ຈີນ ປະກາດປັບຫລຸດອັດຕາສ່ວນເງິນດາວຂັ້ນຕໍ່າ ໃນການຊື້ອະສັງຫາລິມະຊັບ ຢູ່ລະດັບ 30%

20/01/2026 14:36
Email Print 83
KPL - Asean 2024 ທະນາຄານກາງ ຈີນ (PBOC) ປະກາດ ປັບຫລຸດ ອັດຕາສ່ວນ ເງິນດາວຂັ້ນຕໍ່າ ສຳລັບ ການຊື້ ອະສັງຫາ ລິມະຊັບ ເຊິ່ງການຄ້າ ລົງມາ ຢູ່ທີ່ລະດັບ 30% ຕາມ ຖະແຫລງການ ທີ່ເຜີຍແພ່ ເມື່ອວັນທີ 17 ມັງກອນ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ທະນາຄານກາງ ຈີນ (PBOC) ປະກາດ ປັບຫລຸດ ອັດຕາສ່ວນ ເງິນດາວຂັ້ນຕໍ່າ ສຳລັບ ການຊື້ ອະສັງຫາ ລິມະຊັບ ເຊິ່ງການຄ້າ ລົງມາ ຢູ່ທີ່ລະດັບ 30% ຕາມ ຖະແຫລງການ ທີ່ເຜີຍແພ່ ເມື່ອວັນທີ 17 ມັງກອນ, ໂດຍມີ ເປົ້າໝາຍ ເພື່ອກະຕຸ້ນ ຕະຫລາດ ອະສັງຫາ ລິມະຊັບ ທີ່ຢຸດຈຶ້ງ ແລະ ຫລຸດພາລະຂອງຜູ້ຊື້.

ມາດຕະການດັ່ງກ່າວ ຄວບຄຸມເຖິງ ອະສັງຫາລິມະຊັບ ປະເພດຜະສົມ ລະຫວ່າງ ເຊິ່ງການຄ້າ ແລະ ທີ່ຢູ່ອາໄສ ຊຶ່ງທະນາຄານກາງຈີນ ລະບຸວ່າ ເປັນສ່ວນໜຶ່ງ ຂອງ ການ ສະໜັບສະໜູນ ຮູບແບບ ຂອງ ການພັດທະນາ ອະສັງຫາ ລິມະຊັບແບບໃໝ່ ເພື່ອຊ່ວຍໃຫ້ ຕະຫລາດ ປັບຕົວ ສອດຄ່ອງກັບ ການປ່ຽນແປງ ຂອງ ຄວາມຕ້ອງການ ແລະ ການສະໜອງ . ກ່ອນໜ້ານີ້ ມີເງິນດາວ ຂັ້ນຕໍ່າ ສຳລັບ ການເຮັດທຸລະກຳ ໃນລັກສະນະນີ້ ຢູ່ທີ່ປະມານ 50%.

ການປັບເງິນດາວ ໃນຄັ້ງນີ້ ຍັງເປັນໜຶ່ງ ໃນຄວາມພະຍາຍາມ ຂອງ ທາງການຈີນ ໃນການຫລຸດ ປະລິມານ ອະສັງຫາ ລະມະຊັບ ເຊິ່ງການຄ້າ ທີ່ຄົງຄ້າງ ຢູ່ໃນຕະຫລາດ ພາຍຫລັງ ຂະແໜງ ອະສັງຫາລະມະຊັບ ໄດ້ຜະເຊີນກັບພາວະອອ່ນແອ ມາເປັນ ເວລາ ຍາວນານ ແລະ ສົ່ງຜົນ ກົດດັນ ຕໍ່ ທຸລະກຳ ທາງດ້ານ ເສດຖະກິດ ຂອງປະເທດ./

KPL