ສສ ຫວຽດນາມ ກຽມຕ້ອນຮັບ ນັກທ່ອງທ່ຽວຕ່າງປະເທດ ຫລາຍກວ່າ 21 ລ້ານເທື່ອຄົນໃນປີໜ້າ
Email
Print
83
KPL - Asean 2024
ສສ ຫວຽດນາມ ກຽມຕ້ອນຮັບ ນັກທ່ອງທ່ຽວ ຕ່າງປະເທດ ທີ່ຈະເດີນທາງ ເຂົ້າປະເທດ ພາຍໃນປີ2026 ຫລາຍກວ່າ 21 ລ້ານເທື່ອຄົນ.

ຂປລ.ໜັງສືພິມ Nhan Dan ຂອງ ສສ ຫວຽດນາມ,ສຳນັກງານທ່ອງທ່ຽວ ແຫ່ງຊາດ ຫວຽດນາມ ລະບຸວ່າ: ສສ ຫວຽດນາມ ກຽມຕ້ອນຮັບ ນັກທ່ອງທ່ຽວ ຕ່າງປະເທດ ທີ່ຈະເດີນທາງ ເຂົ້າປະເທດ ພາຍໃນປີ2026 ຫລາຍກວ່າ 21 ລ້ານເທື່ອຄົນ.ຂະນະທີ່ ນັກທ່ອງທ່ຽວ ພາຍໃນປະເທດ ຈະບັນລຸ 135 ລ້ານເທື່ອຄົນ ສ່ວນລາຍໄດ້ລວມ ຈາກການທ່ອງທ່ຽວ ຄາດວ່າ ຈະຢູ່ປະມານ 39,8 ຕື້ໂດລາສະຫະລັດ. ສຳລັບ ປີ 2026, ສສ ຫວຽດນາມ ຕັ້ງເປົ້າໝາຍ ທີ່ຈະດຶງດູດ ນັກທ່ອງທ່ຽວສາກົນ 25 ລ້ານເທື່ອຄົນ ແລະ ນັກທ່ອງທ່ຽວ ພາຍໃນປະເທດ 150 ລ້ານເທື່ອຄົນ, ໂດຍຄາດຄະເນ ລາຍຮັບຈາກການທ່ອງທ່ຽວ ໃຫ້ບັນລຸ ປະມານ 44,6 ຕື້ໂດລາສະຫະລັດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
