ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳ-ພະນັກງານຫລັກແຫລ່ງແຂວງສາລະວັນ
ຂປລ. ໂດຍມີສະຫາຍ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງສາລະວັນ, ສະຫາຍ ປະເດີມພອນ ສົນທະນີ ປະທານຄະນະກໍາມະການ ປົກຄອງແຂວງ, ບັນດາການນໍາ ແຂວງ, ຄະນະພັກ-ຄະນະບັນຊາກໍາ ລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
![]()
ໃນໂອກາດນີ້, ສະຫາຍເລຂາ ຄະນະບໍລິຫານງານພັກແຂວງສາລະວັນ ກໍໄດ້ລາຍງານກ່ຽວກັບຜົນການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານພັກແຂວງໃນໄລຍະຜ່ານມາເຫັນວ່າ: ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ຢ່າງແຂງແຮງໃນການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ, ສຸມໃສ່ແກ້ໄຂບັນຫາຄວາມບໍ່ເປັນລະບຽບຮຽບຮ້ອຍກໍຄື ປະກົດການຫຍໍ້ທໍ້ຕ່າງໆດ້ວຍຮູບການ ແລະ ວິທີການຕ່າງໆໄປພ້ອມໆກັບການຝຶກອົບຮົມ ແລະ ຫັດແອບໃຫ້ກໍາລັງ ປກຊ-ປກສ ເປັນແຕ່ລະໄລຍະໃນແຕ່ລະທ້ອງຖິ່ນ ເຮັດໃຫ້ທ່ົວແຂວງສືບຕ່ໍມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂອງແຂວງ ຂະຫຍາຍຕົວໃນລະດັບ 6,3% ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 18 ລ້ານກວ່າກີບຕໍ່ປີ. ໃນປີ 2025 ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 351 ຕື້ກວ່າກີບເທົ່າກັບ 121% ຂອງແຜນດັດແກ້. ການສໍາຫລວດພົນລະເມືອງໃນທ່ົວແຂວງແມ່ນສໍາເລັດໂດຍພື້ນຖານ, ຊ່ຶງຕາມຂ້ໍມູນດ່ັງກ່າວທ່ົວແຂວງ ມີທັງໝົດ 84.957 ຄົວເຮືອນ, ພົນລະເມືອງ 424.796 ຄົນ, ຍິງ 211.375 ຄົນ, ທຽບໃສ່ 5 ປີກ່ອນ ແມ່ນຫລຸດລົງ; ໄດ້ເອົາໃຈໃສ່ໃນການຊຸກຍູ້ ແລະ ສົ່ງເສີມການປູກ- ການລ້ຽງຂອງປະຊາຊົນໃຫ້ຫລາຍຂຶ້ນ ຊຶ່ງການປູກເຂົ້ານາປີປະຕິບັດໄດ້ 81.042 ເຮັກຕາ ເທົ່າກັບ 88,4% ຂອງແຜນການ, ເກັບກູ້ຜົນຜະລິດໄດ້ 310.298 ໂຕນ; ປູກພືດລະດູແລ້ງ ໄດ້ 8.476 ເຮັກຕາ ເທົ່າກັບ 92% ຂອງແຜນການ, ເກັບກູ້ຜົນຜະລິດໄດ້ 64.300 ໂຕນ; ການຜະລິດພືດສະບຽງອາຫານ (ໝາກເຜັດ, ໝາກເຂືອ, ພືດ-ຜັກ ແລະ ອື່ນໆ ປະຕິບັດໄດ້ 15.693 ເຮັກຕາ, ຜົນຜະລິດໄດ້ 98.802 ໂຕນ; ການຜະລິດເປັນສິນຄ້າປະຕິ ບັດໄດ້ 6.722 ເຮັກຕາ, ຜົນຜະລິດ 128.000 ໂຕນ, ສ່ວນການຜະລິດ ຊີ້ນ, ໄຂ່ ແລະ ປາ ແມ່ນສາມາດຕອບສະໜອງການບໍລິໂພກພາຍໃນໄດ້ໂດຍພື້ນຖານ.
ໃນໂອກາດດຽວກັນ, ສະຫາຍ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໃນການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກແຂວງໃນໄລຍະຜ່ານມາ, ພ້ອມທັງໄດ້ເນັ້ນໃຫ້ຄະນະພັກແຕ່ລະຂັ້ນເອົາໃຈໃສ່ຫັນລົງກໍ່ສ້າງຮາກຖານການເມືອງໃຫ້ແຂງແຮງ; ສືບຕໍ່ຍູ້ແຮງການຜະລິດຂອງປະຊາຊົນ, ທັງມີວຽກເຮັດງານທໍາ ເພ່ືອສ້າງລາຍຮັບເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້ານັບມ້ືດີຂຶ້ນ; ເອົາໃຈໃສ່ປັບປຸງກໍ່ສ້າງພັກ-ພະນັກງານ ແລະ ອົງການປົກຄອງທ້ອງຖິ່ນໃຫ້ມີຄວາມໜັກແໜ້ນ-ເຂ້ັມແຂງ; ສືບຕ່ໍແກ້ໄຂໜ່ໍແໜງທີ່ຈະພາໃຫ້ເກີດມີຄວາມບ່ໍ ໍສະຫງົບ ດ້ວຍຫລາຍມາດຕະການ, ຫລາຍວິທີການຢ່າງມີຈຸດສຸມ ແລະ ແທດເຖິງຕົວຈິງ; ເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກ, ຄະນະກຳມະການ ປກຊ-ປກສ ແຕ່ລະ ຂັ້ນຕໍ່ວຽກງານ ປກຊ-ປກສ ໃຫ້ແຂງແຮງ ແລະ ເປັນປົກກະຕິ, ສືບຕໍ່ການພົວພັນຮ່ວມມືກັບບັນດາປະເທດອ້ອມຂ້າງ ແລະ ເພື່ອນມິດຕາມແນວທາງຂອງພັກ.
ໃນວັນດຽວກັນ, ສະຫາຍ ຮອງນາຍົກລັດຖະມົນຕີ ໄດ້ສືບຕ່ໍເດີນທາງໄປພົບປະໂອ້ລົມຕໍ່ການນຳ ແລະ ພະນັກງານຫລັກແຫລ່ງເມືອງຕະໂອ້ຍ, ພ້ອມທັງຢ້ຽມຢາມໂຄງການພັດທະນາຂອງເມືອງ ແລະ ໄດ້ມອບງົບປະມານຈໍານວນໜຶ່ງໃຫ້ແກ່ອໍານາດການປົກຄອງ ຈໍານວນ 5 ບ້ານຂອງເມືອງຕະໂອ້ຍ ເພື່ອນໍາໃຊ້ເຂົ້າເປັນກອງທຶນພັດທະນາພາຍໃນບ້ານຕື່ມອີກ.
ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ.
