ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ກ້າວສູ່ໄລຍະການພັດທະນາໃໝ່ຂອງການປະຕິວັດລາວ

08/01/2026 11:15
Email Print 83
KPL - Asean 2024 ຂປລ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ຈັດຂຶ້ນຢູ່ນະ ຄອນຫລວງວຽງຈັນ ໃນລະຫວ່າງວັນທີ 6-8 ມັງກອນ 2026, ໂດຍມີຜູ້ແທນເຂົ້າຮ່ວມທັງໝົດ 834 ທ່ານ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວປະເທດ 421.865 ສະຫາຍ ແລະ ມີແຂກໄດ້ເຊີນ 388 ທ່ານເຂົ້າຮ່ວມ.

ຂປລ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ຈັດຂຶ້ນຢູ່ນະ ຄອນຫລວງວຽງຈັນ ໃນລະຫວ່າງວັນທີ 6-8 ມັງກອນ  2026, ໂດຍມີຜູ້ແທນເຂົ້າຮ່ວມທັງໝົດ 834 ທ່ານ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວປະເທດ 421.865 ສະຫາຍ ແລະ ມີແຂກໄດ້ເຊີນ 388 ທ່ານເຂົ້າຮ່ວມ. ກອງປະຊຸມໃຫຍ່ຄັ້ງນີ້ ແມ່ນເຫດການການເມືອງທີ່ສຳຄັນຢ່າງຍິ່ງຂອງພັກ, ລັດ ແລະ ປະຊາຊົນລາວ, ເປັນຂີດໝາຍທີ່ສະແດງເຖິງການກ້າວເຂົ້າສູ່ໄລຍະການພັດທະນາໃໝ່ຂອງການປະຕິວັດລາວ ແລະ ມີຄວາມໝາຍສຳຄັນເປັນພິເສດຕໍ່ຂະບວນການຊຸກຍູ້ການປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີລະບົບຢ່າງຕໍ່ເນື່ອງ. ກອງປະຊຸມຈະສະຫລຸບ ແລະ ຕີລາຄາໝາກຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກຳນົດທິດທາງໃນໄລຍະ 5 ປີຕໍ່ໜ້າ, ຜ່ານຄວາມເຫັນດີຕໍ່ໂຄງການການເມືອງ ສະບັບທີ 3 ຂອງພັກປະຊາຊົນປະຕິວັດລາວ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X, ກົດລະບຽບພັກ ສະໄໝທີ XII ແລະ ເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄໝທີ XII.

ບັນດາເອກະສານຂອງກອງປະຊຸມໃຫຍ່ໄດ້ຮັບການກຽມພ້ອມຢ່າງຮອບຄອບ, ຈິງຈັງ, ເປັນລະບົບ ແລະ ມີວິທະຍາສາດ, ສະທ້ອນໃຫ້ເຫັນເຖິງການພັດທະນາແນວຄິດໃໝ່ໆທີ່ມີຄຸນນະພາບ, ປະສານສົມທົບລະຫວ່າງທິດສະດີກັບຕົວຈິງ, ມີຫລັກໝັ້ນພ້ອມກັບການປັບປຸງເທື່ອລະກ້າວ, ສືບທອດ ແລະ ພັດທະນາ, ເປັນຂະບວນການປະກອບສ່ວນ ແລະ ເຮັດໃຫ້ແນວທາງຂອງກອງປະຊຸມໃຫຍ່ໃນໄລຍະຜ່ານມາໃຫ້ສົມບູນຍິ່ງຂຶ້ນ. ພ້ອມທັງຢືນຢັນການຢຶດຖື ລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ ເປັນພື້ນຖານທາງດ້ານແນວຄິດ ແລະ ທິດສະດີ, ເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ. ຄຽງຄູ່ກັນນັ້ນ, ກໍໄດ້ຮັບເອົາບັນດາຄຸນຄ່າອັນດີເລີດ ແລະ ຄວາມກ້າວໜ້າທາງວິທະຍາສາດ ແລະ ອະລິຍະທຳຂອງມວນມະນຸດ, ນຳເອົາບົດຮຽນຈາກຕ່າງປະເທດມາໝູນໃຊ້ໃຫ້ແທດເໝາະກັບສະພາບຄວາມເປັນຈິງ ແລະ ເງື່ອນໄຂຂອງລາວ, ສົ່ງເສີມຮີດຄອງປະເພນີອັນດີງາມຂອງຊາດ, ເສີມສ້າງຄວາມສາມັກຄີເປັນເອກະພາບຂອງປະຊາຊົນລາວບັນດາເຜົ່າ ຄວບຄູ່ກັບນໍ້າໃຈຮັກຊາດອັນແທ້ຈິງ ແລະ ລັດທິສາກົນອັນຜຸດຜ່ອງຂອງຊົນຊັ້ນກຳມະກອນ ເພື່ອກຳນົດແນວທາງ ແລະ ນະໂຍບາຍຂອງພັກ, ຍົກສູງຂີດຄວາມສາມາດ ແລະ ຄຸນນະພາບການນຳພາຂອງພັກ, ຕ້ານຢ່າງເດັດຂາດຕໍ່ແນວຄິດ ແລະ ການກະທຳແບບພະຫຸລັດທິ ແລະ ຫລາຍພັກ, ຕ້ານລັດທິສ່ວນຕົວ, ລັດທິຄຳພີຕາຍຕົວ ແລະ ລັດທິໂອກາດນິຍົມໃນທຸກຮູບແບບ ພ້ອມທັງຢືນຢັດໝັ້ນຄົງຕໍ່ເປົ້າໝາຍສັງຄົມນິຍົມ.

ເອກະສານກອງປະຊຸມໃຫຍ່ຍັງໄດ້ສະຫລຸບໝາກຜົນທີ່ບັນລຸໄດ້, ຂໍ້ຄົງຄ້າງ ແລະ ຈຸດອ່ອນຢ່າງຮອບດ້ານ, ຊີ້ໃຫ້ເຫັນສາເຫດ, ບົດຮຽນທີ່ຖອດຖອນໄດ້, ຄາດຄະເນສະພາບການໃນໄລຍະຕໍ່ໄປ, ກຳນົດເປົ້າໝາຍທິດທາງ, ພາລະກິດ ແລະ ມາດຕະການໃນທຸກຂົງເຂດ ພ້ອມທັງລະບຸຈຸດບຸກທະລຸທາງຍຸດທະສາດ ເພື່ອຊຸກຍູ້ປະເທດຊາດໃຫ້ພັດທະນາຢ່າງວ່ອງໄວ ແລະ ຍືນຍົງຍິ່ງຂຶ້ນໃນໄລຍະໃໝ່, ຖືເປັນການລວມຍອດແຫ່ງສະຕິປັນຍາ, ເຈດຈຳນົງ ແລະ ຄວາມມຸ່ງມາດປາດຖະໜາຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກຳລັງປະກອບອາວຸດລາວທັງໝົດ ໃນຂະບວນການປ່ຽນແປງໃໝ່ ແລະ ການຈັດຕັ້ງປະຕິບັດສອງພາລະກິດຍຸດທະສາດ ຄື: ການປົກປັກຮັກສາ ແລະ ສ້າງສາປະເທດລາວໃຫ້ຮຸ່ງເຮືອງສີວິໄລຍິ່ງໆຂຶ້ນ.

ກອງປະຊຸມໃຫຍ່ ຄັ້ງທີ XII ມີຫົວຂໍ້ວ່າ: ຍົກສູງບົດບາດການນຳພາ ທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນກ້າວຂຶ້ນສູ່ສັງຄົມນິຍົມ ຫົວຂໍ້ນີ້ແມ່ນເນື້ອໃນຈິດໃຈທີ່ສຳຄັນທີ່ສຸດໃນບົດລາຍງານການເມືອງ, ສະທ້ອນໃຫ້ເຫັນແນວຄິດ ແລະ ທັດສະນະຫລັກຂອງເອກະສານກອງປະຊຸມໃຫຍ່ ແລະ ເປັນການສົ່ງສານທາງການເມືອງທີ່ໂດດເດັ່ນ ພ້ອມກັບຄຳຮຽກຮ້ອງໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກຳລັງປະກອບອາວຸດລາວທົ່ວປະເທດ ຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດ.

ໃນສະໄໝກອງປະຊຸມໃຫຍ່ ຄັ້ງທີ XI ( 2021-2025), ເຖິງວ່າຕ້ອງຜະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍປະການ, ໂດຍສະເພາະແມ່ນຜົນກະທົບອັນສະຫລັບຊັບຊ້ອນຈາກສະພາບການໃນພາກພື້ນ ແລະ ໂລກ, ແຕ່ພັກປະຊາຊົນ ປະຕິວັດລາວ ກໍໄດ້ນຳພາ-ຊີ້ນຳປະເທດຊາດໃຫ້ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ແລະ ສັງຄົມ, ເສດຖະກິດຍັງຄົງເຕີບໂຕຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນຄ່ອຍໆດີຂຶ້ນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການເສີມສ້າງ ແລະ ສາຍພົວພັນຕ່າງປະເທດໄດ້ຮັບການຂະຫຍາຍກວ້າງອອກ. ໝາກຜົນດັ່ງກ່າວ ໄດ້ສ້າງພື້ນຖານທີ່ສຳຄັນທັງທາງດ້ານທິດສະດີ ແລະ ພຶດຕິກຳ ໃຫ້ແກ່ການກຳນົດທິດທາງທາງຍຸດທະສາດ ແລະ ການປ່ຽນແປງໃໝ່ຢ່າງຮອບດ້ານ ໃນກອງປະຊຸມໃຫຍ່ ຄັ້ງທີ XII ນີ້.

ບົນພື້ນຖານແຫ່ງການສະຫລຸບຖອດຖອນບົດຮຽນຈາກພຶດຕິກຳຕົວຈິງຢ່າງເລິກເຊິ່ງ ຄວບຄູ່ກັບວິໄສທັດທາງດ້ານຍຸດທະສາດໄລຍະຍາວ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ແມ່ນແບກຫາບພາລະກິດທີ່ສຳຄັນເປັນປະຫວັດສາດທີ່ ເປັນຕົ້ນແມ່ນ ການສືບຕໍ່ປັບປຸງແນວທາງການປ່ຽນແປງໃໝ່ໃຫ້ສົມບູນ ແລະ ພັດທະນາຂຶ້ນ, ການຍົກສູງຂີດຄວາມສາມາດໃນການນຳພາ ແລະ ພະລັງຕໍ່ສູ້ຂອງພັກ, ການສົ່ງເສີມພະລັງແຫ່ງຄວາມສາມັກຄີອັນຍິ່ງໃຫຍ່ຂອງປວງຊົນທັງຊາດ ແລະ ການສ້າງການຫັນປ່ຽນທີ່ແຂງແຮງ, ເປັນຮູບປະທຳກວ່າເກົ່າໃນການພັດທະນາປະເທດຊາດ. ຈຸດເດັ່ນທີ່ມີຄວາມໝາຍທາງປະຫວັດສາດຂອງກອງປະຊຸມ ຄັ້ງທີ XII ຄືຈິດວິນຍານແຫ່ງການປ່ຽນແປງໃໝ່ຢ່າງຮອບດ້ານ ເຊິ່ງສະແດງອອກຢ່າງຈະແຈ້ງໃນທຸກຂົງເຂດ ດັ່ງນີ້:

ທີໜຶ່ງ: ສືບຕໍ່ຍູ້ແຮງພາລະກິດແຫ່ງການປັບປຸງລະບອບປະຊາທິປະໄຕປະຊາຊົນໃຫ້ໜັກແໜ້ນ ແລະ ສົມບູນຍິ່ງຂຶ້ນ ມຸ່ງສູ່ສັງຄົມນິຍົມ ໂດຍຍຶດໝັ້ນໃນເປົ້າໝາຍ ແລະ ຄວາມເດັດດ່ຽວໜຽວແໜ້ນ, ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງຕາມລະບອບປະຊາທິປະໄຕປະຊາຊົນທີ່ໄດ້ລະບຸໄວ້ໃນໂຄງການ ສະບັບທີ 3 ຂອງພັກ ເພື່ອຍົກລະດັບການພັດທະນາໃນແຕ່ລະໄລຍະ, ສ້າງປະເທດລາວໃຫ້ເປັນປະເທດກຳລັງພັດທະນາທີ່ມີລາຍໄດ້ປານກາງສູງ, ມີລະບົບການເມືອງທີ່ເຂັ້ມແຂງ, ມີເສດຖະກິດທີ່ທັນສະໄໝ, ມີກຳລັງການຜະລິດທີ່ພັດທະນາຢ່າງຮອບດ້ານ ຄວບຄູ່ກັບສາຍພົວພັນການຜະລິດທີ່ເໝາະສົມ ແລະ ກ້າວໜ້າ, ປະຊາຊົນທຸກຊົນເຜົ່າມີຊີວິດການເປັນຢູ່ທີ່ໝັ້ນຄົງ  ແລະ ມີຄວາມຜາສຸກຍິ່ງໆຂຶ້ນ.

ພ້ອມກັນນັ້ນ, ຍັງສືບຕໍ່ສ້າງ, ເສີມສ້າງ ແລະ ຍົກລະດັບປັດໄຈພື້ນຖານໃຫ້ແກ່ການປັບປຸງລະບອບປະຊາທິປະໄຕປະຊາຊົນໃຫ້ໜັກແໜ້ນ, ເນັ້ນໜັກຄວາມເປັນເອກະລາດໃນການກຳນົດທິດທາງ, ພັດທະນາຮາກຖານໃຫ້ແກ່ໄລຍະຕໍ່ໄປຂອງການພັດທະນາ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຢ່າງໜັກແໜ້ນ, ຮັກສາຄວາມສະຫງົບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມ, ຄວາມເປັນທຳໃນສັງຄົມ ເພື່ອເປັນຮາກຖານໃນການອຳນວຍເງື່ອນໄຂ ແລະ ຂັບເຄື່ອນພາລະກິດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ບັນດາອົງການຈັດຕັ້ງຂອງລັດຕ້ອງປະຕິບັດບົດບາດ, ໜ້າທີ່ ແລະ ພາລະກິດຕາມກົດໝາຍຢ່າງເຂັ້ມແຂງ, ກະທັດຮັດ ແລະ ມີປະສິດທິຜົນ, ຍົກສູງຂີດຄວາມສາມາດໃນການຄຸ້ມຄອງມະຫາພາກຂອງສູນກາງ ຄວບຄູ່ກັບການສົ່ງເສີມຄວາມເປັນເຈົ້າການຂອງທ້ອງຖິ່ນ.

ທີສອງ: ເສີມສ້າງວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຂອງຄວາມສະຫງົບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມ ໂດຍເພີ່ມທະວີການນຳພາຢ່າງເດັດຂາດ ແລະ ໂດຍກົງຂອງພັກ ຕໍ່ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຊີ້ນຳການສ້າງກຳລັງໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ທັງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ, ເປັນແບບຢ່າງ, ມຸ່ງສູ່ຄວາມເປັນມືອາຊີບ ແລະ ຄວາມທັນສະໄໝ.

ທີສາມ: ສືບຕໍ່ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ພ້ອມທັງເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນຢ່າງເລິກເຊິ່ງ; ພັດທະນາເສດຖະກິດ-ສັງຄົມຢ່າງມີຈຸດສຸມ, ມີຄຸນນະພາບ ແລະ ໝັ້ນຄົງ ຕາມທິດທາງສີຂຽວ ແລະ ຍືນຍົງ; ຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຄວບຄຸມອັດຕາເງິນເຟີ້, ຫລຸດຜ່ອນໜີ້ສິນສາທາລະນະ ເພື່ອໃຫ້ປະເທດຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ໂດຍພັກເພີ່ມບົດບາດການນຳພາໃນການພັດທະນາເສດຖະກິດກົນໄກຕະຫລາດຕາມທິດສັງຄົມນິຍົມ, ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພາກສ່ວນເສດຖະກິດຕ່າງໆ, ສົ່ງເສີມທຸກພາກສ່ວນເສດຖະກິດຢ່າງສະເໝີພາບ; ຖືເອົາເສດຖະກິດເອກະຊົນທັງພາຍໃນ ແລະ ຕ່າງປະເທດ, ເສດຖະກິດຮູບແບບບໍລິສັດຮຸ້ນສ່ວນ, ການຮ່ວມທຶນກັບຕ່າງປະເທດ ແລະ ເສດຖະກິດສະຫະກອນຂອງປະຊາຊົນ ເປັນພື້ນຖານຂອງເສດຖະກິດຊາດ, ເປັນກຳລັງຂັບເຄື່ອນການພັດທະນາເສດຖະກິດ ແລະ ການສ້າງວຽກເຮັດງານທຳ, ພ້ອມທັງເປັນຖານທີ່ໝັ້ນຄົງສຳລັບການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ; ປັບປຸງໂຄງປະກອບພາກສ່ວນເສດຖະກິດຂອງປະເທດໃຫ້ສົມບູນຍິ່ງຂຶ້ນໃນທິດທາງດັ່ງກ່າວ; ພັດທະນາເສດຖະກິດລະດັບພາກພື້ນໃຫ້ເປັນລະບົບເຊື່ອມໂຍງຕົວຈິງ ເພື່ອເລັ່ງລັດການເຕີບໂຕຢ່າງວ່ອງໄວ ແລະ ຍືນຍົງ; ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ; ປັບປຸງການຄຸ້ມຄອງດ້ານການເງິນ, ງົບປະມານ ແລະ ເງິນຕາ; ຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດຢ່າງມີແຜນການເພື່ອຜົນປະໂຫຍດແຫ່ງຊາດ; ໃຫ້ຄວາມສຳຄັນກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ເຕັກໂນໂລຊີ ດີຈິຕອນ ແລະ ປັນຍາປະດິດ ເຂົ້າໃນຂະແໜງການຜະລິດ, ການບໍລິການ ແລະ ການບໍລິຫານລັດ.

ທີສີ່: ປັບປຸງກໍ່ສ້າງຮາກຖານການເມືອງໃຫ້ເຂັ້ມແຂງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກພື້ນຖານໃຫ້ໄດ້ໂດຍພື້ນຖານ, ພ້ອມທັງເສີມສ້າງຄວາມເຂັ້ມແຂງໃຫ້ແກ່ອົງການປົກຄອງທ້ອງຖິ່ນໃຫ້ມີຄວາມເປັນເຈົ້າການຢ່າງຮອບດ້ານ. ວຽກງານການສ້າງຮາກຖານການເມືອງຍັງຄົງແມ່ນທັງມູນເຊື້ອ ແລະ ຍຸດທະສາດສຳຄັນຂອງພັກ; ເລັ່ງຊຸກຍູ້ວຽກງານພັດທະນາຊົນນະບົດເຂົ້າສູ່ລວງເລິກ, ຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນຢ່າງເປັນຮູບປະທຳ, ເສີມສ້າງຄວາມເຂັ້ມແຂງ ແລະ ຂະຫຍາຍສິດການຕົກລົງບັນຫາໃຫ້ແກ່ທ້ອງຖິ່ນ ແລະ ຮາກຖານຫລາຍຂຶ້ນ, ໂດຍສະເພາະແມ່ນດ້ານການແບ່ງຂັ້ນຄຸ້ມຄອງ ແລະ ການມອບສິດ-ມອບໜ້າທີ່.

ທີຫ້າ: ຍົກລະດັບການພັດທະນາວັດທະນະທຳ-ສັງຄົມໃນໄລຍະໃໝ່ ໂດຍພັດທະນາໃຫ້ກວມລວມຢ່າງກວ້າງຂວາງ ແລະ ມີຄຸນນະພາບ ເພື່ອຮອງຮັບການພັດທະນາປະເທດຊາດ ແລະ ການເຊື່ອມໂຍງສູ່ສາກົນ; ພັດທະນາລະ ບົບສາທາລະນະສຸກໃຫ້ທັນສະໄໝ ແລະ ມີຄຸນນະພາບສູງ; ຍົກລະດັບວຽກງານແຮງງານ ແລະ ສະຫວັດດີການສັງຄົມສູ່ມາດຕະຖານໃໝ່; ສົ່ງເສີມຄຸນຄ່າທາງວັດທະນະທຳອັນດີງາມຂອງຊາດ, ຄວບຄູ່ກັບການສ້າງຄວາມຈະເລີນທາງດ້ານວັດຖຸໄປພ້ອມໆກັບຄວາມຈະເລີນທາງດ້ານຈິດໃຈ ແລະ ພັດທະນາການທ່ອງທ່ຽວແບບຍືນຍົງ.

ທີຫົກ: ເສີມຂະຫຍາຍບົດບາດການຄຸ້ມຄອງມະຫາພາກຂອງອົງການຈັດຕັ້ງລັດ, ຍົກສູງປະສິດທິຜົນການບໍລິຫານລັດ ແລະ ການຄຸ້ມຄອງສັງຄົມ ມຸ່ງສູ່ການສ້າງລັດແຫ່ງກົດໝາຍປະຊາທິປະໄຕປະຊາຊົນ; ໂດຍເພີ່ມທະວີຄຸນນະພາບການບໍລິຫານລັດທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ສາມາດບໍລິການປະຊາຊົນ ແລະ ສັງຄົມຢ່າງວ່ອງໄວ, ເປັນທຳ, ສະເໝີພາບ, ໂປ່ງໃສ ແລະ ມີປະສິດທິຜົນ; ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ແລະ ກົນໄກການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໃຫ້ສອດຄ່ອງກັບພາລະກິດການເມືອງໃນໄລຍະໃໝ່; ຍົກສູງບົດບາດການນຳພາຂອງຄະນະພັກຕໍ່ຂະແໜງຍຸຕິທຳ; ເສີມສ້າງຄວາມເຂັ້ມແຂງທາງດ້ານໂຄງຮ່າງການຈັດຕັ້ງຂອງອົງການໄອຍະການປະຊາຊົນທຸກຂັ້ນ ແລະ ພັດທະນາກົນໄກການປະສານງານລະຫວ່າງບັນດາອົງການໃນຂະບວນການຍຸຕິທຳ ເປັນຕົ້ນແມ່ນ: ອົງການສືບສວນ-ສອບສວນ, ເຈົ້າໜ້າທີ່ຕຳຫຼວດ, ອົງການໄອຍະການ, ສານ, ອົງການຍຸຕິທຳ ແລະ ອົງການກວດກາພັກ-ລັດ ໃຫ້ມີຄວາມສອດຄ່ອງ, ເປັນເອກະພາບ ແລະ ມີປະສິດທິຜົນ.

ທີເຈັດ: ສົ່ງເສີມບົດບາດຂອງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ; ໂດຍແນວລາວສ້າງຊາດຍັງຄົງເປັນສູນກາງແຫ່ງການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນທຸກຊັ້ນຄົນ, ທຸກຊົນເຜົ່າ, ສາສະໜາ ແລະ ພີ່ນ້ອງຊາວລາວທີ່ຢູ່ຕ່າງປະເທດ; ສະຫະພັນກຳມະບານລາວ, ສະຫະພັນແມ່ຍິງລາວ ແລະ ຄະນະບໍລິຫານງານຊາວໜຸ່ມ ຕ້ອງເລັ່ງເສີມສ້າງກົງຈັກການຈັດຕັ້ງໃຫ້ກະທັດຮັດ, ເຂັ້ມແຂງ ເພື່ອປະຕິບັດພາລະກິດທາງການເມືອງຢ່າງມີປະສິດທິຜົນ.

ທີແປດ: ສືບຕໍ່ປະຕິບັດແນວທາງການຕ່າງປະເທດ ແລະ ການຮ່ວມມືສາກົນ ໂດຍຍຶດໝັ້ນແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດພາບ ແລະ ການຮ່ວມມືເພື່ອການພັດທະນາ; ສືບຕໍ່ການຮ່ວມມືແບບຫລາຍຝ່າຍ, ຫລາຍຮູບແບບ ແລະ ຫລາຍລະດັບ ທັງລະຫວ່າງລັດຕໍ່ລັດ, ລະຫວ່າງພັກປະຊາຊົນ ປະຕິວັດລາວ ກັບບັນດາພັກການເມືອງຕ່າງໆ ແລະ ການທູດປະຊາຊົນ ບົນພື້ນຖານການເຄົາລົບເອກະລາດ, ອະທິປະໄຕ ເພື່ອຜົນປະໂຫຍດຂອງປະຊາຊົນ. ສືບຕໍ່ປະຕິບັດຕາມທັດສະນະຊີ້ນຳ ແລະ ການຈັດຕັ້ງປະຕິບັດຂອງພັກໃນວຽກງານການຕ່າງປະເທດ ເພື່ອສ້າງສະພາບແວດລ້ອມສາກົນທີ່ເອື້ອອຳນວຍໃຫ້ແກ່ການຈັດຕັ້ງປະຕິບັດສອງພາລະກິດຍຸດທະສາດ ດ້ວຍການເສີມສ້າງຄວາມເຂັ້ມແຂງ ແລະ ຄວາມເປັນເຈົ້າຕົນເອງ ຄວບຄູ່ກັບການຍາດແຍ່ງເອົາພະລັງແຫ່ງຍຸກສະໄໝມາເປັນພະລັງສັງລວມໃນການພັດທະນາ; ຍົກສູງຂີດຄວາມສາມາດໃນການແຂ່ງຂັນ ແລະ ການເຊື່ອມໂຍງສາກົນຢ່າງເປັນເຈົ້າການ ບົນພື້ນຖານຜົນປະໂຫຍດແຫ່ງຊາດ ທີ່ຕິດພັນກັບຜົນປະໂຫຍດລວມຂອງພາກພື້ນ ແລະ ສາກົນ ຕະຫລອດຮອດທ່າອ່ຽງລວມຂອງຍຸກສະໄໝ; ນຳໃຊ້ທ່າແຮງ ແລະ ຈຸດພິເສດຢ່າງເຕັມສ່ວນ, ພັດທະນາຊັບພະຍາກອນມະນຸດ ເພື່ອໃຫ້ວຽກງານການຕ່າງປະເທດມີປະສິດທິຜົນ, ມີປະສິດທິພາບ ແລະ ສາມາດມີສ່ວນຮ່ວມໃນບັນດາກິດຈະກຳລະດັບພາກພື້ນ ແລະ ສາກົນ ພ້ອມທັງປະຕິບັດພັນທະສາກົນ, ສົນທິສັນຍາ ແລະ ສັນຍາສາກົນ ທີ່ລາວເປັນພາຄີຢ່າງເຂັ້ມງວດ.

ສືບຕໍ່ສົ່ງເສີມ ແລະ ພັດທະນາສາຍພົວພັນກັບບັນດາພັກອ້າຍນ້ອງທີ່ມີອຸດົມການສັງຄົມນິຍົມຮ່ວມກັນໃຫ້ເລິກເຊິ່ງຍິ່ງຂຶ້ນ; ຂະຫຍາຍສາຍພົວພັນກັບບັນດາພັກການເມືອງ ແລະ ຂະບວນການກ້າວໜ້າໃນພາກພື້ນ ແລະ ໃນໂລກ, ຄວບຄູ່ກັບການປະສານສົມທົບລະຫວ່າງການທູດການເມືອງ, ການທູດເສດຖະກິດ ແລະ ການທູດວັດທະນະທຳ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ; ມຸ່ງສ້າງຄວາມເປັນເອກະພາບໃນການເຄື່ອນໄຫວວຽກງານການຕ່າງປະເທດ, ເຊື່ອມໂຍງວຽກງານການຕ່າງປະເທດຢ່າງສະໜິດແໜ້ນກັບພາລະກິດດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຄວບຄູ່ກັບຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ; ພ້ອມທັງຍົກສູງປະສິດທິຜົນຂອງບັນດາໂຄງການຮ່ວມມື ແລະ ການຊ່ວຍເຫລືອຈາກຕ່າງປະເທດໃຫ້ເກີດປະໂຫຍດຢ່າງແທ້ຈິງ.

ທີເກົ້າ: ເພີ່ມທະວີບົດບາດ ແລະ ຍົກສູງຂີດຄວາມສາມາດໃນການນຳພາຂອງພັກ, ສ້າງ ແລະ ປັບປຸງພັກໃຫ້ມີຄວາມປອດໃສ ແລະ ເຂັ້ມແຂງ; ໂດຍສຸມໃສ່ສ້າງພັກທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນວິທີນຳພາ ແລະ ວຽກງານທິດສະດີຂອງພັກ; ຍົກສູງຄວາມສາມາດໃນການນຳພາຂອງພັກກຳອຳນາດ, ເສີມສ້າງພະລັງຕໍ່ສູ້ຂອງຮາກຖານພັກ, ປັບປຸງວຽກງານຮາກຖານພັກ ແລະ ອົງການຈັດຕັ້ງພັກທຸກຂັ້ນໃຫ້ສົມບູນ ພ້ອມທັງເສີມຂະຫຍາຍບົດບາດການນຳພາຂອງພັກໃນທຸກຂົງເຂດວຽກງານ.

ທີສິບ: ເສີມສ້າງບົດບາດການນຳພາຂອງພັກໃນວຽກງານພະນັກງານ, ສ້າງການຫັນປ່ຽນທາງດ້ານຄຸນນະພາບໃນການຄຸ້ມຄອງພະນັກງານ; ໂດຍການສ້າງແຜນກຳນົດ ແລະ ລະບົບການກໍ່ສ້າງ-ບຳລຸງພະນັກງານຢ່າງເປັນລະບົບ, ປັບ ປຸງລະບອບການຕີລາຄາ, ການຄັດເລືອກ, ການຊັບຊ້ອນ ແລະ ການແຕ່ງຕັ້ງພະນັກງານໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນໄລຍະໃໝ່; ປັບປຸງນະໂຍບາຍດ້ານພະນັກງານໃຫ້ເໝາະສົມກັບເງື່ອນໄຂໃໝ່, ເພີ່ມທະວີວຽກງານກວດກາ, ປ້ອງກັນ ແລະ ສະກັດກັ້ນລັດທິອາດຍາສິດ ແລະ ການສໍ້ລາດບັງຫຼວງ.

ອາດເຫັນໄດ້ວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງຈາກບັນດາພັກການເມືອງ, ຜູ້ນຳປະເທດ, ອົງການຈັດຕັ້ງສາກົນ ຕະຫລອດຮອດບຸກຄົນ ແລະ ເພື່ອນມິດສາກົນ ເຊິ່ງໄດ້ສົ່ງໂທລະເລກ ແລະ ສານອວຍພອນມາຍັງກອງປະຊຸມໃຫຍ່ ຄັ້ງທີ XII. ສິ່ງດັ່ງກ່າວໄດ້ສະທ້ອນໃຫ້ເຫັນເຖິງຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ມິດຕະພາບ, ການຮ່ວມມື ແລະ ໄມຕີຈິດມິດສະຫາຍລະຫວ່າງປະເທດທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນລາວ; ເປັນພະລັງສະໜັບສະໜູນ ແລະ ເປັນກຳລັງໃຈອັນຍິ່ງໃຫຍ່ໃຫ້ແກ່ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກຳລັງປະກອບອາວຸດລາວທັງໝົດ ໃນການຮ່ວມແຮງຮ່ວມໃຈກັນຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ບັນລຸຜົນສຳເລັດຢ່າງສະຫງ່າງາມ.

ດ້ວຍແນວທາງ, ນະໂຍບາຍ ແລະ ມາດຕະການທີ່ຖືກຕ້ອງ ແລະ ເໝາະສົມທີ່ພັກປະຊາຊົນ ປະຕິວັດລາວ ໄດ້ກຳນົດໄວ້, ພວກເຮົາຄົງມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ໃນໄລຍະຕໍ່ໄປ ປະເທດລາວຈະກ້າວເຂົ້າສູ່ໄລຍະການພັດທະນາໃໝ່, ສາມາດສ້າງປະເທດລາວໃຫ້ປະສົບຜົນສຳເລັດ ເປັນປະເທດທີ່ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ.

ໂດຍ: ຫງວຽນ ມິງ ເຕີມ

ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ສ ຫວຽດນາມ ປະ​ຈຳ ສ​ປ​ປ ລາວ

KPL