ເອີຣົບ ຈະປັບຂຶ້ນພາສີ ຕໍ່ສິນຄ້າ ສ.ອາເມລິກາ ມູນຄ່າ 93 ຕື້ເອີໂຣ

20/01/2026 13:18
Email Print 83
KPL - Asean 2024 ຫລາຍປະເທດ ໃນສະຫະພາບ ເອີຣົບ ພວມຈາລະນາ ທີ່ຈະປັບຂຶ້ນ ພາສີ ຕໍ່ ສິນຄ້າ ສ.ອາເມລິກາ ທີ່ ສົ່ງອອກໄປຍັງ ເອີຣົບ ດ້ວຍມູນຄ່າ 93 ຕື້ເອີໂຣ ຫລື ຈຳກັດ ວິສາຫະກິດ ສ.ອາເມລິກາ ເຂົ້າໄປສູ່ຕະຫລາດ ສະຫະພາບ ເອີຣົບ ເພື່ອຕອບໂຕ້ ທ່ານໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ

ຂປລ. ວິທະຍຸໂທລະພາບສູນກາງ ຈີນ (CMG): ໜັງສືພິມ Financial Times ຂອງ ອັງກິດ ສະບັບ ລົງວັນທີ 18 ມັງກອນ ລາຍງານວ່າ: ຫລາຍປະເທດ ໃນສະຫະພາບ ເອີຣົບ ພວມຈາລະນາ ທີ່ຈະປັບຂຶ້ນ ພາສີ ຕໍ່ ສິນຄ້າ ສ.ອາເມລິກາ ທີ່ ສົ່ງອອກໄປຍັງ ເອີຣົບ ດ້ວຍມູນຄ່າ 93 ຕື້ເອີໂຣ ຫລື ຈຳກັດ ວິສາຫະກິດ ສ.ອາເມລິກາ ເຂົ້າໄປສູ່ຕະຫລາດ ສະຫະພາບ ເອີຣົບ ເພື່ອຕອບໂຕ້  ທ່ານໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ໃນກໍລະນີທີ່ປັບຂຶ້ນພາສີຕໍ່ 8 ປະເທດເອີຣົບ ເພື່ອຫວັງ ຈະຢືດຄອງເກາະກຣິນແລນ ຂອງ ດານມາກ.

ບັນດານັກການທູດ ຂອງປະເທດຕ່າງໆ ໃນ ເອີຣົບ ລະບຸວ່າ: ທ່ານໂດນັນ ທຣຳ ໃຊ້ວິທີການແບບມາເຟຍລ້ວນໆ, ແຕ່ສະຫະພາບເອີຣົບ ຍັງຫວັງ ຈະຮຽກຮ້ອງ ໃຫ້ມີ ຄວາມໃຈເຢັນລົງ ເພື່ອໃຫ້ ທ່ານໂດນັນ ທຣຳ ມີໂອກາດແກ້ໄຂ ຄວາມຜິດພາດຂອງຕົນ.

ກ່ອນໜ້ານີ້ ທ່ານໂດນັນ ທຣຳ ໄດ້ໂພສ ບົດຄວາມ ຜ່ານ ສື່ສັງຄົມອອນລາຍ ໂດຍປະກາດວ່າ: ນັບແຕ່ວັນທີ 1 ກຸມພານີ້ ເປັນຕົ້ນໄປ, ສ.ອາເມລິກາ ຈະປັບຂຶ້ນພາສີ 10% ຕໍ່ສິນຄ້າ ຈາກ 8 ປະເທດ ໃນເອີຣົບທີ່ສົ່ງອອກໄປ ສ.ອາເມລິກາ ແລະ ນັບແຕ່ວັນທີ 1 ມິຖຸນາປີນີ້ ເປັນຕົ້ນໄປ ຈະປັບຂຶ້ນເປັນ 25% ຈົນກວ່າ ຝ່າຍທີ່ກ່ຽວຂ້ອງ ຈະບັນລຸສັນຍາ ກ່ຽວກັບການ ຊື້ເກາະກຣິນແລນ ຢ່າງຮອບດ້ານ ແລະ ສົມບູນຂອງ ສ.ອາເມຣິກາ./

 

KPL