ່ປຸ່ນ ຈະເລີ່ມ ລະບາຍ ນໍ້າມັນ ອອກຈາກ ສາງສຳຮອງ ຂອງ ປະເທດ ຢ່າງໄວທີ່ສຸດ ໃນວັນທີ 16 ມີນານີ້ ເພື່ອຮັບມື ກັບທ່າອຽງ ການເພີ່ມຂຶ້ນ ຢ່າງຮຸນແຮງ ຂອງ ລາຄາ ນໍ້າມັນ ແອັດຊັງ ແລະ ຜະລິດຕະພັນ ປິໂຕຣລ່ຽມອື່ນໆ ທ່າມກາງສະຖານະການ ຄວາມຂັດແຍ້ງ ໃນຕາເວັນອອກກາງ ທີ່ຍັງຮ້ອນແຮງ.
ໂດຍຍີ່ປຸ່ນ ຈະເລີ່ມ ລະບາຍນໍ້າມັນ ອອກຈາກ ສາງສຳຮອງ ຂອງ ພາກເອກະຊົນ ໃນປະລິມານ ທີ່ໃຊ້ໄດ້ນານເຖິງ 15 ວັນ; ຖັດມາ ແມ່ນນໍ້າມັນສຳຮອງ ຂອງ ລັດຖະບານ ອີກ 30 ວັນ , ໂດຍຍີ່ປຸ່ນ ຈະດຳເນີນການ ໂດຍບໍ່ຕ້ອງລໍການຕັດສິນໃຈ ຈາກກະຊວງ ພະລັງງານ ສາກົນ (IEA)./
