ເວເນຊູເອລາ ເພີ່ມເງິນແກ້ໄຂບັນຫາ ການຂາດແຄນເງິນຕາ 300 ລ້ານໂດລາ
Email
Print
83
KPL - Asean 2024
ທະນາຄານການຄ້າ ຂອງ ເວເນຊູເອລາ 4 ແຫ່ງ ໄດ້ຈັດສັນ ລາຍໄດ້ ຈາກການຂາຍ ນໍ້າມັນ ມູນຄ່າ 300 ລ້ານໂດລາ ສະຫະລັດ ທີ່ ຝາກໄວ້ ໃນບັນຊີ ຂອງ ປະເທດ ກາຕາ ເພື່ອນໍາໃຊ້ ເຂົ້າໃນການຈ່າຍ ເງິນໂດລາ ສະຫະລັດ ໃຫ້ແກ່ ພາກທຸລະກິດ ພາຍໃນປະເທດ
ຂປລ. ສຳນັກຂ່າວ ອິນໂຟເຄວສ: ທະນາຄານການຄ້າ ຂອງ ເວເນຊູເອລາ 4 ແຫ່ງ ໄດ້ຈັດສັນ ລາຍໄດ້ ຈາກການຂາຍ ນໍ້າມັນ ມູນຄ່າ 300 ລ້ານໂດລາ ສະຫະລັດ ທີ່ ຝາກໄວ້ ໃນບັນຊີ ຂອງ ປະເທດ ກາຕາ ເພື່ອນໍາໃຊ້ ເຂົ້າໃນການຈ່າຍ ເງິນໂດລາ ສະຫະລັດ ໃຫ້ແກ່ ພາກທຸລະກິດ ພາຍໃນປະເທດ ທີ່ ຕ້ອງການເງິນຕາ ຕ່າງປະເທດ ສຳລັບນໍາເຂົ້າວັດຖຸດິບ, ຫລັງຈາກ ເວເນຊູເອລາ ຜະເຊີນກັບ ພາວະຂາດແຄນເງິນ ໂດລາສະຫະລັດ ຢ່າງໜັກ ໃນໄລຍະຫລາຍອາທິດຜ່ານມາ. ການເພີ່ມເງິນຕາ ຕ່າງປະເທດ ດັ່ງກ່າວໄດ້ມີຂຶ້ນ ພາຍຫລັງ ສ.ອາເມລິກາ ດຳເນີນການຢຶດກຳປັ່ນ ບັນທຸກນໍ້າມັນຂອງເວເນຊູເອລາ ສົ່ງຜົນກະທົບຕໍ່ ແຫລ່ງລາຍໄດ້ຫລັກ ຂອງປະເທດ ແລະ ເຮັດໃຫ້ປະລິມານ ເງິນໂດລາສະຫະລັດ ໃນລະບົບ ຫລຸດລົງ ຢ່າງມີໄນສຳຄັນ./
