ສປ ຈີນ ໃຊ້ໄຟຟ້າ ບັນລຸຫລາຍກວ່າ 10.000 ຕື້ກິໂລວັດໂມງ ເປັນຄັ້ງປະຫວັດສາດ

20/01/2026 14:36
Email Print 83
KPL - Asean 2024 ອົງການ ພະລັງງານ ແຫ່ງຊາດຈີນ ແຈ້ງໃຫ້ຮູ້ ໃນວັນທີ 17 ມັງກອນນີ້ວ່າ: ປີ 2025, ປະລິມານ ການໃຊ້ໄຟຟ້າ ໃນທົ່ວປະເທດຈີນ ບັນລຸເຖິງ 10.400 ຕື້ກິໂລວັດໂມງ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ ປີ 2024 ເປັນຄັ້ງປະຫວັດສາດ

ຂປລ. ອີງຕາມຂ່າວ ໂທລະພາບ ສູນກາງຈີນ (CMG):​ ອົງ​ການ​ ພະ​ລັງ​ງານ ​ແຫ່ງ​ຊາດ​ຈີນ​ ແຈ້ງ​ໃຫ້​ຮູ້​ ໃນ​ວັນ​ທີ 17 ມັງ​ກອນ​ນີ້​ວ່າ: ປີ 2025, ປະ​ລິ​ມານ ​ການ​ໃຊ້​ໄຟ​ຟ້າ ​ໃນ​ທົ່ວ​ປະ​ເທດ​ຈີນ​ ບັນ​ລຸ​ເຖິງ 10.400 ຕື້​ກິ​ໂລ​ວັດ​ໂມງ, ເພີ່ມ​ຂຶ້ນ 5​% ເມື່ອທຽບ​ໃສ່​ ປີ 2024 ເປັນ​ຄັ້ງ​ປະ​ຫວັດ​ສາດ,​ ທັງເປັນ ຕົວເລກ ສະຖິຕິ ຄັ້ງທໍາອິດ ໃນປະເທດໜຶ່ງ ຂອງ ໂລກ, ເທົ່າກັບ ຫລາຍກວ່າ ສອງເທົ່າຕົວ ຂອງ ປະລິມານ ການນຳໃຊ້ ໄຟຟ້າ ທົ່ວປະເທດ ສ.ອາເມລິກາ ໃນໝົດປີ ແລະ ຫລາຍກວ່າ ຍອດປະລິມານ ການໃຊ້ໄຟຟ້າຕໍ່ປີ ລວມເຂົ້າກັນ ຂອງ ສະຫະພາບ ເອີຣົບ, ຣັດເຊຍ, ອິນເດຍ ແລະ ຍີ່ປຸ່ນ. ໂດຍສະເພາະ ເດືອນ​ກໍ​ລະ​ກົດ​ ແລະ ​ເດືອນສິງ​ຫາ​ ໃນປີ 2025 ຜ່ານ​ມາ, ປະ​ລິ​ມານ​ການ​ໃຊ້​ໄຟ​ຟ້າ​ ປະ​ຈຳ​ເດືອນໃນ​ທົ່ວ​ປະ​ເທດ​ຈີນ ໄດ້​ບັນ​ລຸ​ຫລາຍກວ່າ 1.000 ຕື້​ກິ​ໂລ​ວັດ​ໂມງ​ ເປັນ​ສອງ​ເດືອນ​ຕິດ​ຕໍ່​ກັນ ແລະ ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ ​ຕາມ​ລຳ​ດັບ./

KPL