ຫາລືການປະມວນເອກະສານການເຄື່ອນໄຫວວຽກງານການຕ່າງປະເທດ
ຂປລ. ກົມພົວພັນລັດຖະສະພາສອງຝ່າຍຮ່ວມກັບກົມພົວພັນລັດຖະສະພາຫລາຍຝ່າຍທີ່ເປັນເສນາທິການໃຫ້ແກ່ກຳມາທິການການຕ່າງປະເທດ ຈັດກອງປະຊຸມປຶກສາຫາລືການປະມວນບັນດາເອກກະສານທາງການໃນການເຄື່ອນໄຫວວຽກງານການຕ່າງປະເທດຂອງສະພາແຫ່ງຊາດ ຊຸດທີ IX (2021- 2025) ໃນວັນທີ 26-27 ທັນວາ 2025 ຢູ່ເມືອງແກ້ວອຸດົມ ແຂວງ ວຽງຈັນ ໂດຍການເປັນປະທານຂອງທ່ານ ເພັດລາ ທັນທະວົງສາ ຫົວໜ້າກົມພົວພັນລັດຖະສະພາສອງຝ່າຍ, ມີຄະນະກົມ, ຄະນະພະແນກ ແລະ ພະນັກງານຫລັກແຫລ່ງຂອງສອງກົມດັ່ງກ່າວເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມເພ່ືອ ຄ້ົນຄວ້າ, ປຶກສາຫາລື, ລະດົມແນວຄວາມຄິດ ແລະ ປະກອບຄໍາເຫັນ ດ້ານເນ້ືອໃນໃສ່ປ້ຶມປະມວນເອກະສານທາງການຂອງການເຄື່ອນໄຫວວຽກງານການຕ່າງປະເທດ ຂອງສະພາແຫ່ງຊາດ ຊຸດທີ IX, ການປະມວນບັນດາເອກະສານໃນການເປັນເຈ້ົາພາບຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45, ກອງປະຊຸມສຸດຍອດລັດຖະສະພາກຳປູເຈຍ- ລາວ-ຫວຽດນາມ ໃຫ້ມີຄວາມຄົບຖ້ວນ, ສອດຄ່ອງ ແລະ ເປັນບ່ອນອີງທີ່ໜັກແໜ້ນດ້ານທິດສະດີ ແລະ ພຶດຕິກຳໃນການຈັດຕ້ັງຜັນຂະຫຍາຍການເຄື່ອນໄຫວວຽກງານການຕ່າງປະເທດຂອງສະພາແຫ່ງຊາດ ແຫ່ງ ສປປ ລາວ; ສ້າງໃຫ້ເປັນຄູ່ມືປະມວນບັນດາເອກະສານທີ່ນຳໃຊ້ຕົວຈິງໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງກຳມາທິການການຕ່າງປະເທດທ່ີຖືກຕ້ອງ, ເປັນເອກະພາບ ແລະ ທັນເວລາ ພ້ອມທັງນຳໄປເຜີຍແຜ່ໃຫ້ພະນັກງານວິຊາການຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ມວນຊົນໄດ້ຮັບຊາບ ແລະ ສຶກສາຄົ້ນຄວ້າ.
ໄລຍະດຳເນີນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຄົ້ນຄວ້າ, ປະກອບຄຳຄິດເຫັນ, ສົນທະນາ ແລະ ແລກປ່ຽນປະສົບການ ແລະ ບົດຮຽນຕໍ່ບັນດາເນື້ອໃນ, ສາລະບານ, ໜ້າປົກ ແລະ ຮູບພາບຂອງບັນດາປ້ຶມທ່ີວິທະຍາກອນໄດ້ນຳມາສະເໜີຢ່າງມີຈຸດສຸມ, ກົງໄປກົງມາ ແລະ ເປັນຂະບວນຟົດຟື້ນ. ທ່ານ ເພັດລາ ທັນທະວົງສາ ໄດ້ຕີລາຄາສູງຕໍ່ກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນ ແລະ ເປັນຜົນປະໂຫຍດໃນການເຄື່ອນໄຫວວຽກງານການຕ່າງປະເທດຂອງສະພາແຫ່ງຊາດ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕ່ໍບັນດາຜູ້ແທນກອງປະຊຸມທີ່ໄດ້ປະກອບສ່ວນຄຳຄິດຄຳເຫັນອັນລໍ້າຄ່າ ຊຶ່ງໄດ້ສ່ອງແສງໃຫ້ເຫັນເຖິງຜົນສໍາເລັດອັນໃຫຍ່ຫລວງ ໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ໃນການເຄື່ອນໄຫວວຽກງານຂອງກຳມາທິການການຕ່າງປະເທດ ໂດຍຕິດພັນກັບການຈັດຕັ້ງ ຜັນຂະຫຍາຍແນວທາງນະໂຍບາຍການຕ່າງປະເທດຂອງພັກ, ລະບຽບກົດໝາຍຂອງລັດ ແລະ ການເຄື່ອນໄຫວວຽກງານຕົວຈິງຂອງສະພາແຫ່ງຊາດ ໃນແຕ່ລະໄລຍະ. ພ້ອມນີ້, ການສ້າງປຶ້ມປະມວນບັນດາເອກະສານທາງການເຫລັ້ມນີ້ ຍັງໄດ້ເປັນຖານຂໍ້ມູນໃນການຄົ້ນຄວ້າ, ຂໍ້ມູນອ້າງອີງທີ່ສຳຄັນໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ພະນັກງານ-ລັດຖະກອນຂອງກໍາມາທິການການຕ່າງປະເທດສະພາແຫ່ງຊາດໃນຕໍ່ໜ້າອີກດ້ວຍ.
ຂ່າວ: ສພຊ
