ໄລຍະ 5 ປີ ຜ່ານມາເສດຖະກິດຂອງແຂວງວຽງຈັນ ຂະຫຍາຍຕົວຢ່າງຕໍ່ເນື່ອງ
ຂປລ. ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VI (2021-2025) ຂອງແຂວງວຽງຈັນ ໄດ້ດໍາເນີນໄປໃນທ່າມກາງທີ່ມີທັງກາລະໂອກາດທີ່ເອື້ອຍອຳນວຍ ແລະ ທ່າແຮງບົ່ມຊ້ອນໃນແຕ່ລະດ້ານ ທີ່ເປັນປັດໄຈຕົ້ນຕໍໃຫ້ແກ່ການຜະລິດ, ການບໍລິການ, ການລົງທຶນ, ການຄ້າ, ການຂົນສົ່ງ ແລະ ການທ່ອງທ່ຽວ. ພາຍໃຕ້ຄວາມເອົາໃຈໃສ່ນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກແຂວງ, ການຈັດຕັ້ງພັກ-ລັດທຸກຂັ້ນ ຕໍ່ການພັດທະນາເສດ ຖະກິດ-ສັງຄົມ ໄດ້ເຮັດໃຫ້ເສດຖະກິດຂອງແຂວງ ຍັງສືບຕໍ່ຂະຫຍາຍຕົວສະເລ່ຍໃນລະດັບ 4,8%, ເທົ່າກັບ 80% ຂອງແຜນການ ຄິດເປັນມູນຄ່າລວມ 5 ປີແມ່ນ 56.455 ຕື້ກີບ, ເທົ່າກັບ 96,15% ຂອງແຜນການ. ໃນປີ 2025 ຂະຫຍາຍຕົວ 5,7% ທຽບໃສ່ປີ 2021 ເພີ່ມຂຶ້ນ 1,7% (ປີ 2021 ຂະຫຍາຍຕົວ 4%), ລາຍໄດ້ສະເລ່ຍຕໍ່ຫົວຄົນ 34,29 ລ້ານກີບ. ການເກັບລາຍຮັບງົບປະມານໄດ້ 2.906,22ຕື້ກີບ, ລື່ນແຜນການ2 ເທົ່າ ໃນນີ້, ພູດສູນກາງ 356,35 ຕື້ກີບ ແລະ ພູດທ້ອງຖິ່ນ 2.549,87 ຕື້ກີບ, ການຄຸ້ມຄອງລາຍຈ່າຍງົບປະມານໄດ້ 3.845,89 ຕື້ກີບ, ລື່ນແຜນການ 20,25%.
ທ່ານ ພູວົງ ບຸນຊູ ປະທານຄະນະກຳມະການປົກຄອງແຂວງວຽງຈັນ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ແຂວງວຽງຈັນ ຊຸດທີ IV ທ້າຍອາທິດຜ່ານມາວ່າ: ສຳລັບອັນພົ້ນເດັ່ນ ແມ່ນການຫັນເປັນກຸ້ມຕົນເອງ ດ້ານງົບປະມານຂອງແຂວງ ແລະ ການທົດລອງຢູ່ເມືອງວັງວຽງ ແລະ ເມືອງຊະນະຄາມ ໃນປີ 2025 ຄາດວ່າຈະເກັບລາຍຮັບໄດ້ 1.273,82 ຕື້ກີບ ແລະ ຄຸ້ມຄອງລາຍຈ່າຍໄດ້ໃນລະດັບ 1.096,01 ຕື້ກີບ ຊຶ່ງເປັນຄັ້ງທໍາອິດທີ່ແຂວງສາມາດເກັບລາຍຮັບໄດ້ເກີນດຸນລາຍຈ່າຍ. ພ້ອມນີ້, ການລະດົມທຶນເພື່ອພັດທະນາໃນ 5 ປີ (2021-2025) ຕາມທິດ 4 ສຸມ 2 ຮັບ 1 ເອື້ອອຳນວຍໄດ້ 18.634,62 ຕື້ກີບ, ລື່ນແຜນການ 81,13%, ສະເພາະປີ 2025 ໄດ້ 5.428,13 ຕື້ກີບ, ລື່ນແຜນການ 92,50% ໂດຍໄດ້ສຸມໃສ່ປັບປຸງກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນ ຂົວ-ທາງ,ຊົນລະປະທານ, ໄຟຟ້າ, ແຫລ່ງທ່ອງທ່ຽວ ແລະ ອື່ນໆ ເພືີ່ອສ້າງພື້ນຖານເອື້ອອຳນວຍຄວາມສະດວກ ໃຫ້ແກ່ການພັດທະນາ. ພ້ອມກັນນີ້, ຫົວໜວ່ຍຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງກໍມີຈຳນວນເພີ່ມຂຶ້ນ.
ສຳລັບທິດທາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII (2026-2030) ແຂວງວຽງຈັນ ຈະສູ້ຊົນເຮັດໃຫ້ເສດຖະກິດຂອງແຂວງ ຂະຫຍາຍຕົວສະເລ່ຍ 6% ຕໍ່ປີ ແລະ ຮອດປີ 2030 ໃຫ້ໄດ້ 6,2%, ຄິດເປັນມູນຄ່າລວມ 5 ປີໃຫ້ໄດ້ 107.207 ຕື້ກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 48,37ລ້ານກີບ ໃນນີ້, ຂະແໜງກະສິກໍາຂະຫຍາຍ 4,5%, ຂະແໜງອຸດສາຫະກໍາຂະຫຍາຍຕົວ 6,7%, ຂະແໜງບໍລິການຂະຫຍາຍຕົວ 7,3% ແລະ ພາສີ-ອາກອນຂະຫຍາຍຕົວ 4,5%.ພ້ອມນີ້, ສູ້ຊົນເກັບລາຍຮັບເຂົ້າງົບປະມານ ໃຫ້ເພີ່ມຂຶ້ນໃນແຕ່ລະປີສະເລ່ຍ 6%-14% ທຽບໃສ່ຖານປີ 2025 ລວມ 5 ປີໃຫ້ບັນລຸໄດ້ 7.428,63 ຕື້ກີບ ໃນນີ້, ພູດສູນກາງ 1.044,27 ຕື້ກີບ ແລະ ພູດທ້ອງຖິ່ນ 6.384,36 ຕື້ກີບ, ຄຸ້ມຄອງລາຍຈ່າຍມີຄວາມຮັດກຸມເພີ່ມຂຶ້ນບໍ່ເກີນ 7%ຕໍ່ປີ ລວມ 5 ປີ ໃຫ້ຢູ່ໃນລະດັບ 5.927,55 ຕື້ກີບ, ພ້ອມທັງສູ້ຊົນສ້າງເມືອງກຸ້ມຕົນເອງດ້ານງົບປະມານໃຫ້ໄດ້ 5 ເມືອງຄື:ເມືອງໂພນໂຮງ, ເມືອງທຸລະຄົມ, ເມືອງຫີນເຫີບ, ເມືອງເຟືອງ ແລະ ເມືອງແກ້ວອຸດົມ; ສູ້ຊົນລະດົມການລົງທຶນຕາມທິດ 421 ໃຫ້ໄດ້ 19.426 ຕື້ກີບ, ກວມເອົາ 18,12% ຂອງຈີດີພີ ໃນນັ້ນ, ການລົງທຶນລັດ1.166 ຕື້ກີບ, ກວມ 6%, ທຶນຊ່ວຍເຫລືອທາງການເພື່ອການພັດທະນາ 1.360 ຕື້ກີບ, ກວມ 7% ແລະ ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ 16.901 ຕີື້ກີບ, ກວມ 87% ຂອງຄວາມຕ້ອງການທຶນທັງໝົດ.
(ແຫລ່ງຂ່າວຈາກ ແຂວງວຽງຈັນ)
