ປະຊາຊົນມີສ່ວນຮ່ວມຄືຫົວໃຈສໍາຄັນຂອງແຫລ່ງທ່ອງທ່ຽວນໍ້າຕົກຕາດເຍື່ອງ
![]()
ຂປລ. ສະຖານທີ່ທ່ອງທ່ຽວນໍ້າຕົກຕາດເຍື່ອງ ເປັນອີກໜຶ່ງນໍ້າຕົກຕາດທີ່ສວຍງາມ ຂອງແຂວງຈໍາປາສັກ ທີ່ສາມາດດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວຊົມໄດ້ຢ່າງຫລວງຫລາຍ, ດ້ວຍບັນຍາກາດທີ່ເປັນສວຍງາມ ເປັນເອກະລັກຂອງສາຍນໍ້າຕົກທີ່ໄຫລ ຈາກເທິງພູສູ່ໜ້າຜາສູງປະມານ 80 ແມັດ ລົງສູ່ເບື້ອງລຸ່ມອັນເຮັດໃຫ້ນໍ້າຕົກກະທົບ ໃສ່ກັນແຕກກະຈາຍເປັນລະອອງນ້ຳປິວ ທ່ົວບໍລິເວນໃນທ່າມກາງບັນຍາກາດທີ່ ຮົ່ມເຢັນຈາກເງົາຕົ້ນໄມ້ໃຫ່ຍ ປະສົມປະສານກົມກືນເຂົ້າກັບໂງ່ນຫີນສີດຳເຂ້ັມທີ່ ກາຍເປັນຈຸດຖ່າຍຮູບທີ່ດຶງດູດນັ ກທ່ອງທ່ອງໄດ້ເປັນຢ່າງດີ.
ນໍ້າຕົກຕາດເຍື່ອງມີຄວາມໂດດເດັ່ນ ເລື່ອງຄວາມສວຍງາມ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ໃຫ້ແກ່ນັກທ່ອງທ່ຽວ , ຄຽງຄູ່ກັນນັ້ນກໍໄດ້ຊຸກຍູ້ສົ່ງເສີມ ປະຊາຊົນທ້ອງຖິ່ນ ກໍຄື ປະຊາຊົນ ບ້ານຫລັກ 40 ແລະ ບ້ານອ້ອມຂ້າງ ທີ່ຕິດກັບສະຖານທີ່ທ່ອງທ່ຽວ ເຮັດກະສິກຳແບບປະສົບປະສານ, ປູກພືດຜັກປອດສານພິດ ທີ່ມີຕະຫລາດຮອງຮັບທີ່ໝັ້ນຄົງຄືສະໜອງສິນຄ້າໃຫ້ຕາດເຍືອງ ໂດຍໄດ້ຕັ້ງເປັນກຸ່ມຜູ້ຜະລິດ, ພ້ອມທັງຊຸກຍູ້ສົ່ງເສີມປະຊາຊົນ ຜະລິດຫັດຖະກຳຈັກສານ, ຕ່ຳແຜ່ນແພ ນຳມາຂາຍໃນສະຖານທີ່ທ່ອງທ່ຽວແຫ່ງນີ້. ນອກຈາກນີ້ໃນປີ 2026 ທີ່ຈະມາເຖິງນີ້ ຈະສົ່ງເສີມປະຊາຊົນທີ່ເຮັດສວນສວນຊາ, ກາເຟ ນຳເອົາສິນຄ້າດັ່ງກ່າວເຂົ້າມາຂົ້ວ ໃນສະຖານທີ່ທ່ອງທ່ຽວ ເພື່ອໃຫ້ນັກທ່ອງທ່ຽວໄດ້ເຫັນຂັ້ນຕອນ ການຜະລິດຂອງກາເຟລາວ ແລະ ສາມາດຊື້ເປັນຂອງຝາກຂອງຕ້ອນສໍາລັບຄົນ ທີ່ມີຄວາມສົນໃຈ. ທັງນີ້, ກໍເພື່ອແນໃສ່ສ້າງລາຍໄດ້ເພີ່ມ ໃຫ້ປະຊາຊົນໃນທ້ອງຖິ່ນ, ທັງເປັນການຊຸກຍູ້ສົ່ງເສີມ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ. ສະນັ້ນ,ຈຶ່ງເຮັດໃຫ້ສະຖານທີ ທ່ອງທ່ຽວນໍ້າຕົກຕາດເຍື່ອງ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວປະຊາຊົນ ມີສ່ວນຮ່ວມອາຊຽນ ປີ 2023-2025 ທີ່ເມືອງຢ໋ອກຢາກາຕ້າ, ປະເທດອິນໂດເນເຊຍ.
![]()
ທ່ານ ນາງ ສອນທິດາ ອຸນາພົມ ປະທານບໍລິສັດ ພັດທະນາແຫລ່ງທ່ອງທ່ຽວ ນໍ້າຕົກຕາດເຍືອງ ຫລັກ 40 ເມືອງປາກຊ່ອງ ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ມາຮອດປັດຈຸບັນ ກິດຈະກຳຂອງແຫລ່ງທ່ອງທ່ຽວ ນອກຈາກ ບັນດາທ່ານ ຈະໄດ້ເຫັນນ້ຳຕົກທີ່ສວຍສົດງົດງາມແລ້ວ, ບັນດາທ່ານຍັງຈະໄດ້ເຫັນປະຊາຊົນ ບັນດາເຜົ່າມີຄວາມຫ້າວຫັນ, ດຸໝັ່ນ ໃນລະດູເກັບກ່ຽວກາເຟ, ຊາ, ປູກພືດຜັກປອດສານພິດ ເພື່ອນຳມາສະໜອງໃຫ້ກັບສະຖານທີ່ ທ່ອງທ່ຽວນໍ້າຕົກຕາດເຍືອງ ໂດຍໄດ້ຕັ້ງເປັນກຸ່ມຜູ້ຜະລິດ, ພ້ອມນັ້ນຍັງໄດ້ຊຸກຍູ້ສົ່ງເສີມ ປະຊາຊົນທີ່ເຮັດຫັດຖະກຳຈັກສານ, ຕ່ຳແຜ່ນແພ ນຳເອົາຜະລິດຕະພັນດັ່ງກ່າວ ເຂົ້າມາວາງຂາຍໃນສະຖານທີ່ທ່ອງທ່ຽວແຫ່ງນີ້ ທັງນີ້ກໍເພື່ອໃຫ້ນັກທ່ອງທ່ຽວ ທີ່ເຂົ້າມາໄດ້ເຫັນ, ໄດ້ສຳຜັດເຖິງວັດທະນະທຳ, ຮີດຄອງປະເພນີອັນດີງາມ ຂອງປະຊາຊົນລາວບັນດາເຜົ່າ ບໍ່ວ່າຈະເປັນ ການນຸ່ງຖື, ການປາກເວົ້າ, ອາຫານທີ່ເປັນເອກະລັກສະເພາະ ຂອງແຕ່ລະທ້ອງຖິ່ນ ແລະ ອື່ນໆ. ສິ່ງທີ່ກ່າວມາຂ້າງເທິງນັ້ນກໍເພື່ອແນໃສ່ສ້າງລາຍໄດ້ເພີ່ມ ໃຫ້ປະຊາຊົນໃນທ້ອງຖິ່ນ, ທັງເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມ ນັ້ນຄືຫົວໃຈສໍາຄັນຂອງສະຖານທີ່ທ່ອງທ່ຽວເຮົາ. ສະນັ້ນ, ສະຖານທີ່ທ່ອງທ່ຽວນ້ຳຕົກຕາດເຍືອງ ຈຶ່ງໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວ ປະຊາຊົນມີສ່ວນຮ່ວມອາຊຽນ ປີ 2023-2025 ຈັດຂຶ້ນໃນໂອກາດມະຫາກໍາການທ່ອງທ່ຽວອາຊຽນ ປະຈຳປີ 2023 ທີ່ເມືອງຢ໋ອກຢາກາຕ້າ, ປະເທດອິນໂດເນເຊຍ ເຊິ່ງລວມມີ 4 ມາດຕະຖານຄື: ມາດຕະຖານເຮືອນພັກແຮມອາຊຽນ, ມາດຕະຖານການທ່ອງທ່ຽວແບບ ປະຊາຊົນມີສ່ວນຮ່ວມອາຊຽນ, ມາດຕະຖານການບໍລິການສະປາອາຊຽນ ແລະ ມາດຕະຖານຫ້ອງນໍ້າສາທາລະນະອາຊຽນ ເຊິ່ງແຕ່ລະມາດຕະຖານຈະໄດ້ຮັບລາງວັນປະເທດລະ 5 ລາງວັນ. ໃນນັ້ນ, ແຫລ່ງທ່ອງທ່ຽວ ນໍ້າຕົກຕາດເຍືອງ ເມືອງປາກຊ່ອງ ແຂວງຈຳປາສັກ ແມ່ນ 1 ໃນ 5 ເປົ້າໝາຍທີ່ໄດ້ຮັບລາງວັນມາດຕະຖານ ການທ່ອງທ່ຽວແບບປະຊາຊົນ ມີສ່ວນຮ່ວມອາຊຽນ. ສຳລັບມາດຕະຖານການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມອາຊຽນ ເລີ່ມຈັດຕັ້ງປະຕິບັດ ແລະ ມອບລາງວັນມາແຕ່ປີ 2018 ຈຸດປະສົງ ເພື່ອຊຸກຍູ້ ແລະ ຍ້ອງຍໍບັນດາຜູ້ປະກອບກິດຈະກໍາ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ໂດຍສະເພາະປະຊາຊົນບ້ານເປົ້າໝາຍທີ່ໃຫ້ການບໍລິການ, ພາກສ່ວນກ່ຽວຂ້ອງຂອງລັດ ແລະ ເອກະຊົນ ຢູ່ບັນດາປະເທດສະມາຊິກອາຊຽນ ທີ່ໄດ້ເຄື່ອນໄຫວສົ່ງເສີມວຽກງານດັ່ງກ່າວ ຢ່າງມີຜົນງານໃນໄລຍະຜ່ານມາ ເພື່ອໃຫ້ຜູ້ປະກອບການເຫລົ່ານັ້ນ ໄດ້ມີສ່ວນຮ່ວມໃນການປົກປັກຮັກສາສິ່ງແວດລ້ອມ, ທຳມະຊາດ, ວັດທະນະທຳ ແລະ ຊັບພະຍາກອນການທ່ອງທ່ຽວທາງປະ ຫວັດສາດ, ນໍາໃຊ້ຜະລິດຕະພັນທີ່ເປັນມິດ ກັບສິ່ງແວດລ້ອມ ແລະ ທັງເປັນສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນໃນພື້ນທີ່ກິດຈະກໍາການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ. ພ້ອມກັນນີ້, ກໍສາມາດນໍາໃຊ້ຜົນຂອງການປະເມີນ ເປັນເຄື່ອງວັດແທກ, ສະທ້ອນຜົນການຈັດຕັ້ງປະຕິບັດຂອງຕົນ ແລະ ເປັນບ່ອນອີງໃນການກໍານົດທິດທາງ ແຜນການຕໍ່ໜ້າ ແລະ ເຫັນໄດ້ບັນຫາຂໍ້ຄົງຄ້າງທີ່ຕ້ອງໄດ້ສືບຕໍ່ປັບປຸງ.
![]()
