ປະດັບຫລຽນໄຊອິດສະຫລະຊັ້ນ 1 ໃຫ້ຂະແໜງກະສິກຳ-ປ່າໄມ້

30/12/2025 13:17
Email Print 83
KPL - Asean 2024 ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈັດພິທີປະດັບຫລຽນໄຊອິດສະຫລະຊັ້ນ 1 ໃຫ້ແກ່ຂະ ແໜງກະສິກໍາ ແລະ ປ່າໄມ້ ຕະຫລອດໄລຍະ 60 ປີ ໃນວັນທີ 29 ທັນວາ 2025.

       ຂປລ. ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈັດພິທີປະດັບຫລຽນໄຊອິດສະຫລະຊັ້ນ 1 ໃຫ້ແກ່ຂະ ແໜງກະສິກໍາ ແລະ ປ່າໄມ້ ຕະຫລອດໄລຍະ 60 ປີ ໃນວັນທີ 29 ທັນວາ 2025 ຢູ່ສູນການຮ່ວມມື ສາກົນ ແລະ ຝຶກອົບຮົມ(ICTC) ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສ່ິງແວດລ້ອມ (ກສ), ມີລັດຖະມົນຕີ, ເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ຮອງລັດຖະມົນຕີ-ທຽບເທົ່າ, ຄະນະພັກ, ຄະນະນໍາຂອງ ບັນດາກະຊວງ-ອົງການ ແລະ ອົງການປົກຄອງທ້ອງຖິ່ນ, ບັນທູຕານຸທູດ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໃນພິທີທ່ານ ລິນຄໍາ ດວງສະຫວັນ  ຂ້ຶນປະຫວັດການເຕີບໃຫຍ່ຂະຫຍາຍຕົວວຽກງານກະສິກຳ ແລະ ປ່າໄມ້ ແຕ່ອະດີດຮອດປັດຈຸບັນ, ບັນດາເນ້ືອໃນລະອຽດປະຫວັດຄວາມເປັນມາ ແລະ ການພັດທະນາວຽກງານກະສິກຳ ແລະ ປ່າໄມ້ ໃນແຕ່ລະໄລຍະ. ກະຊວງກະສິກຳ ແລະ ປ່າໄມ້ ໃນເມື່ອກ່ອນກໍຄືກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃນປັດຈຸບັນໄດ້ສັງຮວມ ແລະ ຮຽບຮຽງເປັນປຶ້ມ ຊື່ວ່າ: “ 60 ປີ ປະຫວັດຄວາມເປັນມາຂອງຖໍ້າກະສິກຳ ແລະ ຜົນງານກະຊວງກະສິກຳ ແລະ ປ່າໄມ້, ປີ ຄສ 1965 ຫາ ປີ ຄສ 2025” ເພ່ືອເປັນການຫວນຄືນປະຫວັດສາດແຫ່ງການກຳເນີດ ແລະ ຂະຫຍາຍຕົວຂອງຂະແໜງການກະສິກຳ ແລະ ປ່າໄມ້ ຊຶ່ງແມ່ນຜົນງານອັນໃຫຍ່ຫລວງຂອງພະນັກງານການນຳທຸກຂັ້ນ, ພະນັກງານລັດຖະກອນທັງໝົດຂອງຂະແໜງການແຕ່ອະດີດຮອດປັດ ຈຸບັນ. ຫລັງຈາກມີການປັບປຸງກົງຈັກການຈັດຕ້ັງດ້ວຍການໂຮມສອງ ກະຊວງເປັນກະຊວງກະສິກຳ ແລະ ສ່ິງແວດລ້ອມ ແລະ ເພ່ືອສືບ ຕ່ໍພັດທະນາຂະແໜງການຢ່າງໝ້ັນຄົງສ້າງຜົນງານໃຫ້ຍ່ິງໃຫຍ່ກວ່າເກົ່າກະຊວງກະສິກຳ ແລະ ສິ່ງແວດ ລ້ອມ ໄດ້ກຳນົດແຜນພັດທະນາ 5 ປີ (2026-2030) ເປັນ 7 ແຜນງານ ແລະ 4 ວຽກຈຸດສຸມປິ່ນອ້ອມຄື: ແຜນງານຄ້ຳປະກັນດ້ານສະບຽງອາຫານ ແລະ ໂພຊະນາການ; ແຜນງານຜະລິດ ແລະ ປຸງແຕ່ງກະສິກຳ ແລະ ປ່າໄມ້ເປັນສິນຄ້າ;  ແຜນງານຄຸ້ມຄອງ, ປົກປັກຮັກສາ ແລະ ນຳ ໃຊ້ປ່າໄມ້; ແຜນງານຈັດສັນ ແລະ ຄຸ້ມຄອງທີ່ດິນ; ແຜນງານຄຸ້ມຄອງຊັບພະຍາກອນນ້ຳ; ແຜນງານການປົກປັກຮັກສາສິິ່ງແວດລ້ອມ; ແຜນງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ. ສ່ວນ 4 ວຽກຈຸດສຸມປ່ິນອ້ອມ ຄື: ວຽກເສນາທິການ, ນະໂຍບາຍ ແລະ ນິຕິກຳ; ວຽກປັບປຸງກົງຈັກການຈັດຕັັ້ງ ແລະ ການພັດທະນາຊັບພະຍາກອນມະນຸດ; ວຽກການເຊິື່ອມໂຍງ, ຮ່ວມມື ແລະ ການລົງທຶນພາກພື້ນ ແລະ ສາກົນ ແລະ ວຽກງານກວດກາ.

     ໂອກາດນ້ີ, ທ່ານ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນໂອ້ລົມວ່າ: ເພື່ອຮັກສາມູນເຊື້ອອັນດີງາມ ແລະ ເສີມຂະຫຍາຍຜົນງານອັນດີເດັ່ນທີ່ຜ່ານມາ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະເທດຊາດໃນຕໍ່ໜ້າ, ຂະແໜງກະສິກຳ ແລະ ສິ່ງແວດລ້ອມ ຕ້ອງໄດ້ຄົ້ນຄິດຕຶກຕອງຕື່ມອີກ ເພື່ອຮັບປະກັນ “ຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ, ມີຜະລິດຕະພັນກະສິກຳເປັນສິນຄ້າສົ່ງອອກ, ຊົນນະບົດໄດ້ຮັບການພັດທະນາ, ສິ່ງແວດລ້ອມສີຂຽວ ແລະ ຍືນຍົງ”, ພ້ອມນ້ີ, ທ່ານຍັງຮຽກຮ້ອງມາຍັງຄະນະພັກ-ຄະນະນຳ, ພະນັກງານ-ລັດຖະກອນ ຕະຫລອດຮອດປະຊາຊົນລາວບັນດາເຜົ່າ, ຊາວກະສິກອນສືບຕໍ່ຊຸກຍູ້ສ່ົງເສີມການຜະລິດກະສິກໍາ ເພື່ອຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ; ຍູ້ແຮງວຽກງານການສົ່ງເສີມການຜະລິດກະສິກໍາເປັນສິນຄ້າ ເພື່ອສະໜອງພາຍໃນ ແລະ ສົ່ງອອກ; ເອົາໃຈໃສ່ຂອດການຈັດຕັ້ງການຜະລິດໃໝ່ທີ່ເຂັ້ມແຂງຕິດພັນກັບການນຳໃຊ້ເຕັກໂນໂລຊີທັນສະໄໝ; ເອົາໃຈໃສ່ຕ່ໍການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ປ່າໄມ້; ວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນ; ວຽກງານປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ. ບັນຫານີ້, ເປັນບັນຫາສໍາຄັນທີ່ຈະຕ້ອງຈັດເປັນບຸລິມະສິດໃນການແກ້ໄຂ, ຕ້ອງຄົ້ນຄວ້າກຳນົດແຜນຍຸດທະສາດພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕິດພັນກັບການຈັດສັນພູມລໍາເນົາ, ອາຊີບຄົງທ່ີໃຫ້ປະຊາຊົນເພື່ອການຫລຸດຜ່ອນບັນຫາປະຊາຊົນຍົກຍ້າຍຖິ່ນຖານບໍ່ຖືກຕ້ອງ; ແກ້ໄຂສະພາບທຸກຍາກຢູ່ບ້ານເກົ່າຍັງບໍ່ແລ້ວຍັງໄປທຸກອີກຢູ່ບ້ານອື່ນ, ເມືອງອື່ນ, ແຂວງອ່ືນເຮັດໃຫ້ຂະບວນການແກ້ໄຂຄວາມທຸກຍາກບໍ່ມີທ່າອ່ຽງຫລຸດລົງ; ຕ້ອງໄດ້ສຸມໃສ່ແກ້ໄຂຢ່າງແຂງແຮງ, ມີຈຸດສຸມ, ມີໂຄງການຈະແຈ້ງ ພ້ອມທັງດຶງດູດນັກລົງທຶນ-ຜູ້ປະກອບການເຂົ້າຮ່ວມການແກ້ໄຂຄວາມທຸກຍາກໃຫ້ຫລາຍຂຶ້ນ ແລະ ສະເໜີໃຫ້ຄະນະພັກ-ຄະນະນຳກະຊວງ ພ້ອມທັງພະນັກງານທັງໝົດຂອງຂະແໜງການກະສິກຳ ແລະ ສິ່ງແວດລ້ອມ, ຊາວນາ-ຊາວກະສິກອນຈົ່ງຮັບເອົາພາລະໜ້າທີ່ອັນມີກຽດຂອງຕົນເພື່ອຄົ້ນຄວ້າ ແລະ  ພັດທະນາວຽກງານການຜະລິດກະສິກຳໃຫ້ທັນສະໄໝຕາມທິດສີຂຽວ ແລະ ຍືນຍົງ ເພ່ືອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພັດທະນາທ້ອງຖ່ິນໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ. ນອກນັ້ນ, ນາຍົກລັດຖະມົນຕີຍັງຮຽກຮ້ອງມາຍັງບັນດາການນໍາຂອງພັກ, ລັດ, ອົງການຈັດຕັ້ງມະຫາຊົນຂ້ັນຕ່າງໆ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ຜູ້ປະກອບການທັງ ພາຍໃນ ແລະ ຕ່າງປະເທດ ຈົ່ງສືບຕໍ່ເປັນເຈົ້າການຊ່ວຍຊຸກຍູ້ສົ່ງເສີມ, ອຳນວຍຄວາມສະດວກ, ອູ້ມຊູຊ່ວຍເຫລືອ ແລະ ຕໍານິຕິຊົມ ເພ່ືອໃຫ້ຂະແໜງກະສິກຳ ແລະ ສິ່ງແວດລ້ອມທຸກໆຂັ້ນໃຫ້ສາມາດປະຕິບັດໜ້າທີ່ຂອງຕົນສຳເລັດຕາມລະດັບຄາດໝາຍ. 

          ຂ່າວ: ແສງຈັນ

KPL