ອິນໂດເນເຊຍ ເພີ່ມງົບປະມານ ຊຸກຍູ້ລາຄາ ນໍ້າມັນ 2,25 ໝື່ນລ້ານໂດລາ

12/03/2026 18:10
Email Print 83
KPL - Asean 2024 ທ່ານ ປູບາຍາ ຍູດີ ຊາເດວາ ລັດຖະມົນຕີ ກະຊວງ ການເງິນ ຂອງ ອິນໂດເນເຊຍ ຖະແຫລງ ເມື່ອບໍ່ດົນມານີ້ວ່າ: ລັດຖະບານ ອິນໂດເນເຊຍ ຈະໃຊ້ງົບປະມານ ເພື່ອຫລຸດຜ່ອນ ຜົນກະທົບ ຈາກວິກິດການ ລາຄານໍ້າມັນ ທີ່ເພີ່ມສູງຂຶ້ນ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ທ່ານ ປູບາຍາ ຍູດີ ຊາເດວາ ລັດຖະມົນຕີ ກະຊວງ ການເງິນ ຂອງ ອິນໂດເນເຊຍ ຖະແຫລງ ເມື່ອບໍ່ດົນມານີ້ວ່າ: ລັດຖະບານ ອິນໂດເນເຊຍ ຈະໃຊ້ງົບປະມານ ເພື່ອຫລຸດຜ່ອນ ຜົນກະທົບ ຈາກວິກິດການ ລາຄານໍ້າມັນ ທີ່ເພີ່ມສູງຂຶ້ນ, ໂດຍເພີ່ມເງິນ ອຸດໜູນ ພະລັງງານ ເພື່ອຮັກສາ ລາຄາ ເຊື້ອໄຟ ທ່າມກາງ ສະຖານະການ ຄວາມເຄັ່ງຕຶງ ໃນຕາເວັນອອກກາງ ທີ່ ສົ່ງຜົນໃຫ້ ລາຄານໍ້າມັນດີບ ເພີ່ມຂຶ້ນເຖິງ 100 ໂດລາ ສະຫະລັດຕໍ່ຖັງ.

ໂດຍລັດຖະບານ ໄດ້ຕັ້ງງົບປະມານ ໄວ້ຈຳນວນ 381,3 ພັນຕື້ຣູເປຍ (2,25 ໝື່ນລ້ານໂດລາ ສະຫະລັດ) ເພື່ອ ເປັນວົງເງິນ ອູດໜູນ ດ້ານພະລັງງານ ແລະ ຈ່າຍຊົດເຊີຍ ໃຫ້ແກ່ ເປີຣຕາມິນາ (Pertamina), ວິສາຫະກິດ ພະລັງງານ ແຫ່ງຊາດ ລວມເຖິງ ອົງການໄຟຟ້າ ຂອງ ລັດ (PLN) ເພື່ອສະໜັບ ສະໜູນ ຄວາມພະຍາຍາມ ໃນການ ຮັກສາ ລາຄາເຊື້ອໄຟ ບາງປະເພດ ແລະ ອັດຕາ ຄ່າໄຟຟ້າ ໃຫ້ຢູ່ໃນລະດັບ ທີ່ ປະຊາຊົນຈ່າຍໄດ້. ການຈັດສັນ ງົບປະມານ ດັ່ງກ່າວ ຄາດຄະເນວ່າ ລາຄາ ນໍ້າມັນດີບ ຂອງ ອິນໂດເນເຊຍ ຈະມີລາຄາ ສະເລ່ຍ ຢູ່ທີ 70 ໂດລາ ສະຫະລັດ ຕໍ່ຖັງ ແລະ ອັດຕາແລກປ່ຽນ ເງິນຣູເປຍ ສະເລ່ຍ ຢູ່ທີ 16,500 ຣູເປຍຕໍ່ໂດລາ ສະຫະລັດ ໃນປີ 2026./

 

KPL