ສປ ຈີນ ສົ່ງດາວທຽມ ສືຈ້ຽນ 29 ຂຶ້ນສູ່ອະວະກາດ ຢ່າງສໍາເລັດຜົນ

31/12/2025 11:14
Email Print 83
KPL - Asean 2024 ສູນຍິງສົ່ງດາວທຽມ ເວີນຊ່າງ ຂອງ ສປ ຈີນ, ສປ ຈີນ ໄດ້ຍິງສົ່ງດາວທຽມ ສືຈ້ຽນ(ແປວ່າ: ພຶດຕິກຳຕົວຈິງ) 29-A ແລະ 29-B ດ້ວຍຈະຫລວດສົ່ງຍານສາງເຈິ່ງ 7 ຂຶ້ນສູ່ອະວະກາດ ຢ່າງສໍາເລັດຜົນ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ວັນທີ 31 ທັນວານີ້ ຕາມເວລາປັກກິ່ງ, ສູນຍິງສົ່ງດາວທຽມ ເວີນຊ່າງ ຂອງ ສປ ຈີນ, ສປ ຈີນ ໄດ້ຍິງສົ່ງດາວທຽມ ສືຈ້ຽນ(ແປວ່າ: ພຶດຕິກຳຕົວຈິງ) 29-A ແລະ 29-B ດ້ວຍຈະຫລວດສົ່ງຍານສາງເຈິ່ງ 7 ຂຶ້ນສູ່ອະວະກາດ ຢ່າງສໍາເລັດຜົນ. ດາວທຽມດັ່ງກ່າວ ໄດ້ເຂົ້າສູ່ວົງໂຄຈອນ ທີ່ກໍານົດໄວ້ລ່ວງໜ້າ ຢ່າງໂລ່ງລ່ຽນ, ເຊິ່ງເປັນຂີດໝາຍສະແດງ ໃຫ້ເຫັນ ວ່າ: ພາລະກິດ ການຍິງສົ່ງ ດາວທຽມຄັ້ງນີ້ ໄດ້ຮັບຜົນສໍາເລັດ ຢ່າງຈົບງາມ. ດາວທຽມດັ່ງກ່າວຕົ້ນຕໍ ຈະດໍາເນີນ ການທົດລອງ ເພື່ອກວດສອບ ເຕັກນິກໃໝ່ ດ້ານການສໍາຫລວດ ເປົ້າໝາຍ ຢູ່ອະວະກາດ. ການຍິງສົ່ງ ດາວທຽມ ຄັ້ງນີ້ ເປັນການປະຕິບັດ ພາລະກິດຄັ້ງທີ 623 ຂອງຈະຫລວດ ສົ່ງຍານສາງເຈິ່ງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL